ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໙ ມີນາ ໒໐໒໔

ນາຍົກລັດຖະມົນຕີລາວ ຢືນຢັນວ່າ ການຂົນສົ່ງຢາ ທີ່ຜິດກົດໝາຍ ຈາກລາວໄປຕໍ່ປະເທດທີສາມ ມີເພີ້ມຂຶ້ນນັບມື້


ຢາເສບຕິດ ທີ່ທາງການລາວຍຶດມາໄດ້ຈາກພວກອາຊະຍາກອນຄ້າຢາເສບຕິດ.
ຢາເສບຕິດ ທີ່ທາງການລາວຍຶດມາໄດ້ຈາກພວກອາຊະຍາກອນຄ້າຢາເສບຕິດ.

ນາຍົກລັດຖະມົນຕີຢືນຢັນວ່າ ການລັກລອບຂົນສົ່ງຢາເສບຕິດຜ່ານລາວ ໄປຕ່າງປະເທດ ເປັນຂະບວນການອາດຊະຍາກໍາຂ້າມຊາດ ທີ່ໃຫຍ່ຂຶ້ນນັບມື້ ແລະທາງການລາວ ບໍ່ສາມາດຈະຕິດຕາມໄດ້ຢ່າງທ່ວງທັນ, ເຊິ່ງ ຊົງຣິດ ໂພນເງິນ ມີລາຍງານເລື້ອງນີ້ຈາກບາງກອກ.

ທ່ານພັນຄໍາ ວິພາວັນ ນາຍົກລັດຖະມົນຕີຍອມຮັບວ່າ ສປປ.ລາວ ໄດ້ເປັນທາງຜ່ານ ຂອງການລັກລອບຂົນສົ່ງຢາເສບຕິດຈາກເຂດສາມຫລ່ຽມຄໍາ ໄປຍັງຕ່າງ ປະເທດເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກການຈັບກຸມນັກຄ້າຢາເສບຕິດທີ່ ເພີ້ມຂຶ້ນ ສ່ວນຢາເສບຕິດຂອງກາງທີ່ຢຶດໄດ້ໃນແຕ່ລະຄັ້ງກໍມີປະລິມານເພີ້ມຂຶ້ນຢ່າງຫລວງຫລາຍອີກດ້ວຍ ເຊິ່ງກໍໄດ້ສະແດງໃຫ້ເຫັນວ່າການລັກລອບຂົນສົ່ງຢາເສບຕິດຜ່ານລາວໄປຍັງຕ່າງປະເທດເປັນຂະບວນການອາດຊະຍາກໍາຂ້າມຊາດທີ່ໃຫຍ່ຂຶ້ນນັບມື້ ດັ່ງທີ່ທ່ານພັນຄໍາ ຢືນຢັນວ່າ:

“ຄັນຈະເວົ້າໃນກອບໂດຍລວມ ບັນຫາຢາເສບຕິດນີ້ຜູ້ຄ້າຫລາຍຂຶ້ນໆ ປາກົດວ່າເດືອນທີ່ພວກສະຫາຍຈັບ ຢູ່ເຂດນີ້ໜາ ໃກ້ສະໜາມກິລາຫລັກ 16 ນີ້ ມັນຈັກໂຕນຈົນວ່າໄດ້ເອົາຈັກຍົກໄປຍົກລົງ ມັນບໍ່ແມ່ນສີ່ຫ້າເມັດ ມັນເປັນຫລາຍໂຕນ ຫລາຍລ້ານເມັດ ບາດດຽວນັ້ນ ມັນໂຫດຫ້ຽມເຖິງຂະໜາດນັ້ນ ຄັນເຮົາບໍ່ເຮັດອັນນີ້ແມ່ນບໍ່ໄດ້ແທ້ໆ.”

