ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ນາ​ຍົກ​ ລາວ ​ຍອມ​ຮັບ​ວ່າ ນັກ​ທ່ອງ​ທ່ຽວ ​ຊາວ​ຕ່າງ​ຊາດ ເດີນ​ທາງ​ມາ​ລາວ​ ຕ່ຳ​ກວ່າ​ຄາດ​ໝາຍ​ທີ່​ໄດ້​ວາງ​ໄວ້


2019 ທີ່​ຖື​ເປັນ​ປີ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ລະ​ຫວ່າງ ລາວ-ຈີນ ທີ່​ມີ​ເປົ້າ​ໝາຍ ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽງ​ຊາວ​ຈີນ ໃຫ້​ເດີນ​ທາງ​ເຂົ້າ​ມາ​ລາວ​ໃຫ້​ໄດ້​ເຖິງ 1 ລ້ານ​ຄົນ​
2019 ທີ່​ຖື​ເປັນ​ປີ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ລະ​ຫວ່າງ ລາວ-ຈີນ ທີ່​ມີ​ເປົ້າ​ໝາຍ ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽງ​ຊາວ​ຈີນ ໃຫ້​ເດີນ​ທາງ​ເຂົ້າ​ມາ​ລາວ​ໃຫ້​ໄດ້​ເຖິງ 1 ລ້ານ​ຄົນ​

ນາ​ຍົກ​ລັດ​ຖະ​ມົນ​ຕີ​ຍອມ​ຮັບ​ວ່າ ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ເດີນ​ທາງ​ມາ​ລາວ​ຕ່ຳ​ກວ່າ​ຄາດ​ໝາຍ​ທີ່​ໄດ້​ວາງ​ໄວ້ ໂດຍ​ມີ​ຈຳ​ນວນ​ພຽງ 3.45 ລ້ານ​ຄົນ ໃນ 9 ເດືອນ​ຜ່ານ​ມາ ແລະ​ຄິດ​ເປັນ 76.59 ເປີ​ເຊັນ ຂອງ​ແຜນ​ການ​ປີ 2019.


ທ່ານ​ທອງ​ລຸນ ສີ​ສຸ​ລິດ ນາ​ຍົກ​ລັດ​ຖະ​ມົນ​ຕີ ຖະ​ແຫລງຍອມ​ຮັບ​ວ່າ ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ເດີນ​ທາງ​ເຂົ້າ​ມາ​ລາວ ຈຳ​ນວນ 3.45 ລ້ານຄົນໃນ​ຊ່ວງ 9 ເດືອນ​ຂອງ​ປີ 2019 ໂດຍ​ຄິດເປັນ 76.59 ເປີ​ເຊັນ ຂອງ​ແຜນ​ການ​ປີ ແລະ​ເພີ່ມ​ຂຶ້ນ​ຈາກ​ລະ​ຍະ​ດຽວ​ກັນ​ໃນ​ປີ 2018 ໃນ​ອັດ​ຕາ​ສະ​ເລ່ຍ​ເຖິງ 11 ເປີ​ເຊັນ ຫາກ​ແຕ່​ກໍ​ຄາດ​ວ່າ ຈະ​ບໍ່​ສາ​ມາດ​ບັນ​ລຸ​ເປົາ​ໝາຍ​ທີ່​ວາງ​ໄວ້​ເຖິງ 4.5 ລ້ານ​ຄົນ​ໃນ​ແຜນ​ການ​ປີ 2019 ທີ່​ຖື​ເປັນ​ປີ ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ລະ​ຫວ່າງ ລາວ-ຈີນ ທີ່​ມີ​ເປົ້າ​ໝາຍ ຈະ​ດຶງ​ດູດ​ເອົາ​ນັກ​ທ່ອງ​ທ່ຽງ​ຊາວ​ຈີນ ໃຫ້​ເດີນ​ທາງ​ເຂົ້າ​ມາ​ລາວ​ໃຫ້​ໄດ້​ເຖິງ 1 ລ້ານ​ຄົນ​ດ້ວຍນັ້ນ ແຕ່​ການ​ທີ່​ຈະ​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ດັ່ງ​ກ່າວ​ໄດ້​ຢ່າງ​ແທ້​ຈິງນັ້ນ ກໍ​ບໍ່​ແມ່ນ​ເລື້ອງງ່າຍ ດັ່ງ​ທີ່​ທ່ານ​ທອງ​ລຸນ ໄດ້​ໃຫ້​ການ​ຢືນ​ຢັນ​ວ່າ:

