ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໘ ມີນາ ໒໐໒໔

ການບິດເບືອນຂໍ້ມູນ, ການກວດກາ ແລະການກັ່ນຕອງຂ່າວໃນທົ່ວໂລກ ສົ່ງຜົນໃຫ້ສື່ມວນຊົນທີ່ເປັນອິດສະຫຼະ ຊຸດໂຊມລົງ


Propaganda a Global Threat to Free Media
please wait

No media source currently available

0:00 0:03:37 0:00

ລາຍງານສະບັບໃໝ່ພົບວ່າ ຕົວຢ່າງທີ່ນໍາໂດຍລັດຖະບານຂອງວັງເຄຣມລິນ, ໄດ້ເຮັດໃຫ້ການບິດເບືອນຂໍ້ມູນ ແລະການໂຄສະນາຊວນເຊື່ອຢູ່ໃນທົ່ວໂລກ
ກໍາລັງສົ່ງຜົນກະທົບທີ່ຮ້າຍແຮງ ຕໍ່ອົງການຂ່າວອິດສະຫຼະຢູ່ໃນໂລກ.

ດັດຊະນີຂອງສື່ມວນຊົນອິດສະຫຼະຂອງໂລກປະຈໍາປີ 2022 ໄດ້ເປີດເຜີຍອອກມາໃນມື້ວັນອັງຄານວານນີ້, ອົງການນັກຂ່າວທີ່ບໍ່ມີພົມແດນ ຫຼື RSF ທີ່ມີສໍານັກງານໃຫຍ່ຢູ່ໃນປາຣີ ກ່າວວ່າ ການບຸກລຸກ ຢູເຄຣນ ຂອງ ຣັດເຊຍ ມີສ່ວນໃນການຂະຫຍາຍຂ່າວປອມ ແລະຂໍ້ມູນທີ່ບິດເບືອນຄວາມຈິງຢ່າງຫຼວງຫຼາຍ.

ກຸ່ມເຝົ້າຕິດຕາມທາງສື່ມວນຊົນກ່າວວ່າ ການຄົ້ນພົບຂອງພວກເຂົາເຈົ້ານີ້ ເປັນສິ່ງທີ່ໜ້າກັງວົນຫຼາຍ, ເນື່ອງຈາກພວກເຂົາເຈົ້າໄດ້ສະແດງໃຫ້ເຫັນເຖິງຄວາມແຕກຕ່າງຢ່າງເລິກເຊິ່ງລະຫວ່າງ ສື່ມວນຊົນພາຍໃນປະເທດ ແລະສື່ມວນຊົນລະດັບສາກົນໃນຫຼາຍໆປະເທດ.

“ໃນປີ 2022, ມັນເປັນປີທີ່ບໍ່ສາມາດປະຕິເສດໄດ້ແທ້ໆວ່າ ຄວາມແຕກຕ່າງທາງດ້ານສື່ມວນຊົນ ແລະຂໍ້ມູນຂ່າວສານທີ່ສັບສົນວຸ້ນວາຍນັ້ນ ເຮັດໃຫ້ເກີດຄວາມແບ່ງແຍກຢູ່ໃນສັງຄົມ ໃນທາງຂອງຮູບແບບໃໝ່,” ທ່ານເຄລຕັນ ວາຍເມີສ໌ (Clayton Weimers), ຮອງຜູ້ອໍານວຍການ ຂອງອົງການ RSF ປະຈໍາສະຫະລັດ ບອກກັບ VOA. ທ່ານກ່າວວ່າ ການແຜ່ຫຼາຍຂອງຂ່າວທີ່ພັກໄຝ່ຢູ່ໃນທົ່ວໂລກ ໄດ້ກາຍມາເປັນການປະຖິ້ມຂ່າວທີ່ແທ້ຈິງຂອງສື່ມວນຊົນ.

ລາຍງານປະຈໍາປີຂອງກຸ່ມທີ່ຈັດອັນດັບ 180 ປະເທດອີງຕາມສະພາບແວດລ້ອມຂອງສື່ສານມວນຊົນອິດສະຫຼະໃນປີນີ້. ຢ່າງໃດກໍຕາມ, ອົງການ RSF ກ່າວວ່າ ພວກເຂົາເຈົ້າໃຊ້ວິທີການໃໝ່ທີ່ປະສົມກັນລະຫວ່າງການເມືອງ, ກົດ ໝາຍ, ເສດຖະກິດ, ສັງຄົມວັດທະນະທໍາ ແລະສະຖານະຄວາມໝັ້ນຄົງຂອງປະເທດຕ່າງໆ.

ລາຍງານກ່ຽວກັບ ດັດຊະນີສື່ມວນຊົນອິດສະຫຼະລະດັບໂລກ ປະຈໍາປີ 2022 ໂດຍປະເທດ ແລະຂົງເຂດຕ່າງໆ, ອີງຕາມລາຍງານຂອງອົງການນັກຂ່າວທີ່ບໍ່ມີພົມແດນ ຫຼື RSF.
ລາຍງານກ່ຽວກັບ ດັດຊະນີສື່ມວນຊົນອິດສະຫຼະລະດັບໂລກ ປະຈໍາປີ 2022 ໂດຍປະເທດ ແລະຂົງເຂດຕ່າງໆ, ອີງຕາມລາຍງານຂອງອົງການນັກຂ່າວທີ່ບໍ່ມີພົມແດນ ຫຼື RSF.

ປັດຈຸບັນ, ດັດຊະນີດັ່ງກ່າວນັ້ນ ໄດ້ຈັດປະເພດທີ່ໄດ້ລາຍງານ 28 ປະເທດວ່າ “ມີອິດສະຫຼະທາງດ້ານສື່ມວນຊົນທີ່ບໍດີຫຼາຍ.” ໃນກຸ່ມນັ້ນລວມມີ ຈີນ, ເຊິ່ງໄດ້ມີການປິດບັງຂໍ້ມູນໃນການນໍາສີເໜີຂ່າວທີ່ເໜືອຂອບເຂດ ໃນຂະທີ່ພວກເຂົາຊໍ້າພັດຂະຫຍາຍການໂຄສະນາຊວນເຊື່ອ ກ່ຽວກັບສົງຄາມທໍາລາຍລ້າງຂອງ ຣັດເຊຍ ຕໍ່ ຢູເຄຣນ ໂດຍວັງເຄຣມລິນ.

ນັບຕັ້ງແຕ່ການບຸກລຸກ ຢູເຄຣນ ເມື່ອວັນທີ 24 ກຸມພາ, ຣັດເຊຍ ໄດ້ພະຍາ ຍາມສະແຫວງຫາການຄວບຄຸມການລາຍງານຂ່າວຢ່າງສົມບູນ, ໂດຍອອກກົດໝາຍໃໝ່ທີ່ມີໂທດຕິດຄຸກ 15 ປີ ໃນການລາຍງານ “ຂ່າວທີ່ບໍ່ຖືກຕ້ອງ” ກ່ຽວກັບກອງທັບ ແລະລວມທັງຫ້າມຮ້ອງຄວາມຂັດແຍ້ງດັ່ງກ່າວ ວ່າ “ສົງຄາມ.”

ນັ້ນ ເປັນການບີບບັງຄັບໃຫ້ສໍານັກງານຂ່າວອິດສະຫຼະສ່ວນຫຼາຍ ລວມມີໜັງສືພິມທີ່ມີຊື່ສຽງ ໂນວາຢາ ກາເຊຕ້າ (Novaya Gazeta), ສະຖານີວິທະຍຸ ເອັກໂຄ ໂມສ​ກ໌ວີ (Ekho Moskvy) ແລະໂທລະພາບ ດອສຮ໌ (Dozhd) ຕ້ອງໄດ້ປິດໂຕລົງ ແລະຍ້າຍໜີອອກຈາກຣັດເຊຍ ເພື່ອປະຕິບັດງານຂອງພວກເຂົາເຈົ້າຕໍ່ໄປ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG