ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເຢຍ​ຣະ​ມັນ ເວົ້າ​ວ່າ​ ເຂົາ​ເຈົ້າ​ຈະ​ບໍ່​ຄັດ​ຄ້ານ ຖ້າ ໂປ​ແລນ ສົ່ງ​ລົດ​ຖັງ Leopard 2 ໄປ​ໃຫ້ ຢູ​ເຄ​ຣນ


ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ, ກາງ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌, ຕອບ​ຄຳ​ຖາມ​ຈາກ​ນັກ​ຂ່າວ ​ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ເຂົ້າ​ຮ່ວມ​ການ​ສະ​ເໜີ​ໂຄງ​ການ​ອຸດ​ສາ​ຫະ​ກຳ ຝ​ຣັ່ງ-ເຢຍ​ຣະ​ມັນ, ນະ​ຄອ​ນຫຼວງ ປາ​ຣີ, 22 ມັງ​ກອນ 2023.
ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາກ​ຣົງ, ກາງ, ແລະ ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌, ຕອບ​ຄຳ​ຖາມ​ຈາກ​ນັກ​ຂ່າວ ​ໃນ​ຂະ​ນະ​ທີ່​ພວກ​ເພິ່ນ​ເຂົ້າ​ຮ່ວມ​ການ​ສະ​ເໜີ​ໂຄງ​ການ​ອຸດ​ສາ​ຫະ​ກຳ ຝ​ຣັ່ງ-ເຢຍ​ຣະ​ມັນ, ນະ​ຄອ​ນຫຼວງ ປາ​ຣີ, 22 ມັງ​ກອນ 2023.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ​ຂອງ ເຢຍ​ຣະ​ມັນ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ວ່າ ເຢຍ​ຣ​ະ​ມັນ ຈະ​ບໍ່​ຄັດ​ຄ້ານ​ຖ້າ ໂປ​ແລ​ນ ຕັດ​ສິນ​ໃຈ ​ສົ່ງ​ລົດ​ຖັງ​ທີ່​ເຮັດ​ໂດຍ ເຢ​ຍ​ຣະ​ມັນ ໃຫ້ ຢູ​ເຄ​ຣນ ເພື່ອ​ຊ່ວຍ​ເຫຼືອ​ ໃນ​ການ​ຕໍ່​ສູ້​ຂອງ​ເຂົາ​ເຈົ້າ​ກັບ​ ຣັດ​ເຊຍ ທີ່​ທຳ​ການ​ບຸກ​ລຸກ.

ທ່ານນາງ ອາ​ນ​ນາ​ເລ​ນາ ແບ​ບັອກ ໄດ້​ກ່າວ​ຕໍ່​ໂທ​ລະ​ພາບ​ຝ​ຣັ່ງ ຊ່ອງ LCI ໃນ​ຂະ​ນະ​ທີ່​ ໂປ​ແລນ ບໍ່​ໄດ້​ຂໍ​ອະ​ນຸ​ຍາດ​ທີ່​ຈະ​ສົ່ງ​ອອກ​ລົດ​ຖັງ ລຽວ​ປາດ 2 (Leopard 2) ໃຫ້ຢູ​ເຄ​ຣນ ວ່າ, ທ່ານ​ນາງ​ໄດ້​ກ່າວ​ວ່າ​ຖ້າ​ມີ​ການ​ຂໍ​ຮ້ອງ, “ພວ​ກ​ເຮົາ​ຈະ​ບໍ່​ຢືນ​ຂວາງ​ທາງ.”

ຢູ​ເຄ​ຣ​ນ ໄດ້​ພະ​ຍາ​ຍາມ​ຂໍ​ລົດ​ຖັງ​ໜັກ​ມາ​ດົນ​ນານ ເພື່ອ​ຕໍ່​ສູ້​ກັບ​ກອງ​ກຳ​ລັງ ຣັດ​ເຊຍ ດ້ວຍ​ການ​ໃຊ້​ລົດ​ຖັງ​ທີ່​ທັນ​ສະ​ໄໝ​ກວ່າ​ລົດ​ທີ່​ຢູ່​ໃນ​ຄັງ​ອາ​ວຸດ​ຂອງ ຢູ​ເຄ​ຣນ. ຈົນ​ມາ​ຮອດ​ການ​ໃຫ້​ຄຳ​ເຫັນ​ຂອງ​ທ່ານ​ນາງ ແບ​ບັອກ ໃນ​ວັນ​ອາ​ທິດ​ວານນີ້, ເຢຍ​ຣະ​ມັນ ແມ່ນ​ໄດ້​ສະ​ຫງວນ​ທ່າ​ທີ​ເພື່ອ​ສົ່ງ​ລົດ​ຖັງ ລຽວ​ປາດ 2 ຂອງ​ເຂົາ​ເຈົ້າ​ເອງ​ໄປ​ໃຫ້ ຢູ​ເຄ​ຣນ ຫຼື ອະ​ນຸ​ມັດ​ການ​ນຳ​ສົ່ງ​ຂອງ​ເຂົາ​ເຈົ້າ​ໂດຍ​ປະ​ເທດ​ຕ່າງໆ​ຜູ້​ທີ່​ຊື້​ລົດ​ຖັງ​ນັ້ນ​ຈາກ ເຢຍ​ຣ​ະ​ມັນ.

