ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ຜູ້ນໍາຂອງຊູແດນ ແລະ ຊູແດນໃຕ້ ສືບຕໍ່ປະຊຸມກັນ ກ່ຽວກັບບັນຫາຕ່າງໆ ທີ່ຍັງຄ້າງຄາຢູ່


ປະທານາທິບໍດີຂອງ ຊູ​ແ​ດນ​ ​ແລະ​ຊູແດນໃຕ້ ກໍາລັງ​ປະ​ຊຸມ​ກັນ
​ເປັນ​ມື້​ທີ່​ສອງ ​ໃນ​ຂະນະ​ທີ່​ເຂົາ​ເຈົ້າ​ພະຍາຍາມ​ບັນລຸ ​ຂໍ້​ຕົກລົງ
ກ່ຽວ​ກັບບັນຫາທີ່​ຍັງຄ້າງ​ຄາ​ມາ​ ​ຕັ້ງ​ແຕ່​ໄດ້​ແບ່ງ​ແຍກ​ອອກ​ຈາກ
​ກັນ ເປັນ​ສອງ​ປະ​ເທດ ​ໃນປີ​ແລ້ວ​ນີ້.

ການ​ສົນທະນາ​ລະຫວ່າງ ປະທານາທິບໍດີ​ຊູແດນ ທ່ານ Omar
al-Bashir ​ ແລະປະທານາທິບໍດີຊູແດນ​ໃຕ້ ທ່່ານ Salva Kiir
ຍັງ​ດໍາ​ເນີນ​ຕໍ່​ມາໃນ​ວັນ​ຈັນ ມື້​ນີ້ ທີ່​ນະຄອນ​ຫລວງ​ ອາ​ດິສອາ​ບາ​ບາ ​
ຂອງ​ປະ​ເທດ ອີທິ​ໂອ​ເປຍ.

ໂຄສົກຊູ​ແດນ ຄົນ​ນຶ່ງ​ກ່າວ​ວ່າ ຫລັງ​ຈາກ​ກາ​ນ​ເຈລະຈາຕໍ່​ລອງ​ກັນ​ຮອບທໍາ​ອິດ ໃນ​ວັນ​ອາທິດນັ້ນ ​ທັງ​ສອງ​ຝ່າຍຕົກລົງ​ກັນໄດ້ເປັນ​ສ່ວນ​ໃຫຍ່ ​ກ່ຽວ​ກັບ​ເລື່ອງ ​ເສດຖະກິດ ນໍ້າມັນ ​ແລະເລື້ອງການ
ຄ້າຂາຍ ​ແຕ່​ວ່າເຂົາ​ເຈົ້າ​ຍັງ​ແບ່ງ​ແຍກ​ກັນ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ.

ການ​ຜິດ​ຖຽງ​ກັນ​ ທີ່​ສືບ​ເນື່ອງມາ​ຈາ​ກການ​ທີ່ຊູແດນໃຕ້​ໄດ້​ປະກາດ​ເປັນ​ເອກ​ະລາດຈາກ
​ຊູແດນ​ໃນ​ເດືອນ​ກໍລະກົດ ປີ 2011 ນັ້ນ ​ແມ່ນ​ມີຮວມ​ທັງການ​ຍາດ​ແຍ່​ກັນ​ອ້າງ​ເອົາກໍາມະ​ສິດ ໃນເຂດ Abyei ທີ່​ອຸດົມຮັ່ງ​ມີໄປ​ດ້ວຍນໍ້າມັນນັ້ນ​.

ນອກ​ນີ້ ຊູແດນ ​ຍັງກ່າວ​ຫາ ຊູແດນ​ໃຕ້ ວ່າ ປະກອບ​ອາວຸດໃຫ້ແກ່​ພວກ​ກະບົດ ຢູ່ໃນ​ສອງ​ຂົງ​ເຂດພາກ​ໃຕ້ ​ໃນ​ຂະນະ​ທີ່ຊູແດນ​ໃຕ້ກ່າວ​ຫາ ທະຫານຂອງຊູແດນ ວ່າ ທໍາ​ການ​ຖີ້ມລະ​ເບີດ
​ໃສ່​ແລະ​ບຸກລຸກ​ເຂດ​ຂອງ​ຕົນ.

ອົງການສະຫະປະ​ຊາ​ຊາດ ​ໄດ້ໃຫ້ເວລາ​ແກ່​ທັງ​ສອງ ປະ​ເທດ​ຊູ​ແດນ ຈົນເຖິງ​ວັນ​ເສົາຈະມາ​ນີ້ ​ເພື່ອ​ໃຫ້​ບັນລຸ​ຂໍ້​ຕົກລົງກັນ ຫລື​ບໍ່​ດັ່ງ​ນັ້ນ​ ກໍຈະ​ປະ​ເຊີນ​ກັບ​ການ​ຖືກ​ລົງ​ໂທດ.

ກ່ຽວຂ້ອງກັນ

XS
SM
MD
LG