ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເດືອນສຸດທ້າຍ ຂອງ ປຣີໂກຊິນ ໄດ້ຖືກປົກຄຸມໄປດ້ວຍຄໍາຖາມ ກ່ຽວກັບສິ່ງທີ່ວັງເຄຣມລິນ ກະກຽມໄວ້ສໍາລັບທ່ານ


ແຟ້ມພາບ - ຫົວ​ໜ້າທະຫານຮັບກຸ່ມເວັກເນີ (Wagner) ທ່ານ Yevgeny Prigozhin ອອກ​ຈາກ​ສໍາ​ນັກ​ງານ​ໃຫຍ່​ຂອງ​ເຂດ​ທະ​ຫານ​ພາກ​ໃຕ້ ທ່າມກາງ​ການ​ຖອນ​ຕົວ​ຂອງ​ກຸ່ມ​ອອກ​ຈາກ​ເມືອງໂ​ຣສຕອບ-ອອນ-ດອນ (Rostov-on-Don) ໃນຣັດ​ເຊຍ, ວັນທີ 24 ມິ​ຖຸ​ນາ 2023
ແຟ້ມພາບ - ຫົວ​ໜ້າທະຫານຮັບກຸ່ມເວັກເນີ (Wagner) ທ່ານ Yevgeny Prigozhin ອອກ​ຈາກ​ສໍາ​ນັກ​ງານ​ໃຫຍ່​ຂອງ​ເຂດ​ທະ​ຫານ​ພາກ​ໃຕ້ ທ່າມກາງ​ການ​ຖອນ​ຕົວ​ຂອງ​ກຸ່ມ​ອອກ​ຈາກ​ເມືອງໂ​ຣສຕອບ-ອອນ-ດອນ (Rostov-on-Don) ໃນຣັດ​ເຊຍ, ວັນທີ 24 ມິ​ຖຸ​ນາ 2023

ຊີວິດສອງເດືອນສຸດທ້າຍ ຂອງເຢັບ​ເກນີ ປຣີໂກຊິນ (Yevgeny Prigozhin) ແມ່ນເຕັມໄປດ້ວຍຄວາມລຶກລັບ. ​ເມື່ອ​ຜູ້ນຳ​ທະຫານ​ຮັບຈ້າງຣັດ​ເຊຍ​ໄດ້ກໍ່ກະບົດຕໍ່​ກອງທັບຣັດ​ເຊຍ​ໃນ​ເດືອນ​ມິຖຸນາ​ຜ່ານ​ມາ, ປະທານາທິບໍດີຣັດເຊຍ ທ່ານ ວະລາດີເມຍ ປູຕິນ (Vladimir Putin) ​ໄດ້ປະນາມການກະທຳດັ່ງກ່າວວ່າເປັນ “ການກະບົດ” ​ແລະ​ປະຕິຍານ​ວ່າ​ຈະ​ລົງ​ໂທດ, ອິງຕາມອົງການຂ່າວ ເອພີ (AP). ແຕ່ຫຼັງຈາກນັ້ນ ທ່ານໄດ້ຍຸດຕິຄຳສັນຍາ ໂດຍບໍ່ດໍາເນີນຄະດີຫົວຫນ້າກຸ່ມແວັກເນີ (Wagner). ສອງເດືອນຕໍ່ມາ, ​ເຮືອ​ບິນ​ອາຍ​ພົ່ນ​ທຸ​ລະ​ກິດ ຂອງທ່ານ ປຣີໂກຊິນ (Prigozhin) ໄດ້ຕົກຈາກທ້ອງຟ້າ. ຄະນະ​ກຳມະການ​ສືບສວນ​ຂອງຣັດ​ເຊຍ​ກ່າວ​ໃນ​ວັນ​ອາທິດວານນີ້ວ່າ ຕົນ​ໄດ້​ລະບຸ​ຕົວ​ບຸກຄົນ​ທັງ​ໝົດ 10 ຄົນ​ທີ່​ຢູ່​ໃນ​ຍົນລຳດັ່ງກ່າວ ​ແລະໄດ້​ເສຍ​ຊີວິດ​ໃນ​ອຸບັດ​ຕິເຫດ​ຄັ້ງນີ້ ລວມທັງທ່ານ ປຣີໂກຊິນ (Prigozhin). ວັງເຄຣມລິນ (Kremlin) ​ໄດ້​ປະຕິ​ເສດ​ວ່າ ຕົນ​ບໍ່ໄດ້ວາງແຜນ​ການ​ໂຈມ​ຕີ​ຄັ້ງ​ນີ້ ເພື່ອ​ແກ້​ແຄ້ນ​ຕໍ່ການ​ກໍ່​ກະບົດ ​ຂອງ​ທ່ານ ປຣີໂກຊິນ (Prigozhin). ອາທິດສຸດທ້າຍຂອງ ທ່ານ ປຣີໂກຊິນ (Prigozhin) ໄດ້ຖືກປົກຄຸມໄປດ້ວຍຄໍາຖາມກ່ຽວກັບສິ່ງທີ່ວັງເຄຣມລິນ (Kremlin) ກະກຽມໄວ້ສໍາລັບທ່ານ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG