ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ຊູດານ ແລະ ຊູດານໃຕ້ ພົບປະກັນ ທີ່ Juba (ສະໄລດ໌/ວີດີໂອ)


ປະທານາທິບໍດີຊູດານ ທ່ານ Omar al-Bashir (ຊ້າຍ) ແລະ
ທ່ານ Salva Kiir ປະທານາທິບໍດີ ຊູດານໃຕ້.
ປະທານາທິບໍດີຊູດານ ທ່ານ Omar al-Bashir (ຊ້າຍ) ແລະ ທ່ານ Salva Kiir ປະທານາທິບໍດີ ຊູດານໃຕ້.
ປະທາ​ນາ​ທິບໍດີຊູ​ດານ ທ່ານ Omar al-Bashir ກ່າວ​ວ່າ ທ່ານ
​ຕ້ອງ ການ​ຢາກ​ມີ​ຄວາມ​ສໍາພັນແບບ​ປົກກະຕິກັບຊູ​ດານ​ໃຕ້ໃນ
​ການ​ໃຫ້​ຄວາມ ​ເຫັນ ລະຫວ່າງທີ່ທ່ານ​ຢ້ຽ​ມຢາມປະ​ເທດດັ່ງ
ກ່າວ​ເປັນ​ຄັ້ງ​ທໍາ​ອິດ ນັບ​ຕັ້ງ​ແຕ່ຊູ​ດານໃຕ້​ໄດ້​ຮັບ​ເອກ​ກະລາດ
ມາ​ໄດ້​ເກືອບ​ສອງ​ປີແລ້ວນັ້ນ​.

ຫລັງ​ຈາກ​ການ​ພົບ​ປະກັບ​ຄູ່​ຕໍາ​ແໜ່ງຝ່າຍ​ຊູ​ດານ​ໃຕ້ ທ່ານ
Salva Kiir ທີ່​ເມືອງ Juba ​ໃນ​ວັນ​ສຸກ​ວານ​ນີ້​ແລ້ວ ທ່ານ
Bashir ກ່າວ​ວ່າ ປະ​ທາ ນາ​ທິບໍດີທັງ​ສອງ​ ​ໄດ້​ຕົກລົງ​ກັນ
​ທີ່​ຈະ​ເປີດ​ຊາຍ​ແດນ​ຮ່ວມ ຂອງ​ປະ​ເທດ ທັງ​ສອງ​ຄືນ​ໃໝ່.

ຢູ່​ທີ່​ກອງ​ປະຊຸມສື່​ມວນ​ຊົນ ທີ່​ເຕັມ​ໄປ​ດ້ວຍ​ການ​ເວົ້າ​ນົວ​ຫົວ​ມ່ວນ ທ່ານ Bashir ​ໄດ້​ໃຫ້​ຄໍາ​ໝັ້ນ​ສັນຍາກ່ຽວ​ກັບ​ສັນຕິພາບ ​ແລະເວົ້າ​ວ່າ ຈະ​ມີ ການ​ສົນທະນາຫາລື​ກັນ ​ແທນ​ທີ່​ຈະ​ໃຊ້​ຄວາ​ມຮຸນ​ແຮງ​ ​ຊຶ່ງ​ນັ້ນເປັນຊ່ອງ ​ທາງ​ດຽວ​ທີ່​ໃຫ້ການ​ຄໍ້າປະກັນ​ຕໍ່​ການ​ມີສອງ​ປະ​ເທດຊູ​ດານ.



ທ່ານ Kiir ກ່າວ​ວ່າ ຜູ້ນຳ​ທັງ​ສອງ​ຈະ​ສືບ​ຕໍ່​ເຈລະຈາ​ຫາລື​ກັນ​ກ່ຽວ​ກັບ​ເຂດ Abyei ທີ່​ຍັງ​ມີ​ການ​ຖົກ​ຖຽງ​ກັນ ​ໃນ​ບໍລິ​ເວນ​ຊາຍ​ແດນ ອັນ​ເປັນ ​ແຫຼ່ງທີ່​ມາ​ຂອງ​ບັນຫາ​ໂຕ້​ແຍ້​ງທີ່​ມີ​ມາ​ເປັນ​ເວລາ​ດົນ​ນານ​ລະຫວ່າງ​ປະ ​ເທດ​ທັງ​ສອງ.

ຄວາມສໍ​າພັນ​ລະຫວ່່າງຊູ​ດານ ​ແລະ​ຊູ​ດານ​ໃຕ້ ​ໄດ້​ມີ​ຄວາມ​ອົບ​ອຸ່ນ​ຂື້ນ​ຫວ່າງ​ມໍ່ໆ​ມາ​ນີ້ ຫລັງ​ຈາກ​ໄດ້​ເກີດສົງຄາມ​ກາງ​ເມືອງ​ເປັນ​ເວລາ​ຫຼາຍ ທົດ​ສະ​ວັດ ​ແລະຄວາມ​ສໍາພັນ​ທີ່​ສັບສົນວຸ້ນວາຍ ​ຊຶ່ງເກືອ​ບຈະ​ນໍາ​ໄປ​ສູ່​ ສົງຄາມຄັ້ງ​ໃໝ່​ອີກ ​ໃນ​ປີ​ແລ້ວ​ນີ້.

Sudan
please wait
Embed

No media source currently available

0:00 0:00:28 0:00
XS
SM
MD
LG