ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ສຫລ ຈະ​ຢຸດການປະຕິບັດ​ງານ​ ສູ້​ລົບ​ທີ່ Iraq ຕາມ​ກຳນົດ​​


ທ່ານ Obama ​ໄດ້​ບອກ​ທະຫານ​ຜ່ານເສິກ​ເສຍ​ອົງຄະກຸ່ມ
ນຶ່ງ​ ໃນ​ວັນ​ຈັນ​ວານ​ນີ້ ທີ່​ນະຄອນ Atlanta ລັດ Geor-
giaວ່າ ລັດຖະບານ​ຂອງ​ທ່ານ​ຈະ​ນໍາ​ເອົາ​ທະຫານຫລາຍ
ກວ່າ 9 ໝື່ນ​ຄົນ ກັບ​ມາ​ຈາກ​ອິຣັກ ພາຍ​ໃນ​ທ້າຍ​ເດືອນ​ນີ້.

ເຈົ້າ​ໜ້າ​ທີ່​ລັດຖະບານ​ກ່າວ​ວ່າ ວັນ​ທີ່ 31 ເດືອນສິງຫານີ້
ຈະ​ເປັນ​ວັນ​ສຸດ​ທ້າຍ​ຂອງ​ການປະຕິບັດ​ງານ​ເພື່ອ​ອິດສະ
ຫລະພາບ ​ໃນ Iraq ທີ່ອະດີດ​ປະທານາທິບໍດີ George
W. Bush ໄດ້​ລິ່​ເລິ່ມຂຶ້ນ​ນັ້ນ ແລະໂຄງການ​ອັນ​ໃໝ່​
ຈະເອີ້ນ​ວ່າການ​ປະຕິບັດ​ງານ​ຮຸ່ງ​ອາ​ລຸນ​ໃໝ່ ຫລື Operation New Dawn ຊຶ່ງທະຫານສະຫະລັດ ຈະ​ສຸມ​ວຽກ​ງານໃສ່​ການ​ເຝິກ​ແອບທະຫານ Iraq ແລະ​ປະຕິບັດ​ງານ​ຕໍ່ຕ້ານ​ພວກ​ກໍ່​ການ​ຮ້າຍ

ກອງ​ທະຫານສະຫະລັດ ​ຈຳນວນ 50 ພັນ​ນາຍ ຈະ​ຍັງ​ຄົງ​ຢູ່​ໃນ Iraq ໃນ​ຖານະ​ເປັນ​
ກອງ​ກໍາລັງ​ໄລຍະ​ຂ້າມ​ຜ່ານ.

ທ່ານປະທານາທິບໍດີ ກ່າວ​ວ່າ ຈຸດປະສົງ​ຂອງ​ທ່ານ​ນັ້ນ​ ກໍ​ຄື ​ນຳເອົາ​ກຳລັງ​ທະຫານ​ກັບ​ຄືນ
ມາ​ຍັງ​ສະ​ຫະລັດ​ໃຫ້​ໄດ້​ພາຍ​ໃນ ທ້າຍ​ປີ 2011 ​ແລະເຄື່ອນ​ຍ້າຍ​ອອກ​ຈາກການ​ປະຕິບັດ​
ງານທີ່​ນຳພາ​ໂດຍທະຫານ ​ເປັນການ​ດຳ​ເນີນ​ງານ​ທາງພົນລະ​ເຮື​ອນ ທີ່ຈະ​ນຳພາ​ໂດຍ
ນັກ​ການ​ທູດ​ແທນ

XS
SM
MD
LG