ທ່ານ Manmohan Singh ນາຍົກລັດຖະມຸນຕິອິນເດຍ ແລະ
ນາຍົກລັດຖະມຸນຕີ Nawaz Sharif ແຫ່ງປາກິສຖານ ໄດ້ພົບ
ປະກັນໃນວັນອາທິດວານນີ້ທີ່ນະຄອນນີວຢອກ ນອກກອງປະ
ຊຸມສະມັດຊາໃຫຍ່ສະຫະປະຊາຊາດ ແລະໄດ້ຕົກລົງກັນເຖິງ
ຄວາມຕ້ອງການເພື່ອລົດຜ່ອນຄວາມເຄັ່ງຕຶງລະຫວ່າງສອງປະ
ເທດລົງກ່ຽວກັບເລື້ອງຂົງເຂດ Kashmir ທີ່ເປັນບັນຫາຂັດ
ແຍ້ງກັນນັ້ນ.
ຜູ້ນຳທັງສອງໄດ້ໂອ້ລົມກັນເປັນເວລາປະມານ 1 ຊົ່ວໂມງທີ່ໂຮງ
ແຮມແຫ່ງນຶ່ງໃນນະຄອນນີວຢອກ ໃນການພົບປະກັນໜ້າຕໍ່ໜ້າ
ເປັນຄັ້ງທຳອິດ ນັບແຕ່ທ່ານ Sharifຂຶ້ນຄອງອຳນາດໃນການ
ເລືອກຕັ້ງໃນເດືອນພຶດສະພາຜ່ານມາທີ່ປາກິສຖານ.
ທ່ານ Shivshankar Menon ທີ່ປຶກສາດ້າຄວາມປອດໄພແຫ່ງຊາດອິນເດຍ ກ່າວ
ວ່າ ພວກນາຍົກລັດຖະມົນຕີທັງສອງທ່ານນີ້ ໄດ້ຕົກລົງກັນໃຫ້ພວກນາຍທະຫານຂັ້ນ
ອາວຸໂສຊອກຫາຊ່ອງທາງເພື່ອຮື້ຟື້ນການຢຸດຍິງກັນໃນແຄ້ວນ Kashmir ທີ່ຖືກແບ່ງ
ແຍກກັນນັ້ນ.
ພຽງໃນຫວ່າງສັບປະດາຜ່ານມານີ້ ພວກຫົວຮຸນແຮງໄດ້ເຂົ້າບຸກໂຈມຕີຖານທັບແຫ່ງນຶ່ງ
ໃນແຄ້ວນ Kashmir ທີ່ຢູ່ພາຍໃຕ້ການຄວບຄຸມຂອງອິນເດຍ ໂດຍໄດ້ເຮັດໃຫ້ມີຜູ້ເສຍ
ຊີວິດໄປ 10 ຄົນ.
ທ່ານ Jalil Abbas ລັດຖະມຸນຕີຕ່າງປະເທດ ປາກິສຖານ ໄດ້ຢືນຢັນວ່າ ຜູ້ນຳທັງສອງ
ຝ່າຍໄດ້ຕົກລົງກັນວ່າ ຂໍ້ຕົກລົງຢຸດຍິງກັນໃນແຄວ້ນ Kashmir ຈະຕ້ອງໄດ້ຮັບການ
ເຄົາລົບນັບຖື.
ທັງທ່ານສິງແລະທ່ານ Sharif ກໍໄດ້ກ່າວເຊັ່ນກັນວ່າພວກທ່ານທັງສອງຈະທຳການຢ້ຽມ
ປະເທດຂອງກັນແລະກັນ ແຕ່ບໍ່ໄດ້ແຈ້ງວັນເວລາຂອງການຢ້ຽມຢາມຢ່າງແນ່ນອນໃຫ້
ຮູ້ເທື່ອ.
ໃນຫລາຍສັບປະດາຜ່ານມາກ່ອນຈະມີການພົບປະກັນນີ້ ນາຍົກລັດຖະມົນຕີ Sharif
ໄດ້ຊຸກຍູ້ໃຫ້ຍຸດຕິຄວາມເຄັ່ງຕຶງເປັນຄັ້ງປະວັດສາດກັບອິນເດຍ ໃນຂະນະດຽວກັນ ອິນ
ເດຍກໍໄດ້ຮຽກຮ້ອງໃຫ້ປາກິສຖານທຳການເຄື່ອນໄຫວຢຸດເຊົາທຳການໂຈມຕີຕ່າງໆ
ເຊັ່ນການໂຈມຕີໃນສັບປະດາຜ່ານມາທີ່ແຄວ້ນ Kashmir ແລະໃນນະຄອນ Mumbai ໃນປີ 2008 ທີ່ໄດ້ໃຫ້ຜູ້ຄົນເສຍຊີວິດໄປ 166 ຄົນນັ້ນ.