ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

75 ຄົນ ຖືກສັງຫານ ທີ່ ສາທາລະນະລັດ ອາຟຣິກາກາງ


ແຜນທີ່ ສາທາລະນະລັດ ອາຟຣິກາກາງ
ແຜນທີ່ ສາທາລະນະລັດ ອາຟຣິກາກາງ
ຄຸນ​ພໍ່​ຄົນ​ນຶ່ງທີ່ສາທາລະນະ​ລັດອາ​ຟຣິກາ​ກາງກ່າວ​ວ່າ ຢ່າງ​ໜ້ອຍ
75 ຄົນ ​ໄດ້​ຖືກ​ສັງຫານ​ ຢູ່​ໃນຄວາມ​ຮຸນແຮງຮອບໃໝ່ ​ທາງສາສະ
ໜາ​.

ຄຸນ​ພໍ່ Cassien Kamatari ກ່າວ​ວ່າ ການ​ສັງຫານ​ໄດ້​ເກີດ​ຂື້ນ​ໃນ
ໄລຍະຫົກ​ມື້ ​ທີ່​ຜ່ານ​ມາ ຢູ່​ບ້ານ Boda 100 ກິ​ໂລ​ແມັດ ​ຫ່າງຈາກ​
ນະຄອນຫຼວງ Bangui ໄປທາງທິດຕາເວັນຕົກ ຫລັງ​ຈາກ ອະດີດ
ພວກ​ກະບົດ Seleka ​ໄດ້​ຢຸດ​ແວ່ ຢູ່​ໃນ​ບ້ານດັ່ງກ່າວ.

​ໃນ​ການໃຫ້​ສໍາພາດ ກັບພະ​ແນ​ກພາສາ​ຝຣັ່ງໄປຍັງອາ​ຟຣິກາ ຄຸນ
ພໍ່ Kamatari ກ່າວ​ວ່າ ກ່ອນ​ໜີອອກຈາກບ້ານ Boda ໃນ​ວັນ​ອັງ
ຄານ​ແລ້ວ​ນີ້ພວກ​ນັກ​ລົບໄດ້ ​ທາງຫຼວງສາຍສໍາຄັນໄປຍັງບ້ານດັ່ງກ່າວ​ແລະ​ເອົາ​ອາວຸດ​ໃຫ້​ບັນດາປະຊາຊົນ​ຊາວມຸສ​ລິ​ມໃນທ້ອງ​ຖິ່ນ. ​ເລີ້ມ​ແຕ່ແລງວັນອັງຄານເປັນຕົ້ນມາ ຄຸນພໍ່ເວົ້າ
ວ່າ ປະຊາຊົນໄດ້​ຍິນ​ສຽງ​ຍິງ​ປືນດັງຂຶ້ນ.

ຄຸນ​ພໍ່​ໄດ້​ຫລົບ​ໜີແຕ່​ເພິ່ນ​ກ່າວ​ວ່າ ​ແຫ​ລ່ງຂ່າວ​ຂອງ​ເພິ່ນ​ຢູ່​ໃນ​ບ້ານ Boda ແຈ້ງ ໃຫ້ຊາບ​ວ່າ
ຈໍານວນ​ຜູ້​ເສຍ​ຊີວິດມີ​ຢູ່ 75 ຄົນຄື 15 ​ສົບ​ຢູ່ທີ່​ໂຮງໝໍ​ແລະ​ອີກ 60 ສົບ​ຢູ່​ໃນບໍລິເວນເດີ່ນວັດ
ຄາ​ໂທ​ລິກ. ຄຸນພໍ່ Kamatari ກ່າວ​ວ່າ ​ແຫ​ລ່ງຂ່າວ​ຂອງ​ເພິ່ນ “ບໍ່ສາມາດໄປກວດເບິ່ງທຸກໆ​
ບ່ອນດັ່ງນັ້ນຈຶ່ງອາດ​ຈະ​ມີ​ຈໍານວນຜູ້ເສຍຊີວິດ​ສູງ​ກວ່ານີ້.”

ຄຸນພໍ່ Kamatari ກ່າວ​ວ່າ ​ບ້ານ Boda ​ຂາດ​ເຂີນ​ອາຫານແລະ​ນໍ້າແລະ​ຮ້ອງ ​ຂໍໃຫ້ກໍາລັງ
ນາໆ​ຊາດ​ ເຂົ້າ​ແຊກ​ແຊງ.

ສາທາລະນະ​ລັດອາ​ຟຣິກາ​ກາງ ກໍາລັງ​ປະເຊີນ​ກັບ​ຄຶ້ນ​ຟ​ອງຄວາມ​ຮຸນ​ແຮງທາງ ສາສະໜາ
ຊຶ່ງເຮັດ​ໃຫ້​ຫລາຍ​ກວ່າ 800,000 ຄົນ ​ຕ້ອງໄດ້ອົບພະຍົບຫລົບໜີ ຈາກ​ທີ່ຢູ່​ອາ​ໄສ.




XS
SM
MD
LG