ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໐ ເມສາ ໒໐໒໔

ຊາວອັງກິດ ຈະໄປລົງປະຊາມະຕິ ກ່ຽວກັບ ການເປັນສະມາຊິກ ໃນສະຫະພາບຢູໂຣບ ໃນ ເດືອນມິຖຸນາ

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ກ່າວຖະແຫລງ ຢູ່ນອກ ບ້ານພັກຂອງນາຍົກລັດຖະມົນຕີ 10 Downing Street ໃນນະຄອນຫຼວງ London, ວັນທີ 20 ກຸມພາ 2016.
ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ກ່າວຖະແຫລງ ຢູ່ນອກ ບ້ານພັກຂອງນາຍົກລັດຖະມົນຕີ 10 Downing Street ໃນນະຄອນຫຼວງ London, ວັນທີ 20 ກຸມພາ 2016.

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron ໄດ້ຈັດໃຫ້
ມີການລົງມະຊາມະຕິຂຶ້ນ ກ່ຽວກັບ ການສືບຕໍ່ເປັນສະມາຊິກສະ
ຫະພາບ ຢູໂຣບ ຂອງ ອັງກິດ ໃນວັນທີ 23 ມິຖຸນານີ້.

ໃນການກ່າວຕໍ່ບັນດານັກຂ່າວຢູ່ນອກບ້ານພັກຂອງນາຍົກລັດ
ຖະມົນຕີໃນວັນເສົາວານນີ້, ທ່ານ Cameron ກ່າວວ່າ ຄະນະ
ລັດຖະບານຂອງທ່ານ ໄດ້ຮັບຮອງເອົາການແນະນຳ ວ່າ ໃຫ້
ອັງກິດ ຢູ່ໃນສະຫະພາບຢູໂຣບ ທີ່ໄດ້ປະຮູບໃໝ່ ໂດຍມີ 28
ປະເທດທີ່ເປັນສະມາຊິກ.

ທ່ານ Cameron ກ່າວວ່າ ອັງກິດ ຈະມີຄວາມປອດໄພຂຶ້ນ,
ເຂັ້ມແຂງຂຶ້ນ ແລະ ດີຂຶ້ນກວ່າເກົ່າຖ້າຍັງເປັນສະມາຊິກຂອງ ສະຫະພາບ ຢູໂຣບຢູ່, ຕອນ
ນີ້ ກໍແມ່ນວ່າບັນດາຄູ່ຮ່ວມ ໃນ ຢູໂຣບຂອງຕົນ ໄດ້ຮັບຮອງເອົາການປ່ຽນແປງຫຼາຍຢ່າງ
ເພື່ອຮັບປະກັນການມີສິດທິ ກ່ຽວກັບ ການປົກຄອງ ຂອງປະເທດ.

ນາຍົກລັດຖະມົນຕີ ອັງກິດ ທ່ານ David Cameron, (ກາງຈາກຊ້າຍ) ໂອ້ລົມກັນ ໃນລະຫວ່າງກອງປະຊຸມໂຕະມົນ ຂອງສະຫະພາບຢູໂຣບ ກັບຜູ້ນຳຂອງປະເທດ ແລະ ລັດຖະບານ ຢູ່ທີ່ ກອງປະຊຸມສຸດຍອດ ສະຫະພາບ ຢູໂຣບ ໃນນະຄອນ Brussels ຂອງ ປະເທດ Belgium, ວັນທີ 19 ກຸມພາ 2016.

ທ່ານນາຍົກລັດຖະມົນຕີໄດ້ກ່າວເພີ່ມເຕີມວ່າ ການຕັດສິນໃຈຄັ້ງສຸດທ້າຍ ຈະແມ່ນ ຂອງ
ປະຊາຊົນ ອັງກິດ ໃນເດືອນມິຖຸນານີ້. ທ່ານໄດ້ໃຫ້ຄຳສັນຍາວ່າຈະທຳການຫາສຽງ ເພື່ອ
ໃຫ້ໄດ້ຮັບສຽງເຫັນດີກັບ ສະຫະພາບ ຢູໂຣບ.

ຂໍ້ຕົກລົງຂອງ ອັງກິດ ກັບພັນທະມິດທາງດ້ານການເມືອງ ແລະ ເສດຖະກິດຂອງ ຢູໂຣບ
ໄດ້ເກີດຂຶ້ນ ຫຼັງຈາກກອງປະຊຸມສຸດຍອດ 2 ມື້ໃນນະຄອນຫຼວງ Brussels ປະເທດ
Belgium. ບັນດາສະມາຊິກ ສະຫະພາບ ຢູໂຣບ ໄດ້ຕົກລົງເຫັນດີຢ່າງບໍ່ເປັນເອກະສັນ
ກ່ຽວກັບ ການໃຫ້ສິດທິ ຕໍ່ ອັງກິດ, ເຊິ່ງທ່ານ Cameron ໄດ້ເອີ້ນວ່າ “ສະຖານະພາບພິເສດ.”

Britain EU
please wait
Embed

No media source currently available

0:00 0:00:34 0:00

XS
SM
MD
LG