ໜ່ວຍປ່ອນບັດເລືອກຕັ້ງແຫ່ງຕ່າງໆຂອງຢູເຄຣນ ໄຂຂຶ້ນ
ໃນວັນອາທິດ ມື້ນີ້ ໃນການເລືອກຕັ້ງປະທານາທິບໍດີ ທີ່
ບົດບັງໄປດ້ວຍຄວາມຮຸນແຮງໃນພາກຕເວັນອອກຂອງ
ປະເທດ ທີ່ປະຊາຊົນສ່ວນໃຫຍ່ປາກພາສາຣັດເຊຍ ແລະ
ການທີ່ຣັດເຊຍໄດ້ປະກາດ ຍຶດເອົາແຫລມໄຄຣເມຍ ຂອງ
ຢູເຄຣນ ມາເປັນດິນແດນຂອງຕົນນັ້ນ.
ຄະນະສັງເກດການ ທີ່ຕິດຕາມເບິ່ງການເລືອກຕັ້ງໃນຢູເຄຣນ
ກ່າວວ່າ ພວກຫົວແບ່ງແຍກນິຍົມຣັດເຊຍທີ່ປະກອບອາວຸດ
ເບິ່ງຄືວ່າ ຈະຂັດຂວາງບໍ່ໃຫ້ພວກທີ່ສິດປ່ອນບັດເລືອກຕັ້ງໃນ
ຈຳນວນຫຼາຍເຖິງສອງສ່ວນສາມໃນຫົວເມືອງຕ່າງໆ ໃນພາກ
ຕາເວັນອອກຂອງປະເທດໄປເລືອກຕັ້ງເອົາປະທານາທິບໍດີຄົນໃໝ່ໃນການເລືອກ
ຕັ້ງໃນວັນອາທິດມື້ນີ້ ເຖິງ ແມ່ນມີການຮຽກຮ້ອງ ຈາກ Kyiv ໃຫ້ຜູ້ຄົນອອກໄປປ່ອນ
ບັດຢ່າງຫຼວງຫຼາຍກໍຕາມ.
ມາຮອດປັດຈຸບັນນີ້ ບໍ່ມີລາຍງານໃດໆແຈ້ງໃຫ້ຊາບກ່ຽວກັບການປະທະກັນ ແຕ່ມີ
ການປ່ອນບັດເລືອກຕັ້ງພຽງເລັກນ້ອຍພວມດຳເນີນໄປໃນພາກຕາເວັນອອກຂອງ
ປະເທດ.
ພວກກະບົດນິຍົມຣັດເຊຍປະກອບອາວຸດ ໄດ້ຄວບຄຸມປະມານ 10 ກວ່າຫົວເມືອງ
ໃນພາກຕາເວັນອອກຂອງຢູເຄຣນມາເປັນເວລາຫຼາຍສັບປະດາ ແລະຫົວໜ້າຂອງ
ສັນນິບາດຜູ້ປ່ອນບັດກ່າວວ່າ ທ່ານສົງໄສວ່າ ປະຊາຊົນຜູ້ມີສິດປ່ອນບັດເລືອກຕັ້ງ
ໃນຈຳນວນຫຼາຍກວ່ານຶ່ງສ່ວນສາມໃນເມືອງ Donetsk ແລະເມືອງ Luhansk ຈະ
ອອກໄປປ່ອນບັດ. ກະຊວງພາຍໃນຂອງຢູເຄຣນເຫັນພ້ອມນຳໃນວັນເສົາວານນີ້
ໂດຍກ່າວວ່າ ການປ່ອນບັດ ອາດຈະບໍ່ມີຂຶ້ນ ໃນ 20 ຫົວເມືອງຂອງຈຳນວນ 34
ຫົວເມືອງ ທີ່ຕັ້ງຢູ່ໃນຂົງເຂດຊາຍແດນນັ້ນ.
ການລົງຄະແນນສຽງໃນເຂດອື່ນໆຂອງປະເທດ ທີ່ມີພົນລະເມືອງ 45 ລ້ານຄົນ
ແມ່ນເວົ້າເຖິງໄຊຊະນະຢ່າງເດັດຂາດ ສຳລັບຜູ້ສະໝັກເລືອກຕັ້ງປະທານາທິບໍ
ດີຫົວນິຍົມຕາເວັນຕົກ ແລະການມີຜູ້ຄົນອອກໄປປ່ອນບັດເລືອກຕັ້ງຢ່າງຫຼວງ
ຫຼາຍນັ້ນ.