“ການ​ປັບ​ປຸງ ແລະ​ການ​ສົ່ງ​ເສີມ​ການ​ທ່ອງ​ທ່ຽວ ຖື​ເປັນ​ບຸ​ລິ​ມະ​ສິດ​ສຳ​ຄັນ​ຂອງ​ລັດ​ຖະ​ບານ ທັງ​ເປັນ​ຂະ​ແໜງ​ເສດ​ຖະ​ກິດ ທີ່​ປະ​ເທດ​ເຮົາ​ມີ​ທ່າ​ແຮງ​ບົ່ມ​ຊ້ອນຫຼາຍ ແລ້ວ​ທີ່​ສາ​ມາດ​ຊຸກ​ຍູ້​ການ​ຜະ​ລິດ ແລະ​ການ​ບໍ​ລິ​ການ ເພື່ອ​ສົ່ງ​ອອກ​ກັບ​ທີ່ ແລະ​ເປັນ​ກຳ​ລັງ​ແຮງ​ທີ່​ສຳ​ຄອນ​ໃຫ້​ແກ່​ການ​ກະ​ຕຸ້ນ​ເສດ​ຖະ​ກິດ ແຕ່​ໃນ​ຕົວ​ຈິງ​ແລ້ວ ການ​ທ່ອງ​ທ່ຽງ​ຢູ່​ປະ​ເທດ​ເຮົາ​ໃນ​ປີນີ້ ກໍ​ຍັງ​ບໍ່​ທັນ​ຄຶກ​ຄັກ ແລະ​ອາດ​ຈະ​ບໍ່​ບັນ​ລຸ​ຕາມ​ຄາດ​ໝາຍ​ໃນ​ຈຳ​ນວນ​ນັກ​ທ່ອງ​ທ່ຽວ ເຂົ້າ​ມາ​ໃນ​ປະ​ເທດ​ຂອງ​ເຮົາ ທີ່​ວາງ​ໄວ້.”

ທັງ​ນີ້ ໂດຍ​ສາ​ເຫດ​ສຳ​ຄັນ​ທີ່​ເຮັດ​ໃຫ້​ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ເດີນ​ທາງ​ເຂົ້າ​ມາ​ໃນ​ລາວ ບໍ່​ເປັນ​ໄປ​ຕາມ​ຄາດ​ໝາຍນັ້ນ ກໍ​ເພາະ​ວ່າ ການ​ບໍ​ລິ​ຫານ​ງານ​ດ້ານ​ການ​ທ່ອງ​ທ່ຽວ​ຂອງ​ພ​າກ​ລັດ​ຖະ​ບານ ຍັງ​ມີ​ລັກ​ຊະ​ນະ​ທີ່​ຊ້ຳ​ຊ້ອນ​ກັນ ແລະ​ການ​ທ່ອງ​ທ່ຽວ​ຢູ່​ໃນ​ລາວ ມີ​ຄ່າ​ໃຊ້​ຈ່າຍ​ຕ່າງໆ ສູງກວ່າ​ປະ​ເທດ​ເພື່ອນ​ບ້ານ ຈຶ່ງ​ເຮັດ​ໃຫ້​ນັກ​ທ່ອງ​ທ່ຽວບໍ່​ຢາກ​ເດີນ​ທາງ​ເຂົ້າ​ມາ​ລາວ​ອີກ ເຖິງ​ແມ່ນ​ວ່າ ໃນ 9 ເດືອນ​ຂອງ​ປີ 2019 ນີ້ ຈະ​ມີ​ນັກ​ທ່ອງ​ທ່ຽວ​ຕ່າງ​ຊາດ ເດີນ​ທາງ​ເຂົາ​ມາ​ລາວ​ເພີ້ມ​ຂຶ້ນ​ເຖິງ 11 ເປີ​ເຊັນ ທຽບ​ໃສ່​ຊ່ວງ​ດຽວ​ກັນ​ໃນປີ 2018 ກໍ​ຕາມ ແຕ່​ວ່າ ກໍ​ຍັງ​ຕ່ຳ​ກວ່າ​ເປົ້າ​ໝາຍ​ທີ່​ວາງ​ໄວ້ 4.5 ລ້ານ​ຄົນ ໃນ​ອັດ​ຕາມ ສະ​ເລ່ຍ​ທີ່​ເກີນກວ່າ 23 ເປີ​ເຊັນ ຂອງ​ແຜນ​ການ​ຕະຫຼອດ​ປີ 2019 ນີ້.

