ທ່ານນາງ ສະແຕັບຟານີ ກຣິສຊຳ ໂຄສົກທຳນຽບຂາວ ຜູ້ທີ່ບໍ່ເຄີຍຈັດກອງປະຊຸມຖະແຫລງແຈ້ງສະພາບການແກ່ສື່ມວນຊົນ ໃນລະຫວ່າງທີ່ທ່ານນາງ ໄດ້ເຂົ້າຮັບຕຳແໜ່ງມາເປັນເວລາເກົ້າເດືອນແລ້ວນັ້ນ ແມ່ນໄດ້ຖືກສັບປ່ຽນໜ້າທີ່ ໃນການປະຈຳການຢູ່ກ້ຳຕາເວັນຕົກ ໄປຢູ່ກ້ຳຕາເວັນອອກຂອງທຳນຽບຂາວ ບ່ອນທີ່ທ່ານນາງ ຈະໄດ້ເປັນຫົວໜ້າທີ່ປຶກສາແລະເປັນໂຄສົກຂອງສະຕີໝາຍເລກນຶ່ງ ທ່ານນາງເມລາເນຍ ທຣຳ.
“ຂ້າພະເຈົ້າຮູ້ສຶກກະຕືລືລົ້ນ ທີ່ຈະຕ້ອນຮັບທ່ານນາງສະເຕັບຟານີ ກັບຄືນມາໃນທີມ ໃນບົດບາດໃໝ່ນີ້” ສະຕີໝາຍເລກນຶ່ງໄດ້ກ່າວ ໃນຖະແຫລງ ການສະບັບນຶ່ງ ທີ່ໄດ້ນຳອອກເຜີຍແຜ່ເມື່ອຕອນເຊົ້າວັນອັງຄານວານນີ້. ສະຕີໝາຍເລກນຶ່ງ ໄດ້ກ່າວອີກວ່າ “ເພິ່ນໄດ້ມາເປັນຫຼັກສຳຄັນ ແລະເປັນຜູ້ນຳທີ່ແທ້ຈິງໃນຄະນະລັດຖະບານຈາກຕັ້ງແຕ່ມື້ທຳອິດ ແລະຂ້າພະເຈົ້າຮູ້ດີວ່າ ເພິ່ນຈະປະຕິບັດໜ້າທີ່ໃນຖານະເປັນທີ່ປຶກສາໄດ້ຢ່າງດີເລີດ.”
ທ່ານນາງກຣິສຊຳ ອາຍຸ 43 ປີ ຈະເຂົ້າດຳລົງຕຳແໜ່ງແທນ ທ່ານນາງ ລິນເຊ ເຣໂນລສ໌ ຜູ້ທີ່ໄດ້ລາອອກເມື່ອຕົ້ນສັບປະດານີ້ “ເພື່ອໄປດູແລເບິ່ງແຍງຄອບຄົວ” ໂດຍຕຳແໜ່ງໃໝ່ດັ່ງກ່າວ ຈະເລີ້ມມີຜົນບັງຄັບ ໃນທັນທີ ອີງຕາມທຳນຽບຂາວ.
“ຂ້າພະເຈົ້າ ຍັງສືບຕໍ່ໄດ້ຮັບກຽດຮັບໃຊ້ທັງທ່ານປະທານາທິບໍດີ ແລະສະຕີໝາຍເລກນຶ່ງ ຢູ່ໃນຄະນະລັດຖະບານ” ທ່ານນາງ ກຣິສຊຳ ໄດ້ກ່າວໃນຖະແຫລງການສະບັບນຶ່ງ. ທ່ານນາງກ່າວຕື່ມວ່າ “ຜູ້ທີ່ຈະມາປ່ຽນແທນຂ້າພະເຈົ້າ ຈະຖືກປະກາດອອກມາ ໃນບໍ່ເທົ່າໃດມື້ຂ້າງໜ້ານີ້ ແລະຂ້າພະເຈົ້າຢູ່ໃນກ້ຳຕາເວັນຕົກຂອງທຳນຽບຂາວເທົ່າທີ່ຈຳເປັນ ເພື່ອຊ່ອຍເຮັດໃຫ້ໄລຍະຂ້າມຜ່ານນີ້ ດຳເນີນໄປຢ່າງຮຽບຮ້ອຍ.”
ຄາດກັນວ່າ ທ່ານນາງ ກຣິສຊຳ ຈະຖືກສັບປ່ຽນໂດຍ ທ່ານນາງ ເຄລີ ແມັກເກນນານີ (Kayleigh McEnany) ຜູ້ທີ່ເປັນໂຄສົກຂັ້ນສູງໃນຄະນະໂຄສະນາຫາສຽງການເລືອກຕັ້ງຄືນໃໝ່ຂອງ ທ່ານ ດໍໂນລ ທຣຳ.
ທ່ານນາງ ແມັກເກນນານີ ອາຍຸ 31 ປີ ຮຽນຈົບຈາກມະຫາວິທະຍາໄລ ຮາວາດພະແນກກົດໝາຍ ຜູ້ທີ່ກ່ອນໜ້ານີ້ເຄີຍເປັນໂຄສົກໃຫ້ແກ່ຄະນະກຳມະການແຫ່ງຊາດຂອງພັກຣີພັບບລີກັນ.
ທ່ານໂຈ ລອກຮາດ ເປັນໂຄສົກທຳນຽບຂາວ ໃນລະຫວ່າງຄະນະລັດຖະບານປະທານາທິບໍດີ ບີລ ຄລິນຕັນ ສັງກັດພັກເດໂມແຄຣັດ ໃຫ້ຂໍ້ສັງເກດວ່າ “ທ່ານນາງ ກຣິສຊຳ ຈະຖືກຈົດຈຳສຳລັບສິ່ງທີ່ທ່ານນາງບໍ່ໄດ້ເຮັດ ຊຶ່ງກໍຄື ບໍ່ໄດ້ຈັດກອງປະຊຸມແຈ້ງການ ຈັກເທື່ອເລີຍ.”
ທ່ານລອກຮາດ ໄດ້ກ່າວຕໍ່ວີໂອເອ ວ່າ “ເພິ່ນສາມາດທຳລາຍສະຖາບັນທີ່ສຳຄັນ ໃນປະເທດຂອງພວກເຮົາ ພາຍໃນເວລາຕ່ຳກວ່ານຶ່ງປີ.”
ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