ທາງດ້ານເຈົ້າໜ້າທີ່ຂັ້ນສູງຂອງຄະນະກໍາມະການປ້ອງກັນ ແລະປາບປາມຢາເສບຕິດແຫ່ງຊາດໄທຢືນຢັນວ່າ ການລັກລອບຂົນສົ່ງຢາເສບຕິດຂ້າມແມ່ນໍ້າຂອງຈາກຝັ່ງລາວມາໃນເຂດພາກອິສານຂອງໄທໄດ້ເພີ້ມຂຶ້ນຢ່າງຕໍ່ເນື່ອງ ໂດຍເຫັນໄດ້ຈາກການຈັບກຸມ ແລະຢຶດຢາບ້າໄດ້ເຖິງ 17 ລ້ານເມັດ ໃນຂະນະທີ່ກໍາລັງຂົນສົ່ງຂ້າມສະພານມິດຕະພາບລາວ-ໄທແຫ່ງທີ 1 ເມື່ອບໍ່ດົນມານີ້ ເຊິ່ງຖືເປັນປະລິມານຢາບ້າ ທີ່ທາງການລາວຢຶດໄດ້ຫລາຍທີ່ສຸດໃນຄັ້ງດຽວ ທັງຍັງເກືອບຈະເທົ່າກັບປະລິມານຢາບ້າທີ່ທາງການລາວສາມາດຢຶດໄດ້ທັງໝົດ 18.6 ກວ່າລ້ານເມັດໃນຕະຫລອດປີ 2020 ທີ່ຜ່ານມາອີກດ້ວຍ.

ເຈົ້າໜ້າທີ່ຂັ້ນສູງຂອງໄທຢືນຢັນດ້ວຍວ່າ ທາງການໄທຢຶດຢາໄອຊ໌ໄດ້ຫລາຍກວ່າ 5.7 ໂຕນໃນໄລຍະດຽວກັນນີ້ ຈຶ່ງຖືເປັນສະພາບການທີ່ສະແດງໃຫ້ເຫັນໄດ້ວ່າຂະບວນການຄ້າຢາເສບຕິດຂ້າມຊາດ ໄດ້ນໍາໃຊ້ລາວເປັນເສັ້ນທາງລັກ ລອບຂົນສົ່ງຢາເສບຕິດ ຈາກເຂດສາມຫລ່ຽມຄໍາ ແລະສົ່ງໄປຍັງຕ່າງປະເທດຫລາຍຂຶ້ນນັ້ນເອງ ເຊິ່ງສອດຄ່ອງກັບການຖະແຫລງລາຍງານ ໂດຍພົນໂທ ວິໄລ ຫລ້າຄໍາຟອງ ລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບຂອງລາວ ທັງຍັງຍອມຮັບດ້ວຍວ່າພາຍໃຕ້ສະພາບການດັ່ງກ່າວໄດ້ເຮັດໃຫ້ມີເຍົາວະຊົນ ແລະປະຊາຊົນລາວນໍາໃຊ້ຢາເສບຕິດເພີ້ມຂຶ້ນນັບມື້ອີກດ້ວຍ ດັ່ງທີ່ພົນໂທ ວິໄລ ໄດ້ໃຫ້ການຢືນຢັນວ່າ:

“ບັນຫາຢາເສບຕິດໄດ້ແຜ່ລະບາດຮ້າຍແຮງ ນັບແຕ່ຕົວເມືອງໃຫຍ່ຈົນເຖິງຊົນນະບົດຫ່າງໄກສອກຫລີກ ເຂົ້າເຖິງທຸກເພດໄວ ທຸກຊັ້ນຄົນໃນທົ່ວສັງຄົມ ນັບແຕ່ນັກຮຽນ ນັກສຶກສາ ພໍ່ຄ້າ ຊາວຂາຍ ກໍາມະກອນ ຜູ້ຫວ່າງງານ ຕະ ຫລອດຮອດພະນັກງານ ລັດຖະກອນຈໍານວນນຶ່ງ, ຕາມຂໍ້ມູນເບື້ອງຕົ້ນ ໃນປັດຈຸບັນມີຜູ້ຕິດຢາເສບຕິດຢູ່ປະເມດຂອງພວກເຮົາສະເລ່ຍ 0.94 ເປີເຊັນ ຂອງພົນລະເມືອງທັງໝົດ. ນອກຈາກນັ້ນ ຢາເສບຕິດຍັງສົ່ງຜົນກະທົບຕໍ່ສຸຂະພາບ ແລະຊີວິດຂອງຊາວໜຸ່ມຫຸ້ນສືບທອດ, ບັນຫາດັ່ງກ່າວກໍໄດ້ເປັນສາຍເຫດພາໃຫ້ເກີດປະກົດການຫຍໍ້ທໍ້ ແລະບັນຫາອາດຊະຍາກໍາຕ່າງໆ.”