ບັນ​ດາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງຊາດ ທີ່​ເຂົ້າ​ມາ​ໃນ​ລາວ ໂດຍ​ສ່ວນ​ໃຫຍ່ ມັກ​ຈະ​ໄປ​ທ່ຽວ​ເຂດ​ວັງ​ວຽງ ໃນ​ແຂວງວຽງ​ຈັນ ແລະ​ເມືອງ​ມໍ​ລະ​ດົກ​ໂລກ ຫຼວງ​ພະ​ບາງ​ ແລະ​ສະ​ຖານ​ທີ່​ທຳ​ມະ​ຊາດ​ຕ່າງໆ
ບັນ​ດາ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງຊາດ ທີ່​ເຂົ້າ​ມາ​ໃນ​ລາວ ໂດຍ​ສ່ວນ​ໃຫຍ່ ມັກ​ຈະ​ໄປ​ທ່ຽວ​ເຂດ​ວັງ​ວຽງ ໃນ​ແຂວງວຽງ​ຈັນ ແລະ​ເມືອງ​ມໍ​ລະ​ດົກ​ໂລກ ຫຼວງ​ພະ​ບາງ​ ແລະ​ສະ​ຖານ​ທີ່​ທຳ​ມະ​ຊາດ​ຕ່າງໆ

ທາງ​ດ້ານ ທ່ານ​ສົມ​ພູ ດວງ​ສະ​ຫວັນ ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ວັດ​ທະ​ນະ​ທຳ-ສັງ​ຄົມ ສະ​ພາ​ແຫ່ງ​ຊ​າດ ລາວ ຖະ​ແຫລງວ່າ ການ​ຈັດ​ຕັ້ງ​ປະ​ຕິ​ບັດ​ທີ່​ຜິດ​ລະ​ບຽບ​ກົດ​ໝາຍ ແລະ​ໄດ້​ມາດ​ຕະ​ຖານ​ໃນ​ພາກ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ຄື​ສາ​ເຫດ​ສຳ​ຄັນ ທີ່​ເຮັດ​ໃຫ້ ລັດ​ຖະ​ບານລາວ ບໍ່​ສາ​ມາດ​ບັນ​ລຸ​ເປົ້າ​ໝາຍ​ທີ່​ວາງ​ໄວ້ ຈຶ່ງ​ເຮັດ​ໃຫ້ຈະ​ຕ້ອງ​ມີ​ການ​ປັບ​ປຸງ-ແກ້​ໄຂ​ຢ່າງ​ຮີບ​ດ່ວນ​ໃນ​ທຸກໆ​ດ້ານ ດັ່ງ​ທີ່ທ່ານ​ສົມ​ພູ ໄດ້​ຖະ​ແຫລງ​ຢືນ​ຢັນ​ວ່າ:

“ຮີບ​ຮ້ອນ​ປັບ​ປຸງ​ການ​ແບ່ງ​ຂັ້ນ​ຄຸ້ມ​ຄອງ ລະ​ຫວ່າງ​ສູນ​ກາງ ແລະ​ທ້ອງ​ຖິ່ນ ກັບ​ຂະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ໃຫ້​ມີ​ຄວາມ​ຈະ​ແຈ້ງ ມີ​ນະ​ໂຍ​ບາຍ​ຊຸກ​ຍູ້​ຕໍ່​ຜູ້​ປະ​ກອບ​ການ​ທຸ​ລະ​ກິດ​ທ່ອງ​ທ່ຽວ ຜູ້​ຜະ​ລິດ​ເຄື່ອງ​ຫັດ​ທະ​ກຳ ທີ່​ເປັນ​ເອກ​ກະ​ລັກ​ຂອງ​ທ້ອງ​ຖິ່ນ ແລະ​ຜະ​ລິດ​ກະ​ສິ​ກຳ​ສ​ະ​ອາດ ກຳ​ນົດ​ມ​າດ​ຕະ​ຖານ​ພາ​ຫະ​ນະ​ຂົນ​ສົ່ງ-ທ່ອງ​ທ່ຽວ ແລະ​ກຳ​ນົດ​ລາ​ຄາ​ສະ​ເລ່ຍ​ຕ່ຳ​ສຸດ​ໃນ​ການ​ທ່ອງ​ທ່ຽວ​ຢູ່ ສ​ປ​ປ ລາວ ໃຫ້​ຊັດ​ເຈນ ແຕ່​ຕັ້ງ​ຄະ​ນະ​ຄຸ້​ມ​ຄອງ​ລາ​ຄາ​ສິນ​ຄ້າ ແລະ​ຄ່າ​ບໍ​ລິ​ການ​ທ່ອງ​ທ່ຽວ​ໃຫ້​ເປັນ​ຮູບ​ປະ​ທຳ ມີ​ກົນ​ໄກ​ຄຸ້ມ​ຄອງ​ເຂົ້​າ​ຊົມ ແລະ​ຄ່າ​ບໍ​ລິ​ການ ຢູ່​ສະ​ຖານ​ທີ່​ທ່ອງ​ທ່ຽວ​ໃຫ້​ເປັນ​ເອກ​ກະ​ພາບ​ທົ່ວ​ປະ​ເທດ.”

ທາງ​ດ້ານ ພັນ​ເອກ ກິດ​ຕະ​ວົງ ສຸ​ລິ​ຍາ ຫົວ​ໜ້າ​ກົມ​ຕຳຫຼວດ​ທ່ອງ​ທ່ຽວ ກ​ະ​ຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ພາຍ​ໃນ ໃຫ້​ການຍອມ​ຮັບ​ວ່າ ມີ​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ທ່ອງ​ທ່ຽວ ຈຳ​ນວນ​ນຶ່ງ​ທີ່​ປະ​ຕິ​ບັດ​ໜ້າ​ທີ່ ບໍ່​ເປັນ​ໄປ​ຕາມ​ລະ​ບຽບ​ກົດ​ໝາຍ ດ້ວຍ​ການ​ສວຍ​ໃຊ້​ໂອ​ກາດ​ປັບ​ໃໝ ຫຼື​ຮຽກ​ຮັບ​ເອົາ​ເງິນ​ຈາກ​ບັນ​ດາ​ບໍ​ລິ​ສັດ ແລະ​ນັກ​ທ່ອງ​ທ່ຽວ​ຊາວ​ຕ່າງ​ຊາດ ທີ່​ດຳ​ເນີນ​ທຸ​ລະ​ກິດ​ຜິດ​ລະ​ບຽບ​ກົດ​ໝາຍ​ການ​ທ່ອງ​ທ່ຽວ​ໃນ​ລາວ ແລະ​ເອົາ​ເງິນ​ທີ່​ໄດ້​ຈາກ​ການ​ປັບ​ໃໝ​ນັ້ນ ໄປ​ເປັນ​ຜົນ​ປະ​ໂຫຍດ​ສ່ວນ​ຕົວ.

