ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ນິວຊີແລນ ຜ່ອນຜັນມາດຕະການ ກັກບໍລິເວນທີ່ເຂັ້ມງວດ ກ່ຽວກັບໄວຣັສໂຄໂຣນາ


ນາຍົກລັດຖະມົນຕີ ນິວຊີແລນ ທ່ານນາງຈາຊິນດາ ອາເດີນ
ນາຍົກລັດຖະມົນຕີ ນິວຊີແລນ ທ່ານນາງຈາຊິນດາ ອາເດີນ

ປະເທດນິວ ຊີແລນ ໄດ້ກ້າວເຂົາສູ້ເຂົ້າສູ່ບັ້ນໃໝ່ໃນຄວາມຄືບໜ້າຂອງເຂົາເຈົ້າກ່ຽວ
ກັບມາດຕະການກັກບໍລິເວນໄວຣັສໂຄໂຣນາທີ່ເຂັ້ມງວດ ໃນວັນຈັນມື້ນີ້ ດ້ວຍໂຮງຮຽນ
ແລະທຸລະກິດບາງແຫ່ງໄດ້ຮັບອະນຸຍາດໃຫ້ເປີດຄືນ.

ລັດຖະບານໄດ້ລາຍງານພຽງຫ້າກໍລະນີໃໝ່ ແລະ ນາຍົກລັດຖະມົນຕີທ່ານນາງຈາຊິນ
ດາ ອາເດີນ ໄດ້ກ່າວວ່າ ບັນດາເຈົ້າໜ້າທີ່ຈະສືບຕໍ່ຕິດຕາມເບິ່ງການຕິດ ເຊື້ອໄວຣັສໃໝ່ທຸກໆກໍລະນີ. ປະເທດ ນິວ ຊີແລນ ມີໄວຣັສໂຄໂຣນາທີ່ໄດ້ຮັບການຢືນຢັນ 1,100
ກໍລະນີ ແລະເສຍຊີວິດ 19 ຄົນ.

ທ່ານນາງ ອາເດີນ ໄດ້ກ່າວວ່າ “ມັນບໍ່ມີການແຜ່ລາມ, ບໍ່ມີການກວດພົບການ ຕິດຕໍ່ພະ
ຍາດໃນຊຸມຊົນໃນ ນິວ ຊີແລນ. ພວກເຮົາໄດ້ຊະນະການຕໍ່ສູ້ນັ້ນ.”

ການຜ່ອນເບົາຂໍ້ຫ້າມຕ່າງໆຈະອະນຸຍາດໃຫ້ປະຊາຊົນປະມານ​ 400,000 ຄົນ ກັບຄືນ
ໄປເຮັດວຽກ. ມັນໄດ້ເປັນເວລານຶ່ງເດືອນແລ້ວນັບຕັ້ງແຕ່ ນິວ ຊີແລນ ໄດ້ຮຽກຮ້ອງປະຊາຊົນໃຫ້ຢູ່ໃນບ້ານ ແລະສັ່ງໃຫ້ທຸລະກິດທີ່ບໍ່ຈຳເປັນປິດ. ທ່ານນາງ ອາເດີນ ກ່າວວ່າມັນຍັງໄວໂພດທີ່ຈະເວົ້າໄດ້ວ່າ ປະເທດຈະບັນລຸການບໍ່ມີຜູ້ຕິດ COVID-19 ອີກ, ເຊິ່ງເປັນບາດກ້າວທີ່ຈຳເປັນໃນການເປີດປະເທດຄືນຢ່າງເຕັມທີ່.

ສ່ວນນຶ່ງຂອງແຜນຍຸດທະສາດການເປີດປະເທດຄືນໃນປະເທດ ອອສເຕຣເລຍ ທີ່ຢູ່ໃກ້
ຄຽງ ແມ່ນການໃຊ້ແອັບພລີເຄຊັ້ນ ໂທລະສັບສະຫຼາດ ທີ່ມີຈຸດປະສົງ ເພື່ອຊ່ວຍລັດຖະ
ບານຂອງລັດຕ່າງໆ ແລະ ພະນັກງານປິ່ນປົວສຸຂະພາບ ຕິດ ຕາມຜູ້ທີ່ໃກ້ຊິດ ກັບຜູ້ທີ່ຖືກກວດເປັນຜົນບວກສຳລັບໄວຣັສໂຄໂຣນາ.

ການຕິດຕາມດັ່ງກ່າວ ຈະຊ່ວຍບັນດາເຈົ້າໜ້າທີ່ຄຳນວນວ່າ ຜູ້ໃດຄວນຢູ່ປ່ຽວ ແລະຜູ້ໃດທີ່ອາດຕ້ອງໄດ້ຮັບການກວດໂຣກ ເພື່ອປ້ອງກັນການແຜ່ລາມຕໍ່ໄປ.

ລັດຖະມົນຕີສາທາລະນະສຸກທ່ານ ເກຣັກ ຮັ້ນ ໄດ້ກ່າວໃນວັນຈັນມື້ນີ້ວ່າ ປະຊາຊົນອອສເຕຣເລຍ ຫຼາຍກວ່າ 1 ລ້ານ 1 ແສນຄົນໄດ້ດາວໂຫຼດ ແອັບພລີເຄ-ຊັ້ນ ດັ່ງກ່າວແລ້ວ.

ບາງປະເທດ ທີ່ໄດ້ຮັບຜົນກະທົບໜັກສຸດ ໂດຍໂຣກລະບາດດັ່ງກ່າວ ໄດ້ລາຍງານຈຳ ນວນຜູ້ເສຍຊີວິດທີ່ຫຼຸດລົງໃນແຕ່ລະວັນເມື່ອວັນອາທິດວານນີ້, ໂດຍປະເທດ ອິຕາລີ,
ສເປນ ແລະອັງກິດ ເວົ້າວ່າຈຳນວນຜູ້ ເສຍຊີວິດສູງສຸດແມ່ນຕໍ່າທີ່ສຸດໃນຮອບປະມານນຶ່ງເດືອນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG