ການປະທ້ວງຕໍ່ຕ້ານລັດຖະບານຈໍແດັນໄດ້ເລີ້ມຂຶ້ນໃນວັນອັງຄານມື້ນີ້ ເຖິງແມ່ນວ່າ
ນາຍົກລັດຖະມົນຕີຂອງປະເທດ ໄດ້ລາອອກຈາກໜ້າທີ່ ຍ້ອນທ່ານໄດ້ຊຸກຍູ້ໃຫ້ເອົາ
ມາດຕະການມັດທະຍັດ.
ຊາວຈໍແດັນຫຼາຍພັນຄົນໄດ້ພາກັນເດີນຂະບວນປະທ້ວງ ໄປສູ່ຫ້ອງການນາຍົກ ລັດ
ຖະມົນຕີ ຮານີ ມຸລກີ ທີ່ກຳລັງຈະພົ້ນຕຳແໜ່ງ ໃນຄືນວັນຈັນຕໍ່ໃສ່ເຊົ້າວັນອັງຄານໂດຍ
ຮຽກຮ້ອງໃຫ້ລັດຖະບານຢຸດການຂຶ້ນລາຄາສິນຄ້າແລະແຜນການ ຈະຂຶ້ນພາສີ ຊຶ່ງບັນ
ດາຜູ້ຕິຕຽນກ່າວວ່າ ສ່ວນໃຫຍ່ໄດ້ແນໃສ່ຄົນທຸກຈົນແລະຊົນຊັ້ນກາງ.
ທ່ານມຸລກີ ໄດ້ຍື່ນໃບລາອອກຂອງທ່ານຕໍ່ກະສັດອັບດຸລລາ ໃນວັນຈັນວານນີ້.
ຕຳຫຼວດປາບຈາລະຈົນໄດ້ປະທະກັນກັບພວກປະທ້ວງ ໃນຕອນແລງວັນເສົາທີ່ຜ່ານ
ມາ ແລະໄດ້ຍິງແກັສນໍ້າຕາຫຼາຍລູກເຂົ້າໃສ່ເພື່ອບໍ່ໃຫ້ພວກປະທ້ວງເຂົ້າໄປ ໃກ້ຫ້ອງ
ການນາຍົກລັດຖະມົນຕີ. ພວກປະທ້ວງໄດ້ພາກັນຮ້ອງໂຮວ່າ “ປະຊາ ຊົນຕ້ອງການ
ຢາກໂຄ່ນລົ້ມລັດຖະບານ.”
ໃນຕອນເຊົ້າວັນເສົາ ກະສັດໄດ້ພົບປະກັບທ່ານມຸລກີ ຄະນະລັດຖະມົນຕີ ແລະບັນດາ
ເຈົ້າໜ້າທີ່ອະວຸໂສດ້ານຄວາມປອດໄພ. ອົງການຂ່າວປີຕຣາຂອງລັດຖະ ບານ ໄດ້ອ້າງ
ຄຳເວົ້າຂອງກະສັດທີ່ຊົງກ່າວວ່າ ປະຊາຊົນຈໍແດັນບໍ່ຄວນຈະໄດ້ຮັບຄວາມຍາກລຳບາກ
ຈາກການປະຕິຮູບດ້ານການເງິນຕາມລຳພັງ.
ກະສັດອັບດຸລລາ ເປັນຜູ້ຕັດສິນໃຈຂັ້ນສຸດທ້າຍ ແຕ່ຄວາມໂກດແຄ້ນຂອງປະຊາຊົນ
ແມ່ນແນໂດຍກົງໃສ່ລັດຖະບານ ທີ່ຊົງແຕ່ງຕັ້ງໂດຍພະອົງ.
ບັນດາຜູ້ໃຫ້ເງິນກູ້ຢືມຂອງສາກົນໄດ້ຊຸກຍູ້ໃຫ້ມີການປະຕິຮູບເສດຖະກິດ ເພື່ອຊ່ວຍ
ຫລຸດຜ່ອນໜີ້ສິນສາທາລະນະຂອງຈໍແດັນ ອັນເປັນຜົນເນື່ອງມາຈາກການເຕີບໂຕທີ່
ຊັກຊ້າລົງຂອງເສດຖະກິດຍ້ອນມີການເຊື່ອມໂຍງກັບຄວາມບໍ່ສະຫງົບ ຢູ່ໃນຂົງເຂດ.