ທາງ​ດ້ານ​ສະ​ມ​າ​ຄົມ​ວິ​ໄຈ​ການ​ທ່ອງ​ທ່ຽວ​ອາ​ຊຽນ ລະ​ບຸ​ວ່າ ລັດ​ຖະ​ບານ​ລາວ ຈະ​ຕ້ອງ​ດຳ​ເນີນ​ມາດ​ຕະ​ການ​ຢ່າງ​ຮອບ​ດ້ານ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ປັບ​ປຸງ​ເພື່ອ​ຍົກ​ລະ​ດັບ​ຄຸນ​ນະ​ພາບ​ການ​ທ່ອງ​ທ່ຽວໃນ​ລາວ ​ໃ​ຫ້​ໄດ້ມາດ​ຕະ​ຖານ​ສາ​ກົນ​ຢ່າງ​ແທ້​ຈິງ ທັງ​ນີ້ ດ້ວຍ​ການ​ເພັ່ງ​ເລັງ​ໃສ່​ການ​ຄຸ້ມ​ຄອງ​ສະ​ຖານ​ບັນ​ເທີງ ແລະ​ບໍ​ລິ​ການ​ຕ່າງໆ ເພື່ອ​ໃຫ້​ດຳ​ເນີນ​ທຸ​ລະ​ກິ​ດ​ຕາມ​ລະ​ບຽບ​ກົດ​ໝາຍ​ຢ່າງ​ເຂັ້ມ​ງວດ ທັງ​ຈະ​ຕ້ອງ​ສ້າງ​ນິ​ຕິ​ກຳ​ໃໝ່​ໃນ​ການ​ຄຸ້ມ​ຄອງ ທຸ​ລະ​ກິດ​ບໍ​ລິ​ການ ແລະ​ທ່ອງ​ທ່ຽວ​ໃຫ້​ສາມ​າດ​ແຂ່ງ​ຂັນ​ກັບ​ເພື່ອນ​ບ້ານ​ໄດ້ ຢ່າງ​ແທ້​ຈິງ​ອີກ​ດ້ວຍ ເພາະ​ພາກ​ການ​ທ່ອງ​ທ່ຽວ​ໃນ​ລາວ ມີ​ລາຍ​ຮັບ​ຕ່ຳ​ສຸດ​ໃນ​ອາ​ຊຽນ ໂດຍ​ໄທ​ມີ​ລາຍ​ຮັບ​ຮ​ຈາກ​ການ​ທ່ອງ​ທ່ຽວ​ສູງ​ສຸດ ກໍ​ຄືຫຼາຍກວ່າ 62,870 ລ້ານ​ໂດ​ລາ ສ່ວນ ສ​ປ​ປ ລາວ ມີ​ລາຍ​ຮັບ​ຈາ​ກ​ການ​ທ່ອງ​ທ່ຽວ​ພຽງ​ແຕ່ 755 ລ້ານໂດ​ລາເທົ່າ​ນັ້ນ ຊຶ່ງ​ຕ່ຳ​ກວ່າ​ໄທ 83 ເທົ່າ​ໃນ​ປີ 2018 ສ່ວນ​ໃນ​ປີ 2019 ຄາດ​ວ່າ ຈະ​ມີ​ຊາວ​ຕ່າງ​ຊາດ​ເດີນ​ທາງ​ມາ​ທ່ອງ​ທ່ຽວ​ໃນ​ໄທ​ຫລາຍກວ່າ 40 ລ້ານ​ຄົນ ຫຼືຫຼາຍກວ່າ​ນັກ​ທ່ອງ​ທ່ຽງວຊາວຕ່າງ​ຊາດ​ທີ່​ເດີນ​ເຂົ້າ​ມາ​ໃນ​ລາວ ເກີນກວ່າ 10 ເທົ່າ​ຕົວ​ໃນ​ໄລ​ຍະ​ດຽວ​ກັນ.

XS
SM
MD
LG