ສ່ວນທ່ານພຸດ ສິມມາລາວົງ ລັດຖະມົນຕີກະຊວງສຶກສາທິການ ແລະກິລາກໍຖະແຫລງວ່າ ບັນຫາທີ່ໜ້າເປັນຫ່ວງຢ່າງຍິ່ງໃນສັງຄົມຂອງນັກຮຽນ-ນັກສຶກສາໃນລາວໃນປັດຈຸບັນນີ້ກໍຄື ການຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຫຍຸ້ງກ່ຽວກັບຢາເສບຕິດເພີ້ມຂຶ້ນນັບມື້ ເນື່ອງຈາກວ່າມີແຫລ່ງມົ້ວສຸມທີ່ໄດ້ປະຕິບັດການມຶນເມົາເຍົາວະຊົນນັ້ນເກີດຂຶ້ນຢ່າງຫລວງຫລາຍໃນທົ່ວປະເທດ ໂດຍສະເພາະແມ່ນຮ້ານເກມຄອມພິວເຕີ້, ສະນຸກເກີ້, ຄາຣາໂອເກະ, ບາເບຍ ແລະຮ້ານກິນ-ດື່ມນັ້ນ ຖືເປັນແຫລ່ງທີ່ມີການດຶງດູດໃຫ້ເຍົາວະຊົນເຂົ້າໄປໃຊ້ບໍລິການຫລາຍທີ່ສຸດ ໂດຍສະເພາະແມ່ນໃນຊ່ວງເວລາຫລັງການເລີກຮຽນນັ້ນ.

ທັງນີ້ ໂດຍອີງຕາມການສຶກສາ-ສໍາຫລວດທີ່ດໍາເນີນການໂດຍສູນກາງຊາວໜຸ່ມປະຊາຊົນປະຕິວັດລາວ ເມື່ອບໍ່ນານມານີ້ ພົບວ່າມີເຍົາວະຊົນລາວເກີນກວ່າ 4 ແສນຄົນ ທີ່ຕົກຢູ່ໃນສິ່ງແວດລ້ອມທີ່ມີຄວາມສ່ຽງສູງທີ່ຈະເຂົ້າໄປຍຸ່ງກ່ຽວກັບຢາເສບຕິດ ແລະການຄ້າຢາເສບຕິດໃນລາວຍັງມີລັກສະນະຂ້າມຊາດທີ່ມີການນໍາໃຊ້ເຄື່ອງມືແລະອຸປະກອນສື່ສານທີ່ທັນສະໄໝ, ສ່ວນກົນໄກການສືບຂ່າວຂອງ ຕໍາຫລວດລາວ ກໍຍັງຕິດຕາມບໍ່ທັນ ການເຄື່ອນໄຫວຂອງຂະບວນການຄ້າຢາເສບຕິດ ແລະບັນດາຫົວໜ້າແກັ່ງກໍຍັງໄດ້ແຝງໂຕ ຢູ່ໃນສັງຄົມຊັ້ນສູງດ້ວຍນັ້ນ ຈຶ່ງຈັບໄດ້ສະເພາະສະມາຊິກລະດັບລ່າງຂອງແກັ່ງ 13,900 ກວ່າຄົນຈາກ 9,437 ຄະດີ, ຢຶດຢາບ້າໄດ້ 37 ກວ່າລ້ານເມັດ, ເຮໂຣອິນ ແລະໂຄເຄນ 820 ກິໂລກຣາມ, ຢາໄອຊ໌ 2 ໂຕນ, ກັນຊາ 6.3 ໂຕນ, ຝິ່ນກວ່າ 500 ກິໂລກຣາມ, ສານເຄມີທີ່ເປັນສ່ວນປະສົມຂອງຢາບ້າຫລາຍກວ່າ 10 ໂຕນ, ອາວຸດ ແລະອຸປະກອນສື່ສານທີ່ທັນສະໄໝອີກຫລາຍກວ່າ 1 ໝື່ນລາຍການຈາກປະຕິບັດການ ໃນໄລຍະ 2 ປີທີ່ຜ່ານມາ.

XS
SM
MD
LG