ໃນ​ຕອນ​ເຊົ້າ​ວັນ​ອາ​ທິດ​ວານນີ້, ບັນ​ດາ​ເຈົ້າ​ໜ້າ​ທີ່ ຝ​ຣັ່ງ ແລະ ເຢຍ​ຣະ​ມັນ ໄດ້​ຈັດ​ກອງ​ປະ​ຊຸມ​ສຸດຍອດ​ໃນ
ຝ​ຣັ່ງ ເພື່ອ​ປຶກ​ສາ​ຫາ​ລື​ການ​ສົ່ງ​ອາ​ວຸດ​ເພີ່ມ​ເຕີມ​ໃຫ້ ຢູ​ເຄ​ຣນ.

ນາ​ຍົກ​ລັດ​ຖະ​ມົນ​ຕີ ເຢຍ​ຣະ​ມັນ ທ່ານ ໂອ​ລາ​ຟ ໂຊ​ລ​ສ໌ ບໍ່​ໄດ້​ເວົ້າ​ວ່າ​ ເຢຍ​ຣ​ະ​ມັນ ຈະ​ເຫັນ​ດີ​ເພື່ອ​ສະ​ໜອງ ຢູ​ເຄ​ຣນ ດ້ວຍ​ການ​ສົ່ງ​ລົດ​ຖັງ​ຕໍ່​ສູ້​ນັ້ນ​ໄປ​ໃຫ້ຫຼືບໍ່, ແຕ່​ອົງ​ການ​ຂ່າວ ຣອຍ​ເຕີ ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ທ່ານ​ວ່າການ​ຕັດ​ສິນ​ໃຈ​ແບບ​ນັ້ນ​ຈະ​ຖືກ​ເຮັດ​ຂຶ້ນ​ດ້ວຍ​ການ​ປະ​ສານ​ງານ​ກັບ​ບັນ​ດາ​ພັນ​ທະ​ມິດ​ລວມ​ທັງ ສະ​ຫະ​ລັດ.

ປະ​ທາ​ນາ​ທິ​ບໍ​ດີ ຝ​ຣັ່ງ ທ່ານ ເອັມ​ມາ​ນູ​ແອ​ລ ມາ​ກ​ຣົງ ໄດ້​ກ່າວ​ວ່າ​ທ່ານບໍ່​ໄດ້​ປະ​ຕິ​ເສດ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ນຳ​ສົ່ງ​ລົດ​ຖັ​ງ ເລີ​ເຄ​ລີກ (Leclerc) ໄປ​ໃຫ້​ ຢູ​ເຄ​ຣນ. ແນວ​ໃດ​ກໍ່​ຕາມ, ທ່ານ​ໄດ້​ເຕືອນ​ວ່າ, ການ​ສົ່ງ​ລົດ​ຖັງ​ຕ່າງໆ​ຈະ​ຕ້​ອງ​ບໍ່​ເປັນ​ອັນ​ຕະ​ລາຍ​ຕໍ່​ຄວາມ​ປອດ​ໄພ​ຂອງ ຝ​ຣັ່ງ ຫຼື ຂະ​ຫຍາຍ​ສົງ​ຄາມ​ລະ​ຫວ່າງ ຢູ​ເຄ​ຣນ ແລະ ຣັດ​ເຊຍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ອັງ​ກິດ ທ່ານ ເຈມ​ສ໌ ເຄຼ​ເວີ​ລີ ໄດ້​ກ່າວ​ໃນ​ວັນ​ອາ​ທິດ​ວານນີ້​ໃນ​ການ​ສຳ​ພາດ​ກັບ​ໂທ​ລະ​ພາບ Sky News ວ່າ​ທ່ານ​ຢາກ​ເຫັນ​ ຢູ​ເຄ​ຣນ “ມີ​ອຸ​ປະ​ກອນ​ຕ່າງໆ​ຄື​ລົດ​ຖັງ ​ລຽວປາດ 2.” ສະ​ມາ​ຊິກ​ສະ​ພາ​ຕ່ຳ ສະ​ຫະ​ລັດ ທ່ານ ໄມ​ເຄິ​ລ ແມັກ​ຄອ​ລ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ພົວ​ພັນ​ຕ່າງ​ປະ​ເທດ​ສະ​ພາ​ຕ່ຳ ສະ​ຫະ​ລັດ ສັງ​ກັດ​ພັກ​ຣີ​ພັບ​ບ​ລີ​ກັນໄດ້​ກ່າວ​ຕໍ່ລາຍ​ການ This Week ຂອງໂທ​ລະ​ພາບ ABC ວ່າ​ສະ​ຫະ​ລັດ ຈະ​ສະ​ໜອງ​ລົດ​ຖັງ​ຕໍ່​ສູ້​ໜັກ Abram ໃຫ້​ຢູ​ເຄ​ຣນ ເພື່ອ​ສະ​ໜັບ​ສະ​ໜູນ​ໃຫ້ ເຢຍ​ຣ​ະ​ມັນ ສົ່ງ​ລົດ​ຖັງ ລຽວ​ປາດ 2 ຂອງ​ເຂົາ​ເຈົ້າ​ເຊັ່ນ​ກັນ.

ທ່ານ​ໄດ້​ກ່າວ​ວ່າ “ລົດ​ຖັງ ເອ​ແບ​ຣມ ພຽງ​ນຶ່ງ​ຄັນ​ກໍ​ຈະ​ພຽງ​ພໍ​ເພື່ອ​ເຮັດ​ໃຫ້​ພັນ​ທິ​ມິດ, ໂດ​ຍ​ສະ​ເພາະ ເຢຍ​ຣະ​ມັນ, ເປີດສາງ​ລົດ​ຖັງ​ຂອງ​ເຂົາ​ເຈົ້າ​ສຳ​ລັບ​ການ​ຕໍ່​ສູ້​ກັບ ຣັດ​ເຊຍ.”

ອ່ານ​ຂ່າວນີ້​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG