ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສປຊ ແລະກຸ່ມປົກປ້ອງ ສື່ມວນຊົນ ສະຫຼອງ ວັນເສລີພາບ ຂ່າວສານຂອງໂລກ (ເບິ່ງສະໄລດ໌ກັບວີດີໂອ)


ປ້າຍຄໍາກ່າວ ຂອງພວກນັກຂ່າວ
ປ້າຍຄໍາກ່າວ ຂອງພວກນັກຂ່າວ

ອົງການ​ສະຫະ​ປະຊາ​ຊາດ​ແລະ​ກຸ່ມປົກ​ປ້ອງ​ສິດທິ​ສື່​ມວນ​ຊົນ ທີ່​ກໍາລັງ​ສະ ຫຼອງວັນ​ເສລີພາບ​ການ​ຂ່າວຂອງ​ໂລກ ກ່າວ​ວ່າ ປາກົດການລຸກ​ຮື​ຂຶ້ນ​ໃນ ລະດູບານ​ໃໝ່​ຊາວອາຣັບ ​ແມ່ນ​ໄດ້​ຜ່ອນຄາຍ​ຄວາມ​ເຂັ້ມ​ງວດ​ກວດ​ຂັນໃນ​ການ​ອອກ​ຂ່າວຂອງ​ລັດຖະບານ​ບາງປະ​ເທດ​ ແຕ່​ຫລາຍ​ປະ​ເທດ​ກໍ​ຍັງ​ສືບ​ຕໍ່ໃຊ້​ອຸບາຍຕ່າງໆ​ເພື່ອ​ປາບ​ປາມ​ສື່​ມວນ​ຊົນ​ນັ້ນ​ຢູ່.

​ໃນ​ຖະ​ແຫລ​ງການ​ຮ່ວມ​ສະ​ບັບນຶ່ງ​ທີ່​ນຳ​ອອກ​ເຜີຍ​ແຜ່​ໃນວັນ​ພະຫັດ​ນີ້ ທ່ານ​ພັນ​ຄີ​ມູນ ​ເລຂາທິການ​ອົງການ​ສະຫະ​ປະຊາ​ຊາດແລະ​ຜູ້​ນໍາ​ອົງການຢູ​ເນັສ​ໂກ ທ່ານນາ​ງ Irina Bokova ກ່າວ​ວ່າ ການ​ປ່ຽນ​ແປງ​ຢູ່​ໃນ​ໂລກ​ອາຣັບ ສະ​ແດງ​ໃຫ້​ເຫັນ​ເຖິງ “ພະລັງ​ແຫ່ງ​ຄວາມ​ປາດ​ຖະໜາໃນ​ການ​ຢາກ​ມີ​ສິດທິ​ຕ່າງໆ ​ເວລາເອົາ​ສື່​ມວນຊົນ​ເກົ່າ​ກັບ​ໃໝ່​ລວມ​ເຂົ້າກັນ.

ກຸ່ມ​ປົກ​ປ້ອງ​ສິດທິ​ສື່​ມວນ​ຊົນ Freedom House ກ່າວ​ວ່າ ຂົງ​ເຂດ​ຕາ​ເວັນ​ອອກ​ກາງແລະອາ​ຟຣິກາ​ເໜືອ​ແມ່ນ​ປະສົບ​ກັບ “ຄວາມ​ກ້າວໜ້າ​ຢ່າງ ໜ້າ​ປະ​ທັບ​ໃຈ​ແຕ່​ຍັງບໍ່​ໝັ້ນຄົງ ​ໃນ​ດ້ານ​ເສລີພາບ​ການ​ຂ່າວ​ເມື່ອປີຜ່ານມາ. ກຸ່ມ​ດັ່ງກ່າວ​ໄດ້​ຍົກ​ເອົາ​ອີ​ຈິບ ລີ​ເບຍ ​ແລະ​ຕູ​ນີ​ເຊຍ ​ເປັນ​ຕົວຢ່າງ​ທີ່ໄດ້​ຮັບ ຄວາມ​ກ້າວໜ້າ​ຢ່າງສໍາຄັນ​ ອັນ​ເປັນ​ຜົນ​ເນື່ອງ​ມາ​ຈາກ​ການ​ລຸກ​ຮື​ຂຶ້ນ​ໃນ​ລະ​ດູບານ​ໃໝ່​ຊາວອາຣັບນັ້ນ ​ແຕ່​ແນວ​ໃດ​ກໍ​ດີ ກຸ່ມ Freedom House ຍັງ ເວົ້າ​ອີກ​ວ່າ ປະ​ເທດ​ບາ​ເຣນແລະ​ຊີ​ເຣຍແມ່ນ​ໄດ້​ເປີດ​ສາກ​ກວດ​ລ້າງ​ສື່ມວນ ​ຊົ​ນຢ່າງ​ໜັກ ອັນ​ເປັນ​ພາກສ່ວນ​ນຶ່ງ​ໃນຄວາມ​ພະຍາຍາມ​ຂອງ​ລັດຖະບານ​ເພື່ອ​ປາບ​ປາມ​ການ​ລຸກ​ຮື​ຂື້ນ.

ກຸ່ມປົກ​ປ້ອງ​ສິດທິສື່​ມວນ​ຊົນນີ້ຍັງ​ເວົ້າ​ອີກ​ວ່າ ຈີນ ຣັດ​ເຊຍ ​ແລະ​ອິຣ່ານຍັງ​ຄວບ​ຄຸມສື່​ມວນ​ຊົນຢ່າງ​ເຄັ່ງ​ຄັດພາຍ​ໃຕ້​ກົນລະຍຸດ​ຕ່າງໆ ​ເຊັ່ນການ​ຄຸມຂັງ​ພວກໂຈມ​ຕີ​ລັດຖະບານ ​ແລະ​ປິດ​ແຫ​ລ່ງສື່​ມວນ​ຊົນ.

ອິຣ່ານ ​ແລະ​ຊີ​ເຣຍ ຍັງ​ຂີ້​ຮ້າຍ​ຫລາຍ​ຢູ່ ອີງ​ຕາມ​ລາຍ​ງານ​ສະບັບໃໝ່​ຂອງ ຄະນະ​ກໍາມະການ​ປົກ​ປ້ອງ​ພວກ​ນັກ​ຂ່າວ​ຊຶ່ງ​ໄດ້​ຖືກ​ຈັດ​ຢູ່​ໃນ​ລາຍ​ຊື່​ຂອງ​ສິບ​ປະ​ເທດ​ທີ່​ກວດກາຂ່າວ​ເຄັ່ງ​ຄັດ​ທີ່​ສຸດ​ນັ້ນ. ຢ່າງ​ໃດ​ກໍ​ຕາມ ກຸ່ມ​ດັ່ງກ່າວ​ຍັງ ເວົ້າ​ອີກ​ວ່າ ​ເອຣິ​ເຕຣຍ ​ເ​ປັນປະ​ເທດຕິດອັນ​ດັບ​ນຶ່ງຢູ່​ໃນ​ບັນຊີກວດ​ກາຂ່າວເຄັ່ງ​ຄັດ​ທີ່​ສຸດ ຍ້ອນ​ວ່າ​ລັດຖະບານພຽງ​ແຕ່ອະນຸຍາດ​ໃຫ້​ສື່​ມວນ​ຊົນ​ລັດ​ທີ່​ຄວບ​ຄຸມ​ຢ່າງ​ເຄັ່ງ​ຄັດ ​ເພື່ອ​ປະຕິບັດ​ງານ​ໃນການອອກຂ່າວ ​ໃນ​ປະ​ເທດ.

ກຸ່ມນັກ​ຂ່າວ​ບໍ່​ມີ​ພົມ​ແດນຫລື Reporters Without Borders ສະຫຼອງ ​ວັນ​ເສລີພາບການ​ຂ່າວຂອງ​ໂລກ ​ໂດຍ​ກ່າວ​ປະນາມ ໃນ​ສິ່ງ​ທີ່​ກຸ່ມ​ດັ່ງກ່າວ ​ເອີ້ນ​ວ່າ ​ການ​ໂຈມ​ຕີຢ່າງ​ຮຸນ​ແຮງຕໍ່​ອົງການ​ຂ່າວຕ່າງໆ ​ແລະເວົ້າ​ອີກ​ວ່າ ມີນັກ​ຂ່າວ 21 ຄົນຖືກ​ຂ້າ​ຕາຍ​ໃນ​ປີ 2012 ນິີ້.

XS
SM
MD
LG