ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ບັນຫາການເລືອກຕັ້ງ ປະທານາທິບໍດີ ແລະໄວຣັສໂຄໂຣນາ ໄດ້ບົດບັງ ເລື້ອງຂໍ້ຕົກລົງ ສັນຕິພາບ ຂອງອັຟການິສຖານ


ອັຟການິສຖານ ຮຽກຮ້ອງຕໍ່ຫົວໜ້າ ອົງການຄະນະພິເສດເພື່ອການຊ່ອຍເຫຼືອອັຟການິສຖານຂອງສະຫະປະຊາດ ຫຼື UNAMAN ໃຫ້ແກ້ໄຂບັນຫາການເລືອກຕັ້ງ
ອັຟການິສຖານ ຮຽກຮ້ອງຕໍ່ຫົວໜ້າ ອົງການຄະນະພິເສດເພື່ອການຊ່ອຍເຫຼືອອັຟການິສຖານຂອງສະຫະປະຊາດ ຫຼື UNAMAN ໃຫ້ແກ້ໄຂບັນຫາການເລືອກຕັ້ງ

ບັນຫາຂັດແຍ້ງທີ່ຍັງຄ້າງຄາຢູ່ ກ່ຽວກັບການເລືອກຕັ້ງປະທານາທິບໍດີ ຂອງອັຟການິສ-
ຖານ ແລະການລະບາດຂອງໄວຣັສໂຄໂຣນາ ຢູ່ໃນປະເທດ ປາກົດວ່າ ໄດ້ສ້າງຄວາມ ຫຍຸ້ງຍາກເພີ້ມຕື່ມ ຕໍ່ຄວາມພະຍາຍາມຂອງ ສະຫະລັດ ຊຶ່ງໄດ້ປະສົບກັບບັນຫາຢູ່ແລ້ວ
ທີ່ຈະຊ່ອຍຫາທາງເຈລະຈາ ເພື່ອຍຸຕິສົງຄາມທີ່ໄດ້ແກ່ຍາວ ມາເກືອບ 19 ປີ ນັ້ນ.

ບັນດາເຈົ້າໜ້າທີ່ຂອງອັຟການິສຖານ ໄດ້ກວດພົບກໍລະນີຕິດເຊື້ອໄວຣັສໂຄໂຣນາໃໝ່
ອີກ 5 ຄົນ ໃນວັນອາທິດວານນີ້ ໂດຍເພີ້ມຈຳນວນກໍລະນີ ຕິດເຊື້ອທີ່ ໄດ້ຮັບການຢືນຢັນ
ໃນປະເທດ ມີຢ່າງໜ້ອຍ 16 ລາຍ.ຈຶ່ງໄດ້ສ້າງຄວາມຢ້ານກົວ ຈຳນວນຕົວເລກເປັນໄປ
ໄດ້ສູງວ່າຈະເພີ້ມສູງຂຶ້ນ ທ່າມກາງການເດີນທາງກັບຄືນມາຂອງພວກຊາວອັຟການິຖານ
ທີ່ໄປສະແຫວງບຸນ ແລະພວກອົບ ພະຍົບ ຈາກປະເທດເພື່ອນບ້ານ ອີຣ່ານ ຊຶ່ງເປັນປະ
ເທດນຶ່ງທີ່ຖືກກະທົບຢ່າງ ໜັກ ໂດຍການລະລາດຂອງໄວຣັສ ໂຄໂຣນາໃນທົ່ວໂລກນັ້ນ.

ຫຼັງຈາກທີ່ ທຳການເຈລະຈາ ແລະລົງນາມ ໃນຂໍ້ຕົກລົງເພື່ອສ້າງ ສັນຕິພາບ ທີ່ເປັນຂີດ
ໝາຍສຳຄັນ ກັບກຸ່ມຕາລີບານ ຢູ່ໃນປະເທດກາຕາ ເມື່ອສອງອາ ທິດກ່ອນ ຫົວໜ້ານັກ
ເຈລະຈາຂອງສະຫະລັດ ທ່ານຊາລເມ ຄາລີຊາດ ໄດ້ ຂີ່ຍົນບິນໄປຍັງນະຄອນຫຼວງ
ກາບູລ ເພື່ອຊ່ອຍໃນການຈັດແຈງທີມບັນດາເຈົ້າ ໜ້າທີ່ອັຟການິຖານໂດຍສະເພາະ
ໃນການພົວພັນເຈລະຈາກັບກຸ່ມກະບົດດັ່ງ ກ່າວ ໃຫ້ນຳເອົາຂະບວນການເຄື່ອນໜ້າ
ຕໍ່ໄປ.

ແທນທີ່ວ່າ ຈະເຈລະຈາກເລື້ອງສັນຕິພາບ ທ່ານຄາລີຊາດ ໄດ້ຕິດຂັດກັບ ການໄກ່ເກ່ຍ
ເປັນສ່ວນໃຫຍ່ ໃນບັນຫາຂັດແຍ້ງດ້ານການເມືອງລະຫວ່າງ ຜູ້ທີ່ດຳ ລົງຕຳແໜ່ງໃນ
ປັດຈຸບັນ ທ່ານ ອາສລາຟ ການີ ແລະຄູ່ແຂ່ງຂອງທ່ານ ຄື ທ່ານອັບດູລາ ອັບດູລາ
ໃນຂະນະທີ່ທັງສອງທ່ານນີ້ ອ້າງວ່າ ຕົນ ໄດ້ຊະນະ ການເລືອກຕັ້ງປະທານາທິບໍດີ ໃນ
ວັນທີ 28 ກັນຍາ ຜ່ານມາ ແລະໄດ້ແຂ່ງ ກັນຈັດ ພິທີສາບານຕົວເຂົ້າຮັບຕຳແໜ່ງ ເມື່ອ
ວັນຈັນ ອາທິດແລ້ວນີ້.

ທູດພິເສດຂອງສະຫະລັດ ໄດ້ພົບປະກັບຜູ້ທີ່ໄດ້ກ່າວອ້າງຊະນະການເລືອກຕັ້ງ ທັງສອງ
ທ່ານ ຫຼາຍຄັ້ງຊ້ຳແລ້ວຊ້ຳອີກ ແຕ່ປາກົດວ່າ ບໍ່ມີຄວາມຄືບໜ້າ ໄປສູ່ການຍຸຕິບັນຫາຂັດ
ແຍ້ງດ້ານການເມືອງ.

ສ່ວນເຈົ້າໜ້າທີ່ພົນລະເຮືອນອະວຸໂສ ຂອອົງການເນໂຕ້ ປະຈຳປະເທດ ອັຟການິຖານ
ທ່ານນິກ ເຂ ໄດ້ເປີດເຜີຍບັນທຶກວີດີໂອຄວາມເຫັນຜ່ານທາງທວີດເຕີ້ ໃນວັນເສົາຜານມາ
ໂດຍຮຽກຮ້ອງຕໍ່ບັນດາຜູ້ນຳຂອງ ອັຟການິສຖານໃຫ້ຫາທາງຜ່ອນສັ້ນຜ່ອນຍາວ ຢ່າງ
ຮີບດ່ວນ ແລະແກ້ໄຂເລື້ອງທີ່ບໍ່ລົງລອຍກັນເສຍ.

ທ່ານເຂ ໄດ້ກ່າວວ່າ “ໃນຂະນະທີ່ ໄວຣັສໂຄໂຣນາ ພວມລະບາດໄປທົ່ວໂລກ ກໍ່ໃຫ້ເກີດ
ວິກິດການດ້ານສາທາລະນະສຸກຂອງມະຫາຊົນ ແລະອາດເປັນວິກິດການດ້ານເສດຖະກິດ
….ມັນເປັນເລື້ອງທີ່ແປກໃຈ ທີ່ຜູ້ນຳດ້ານການເມືອງ ບໍ່ ສາມາດຫາທາງທີ່ຈະແກ້ໄຂຄວາມ
ເຫັນທີ່ແຕກຕ່າງກັນ ແລະສ້າງຄວາມສາມັກຄີໃນປະເທດ ທັງບໍ່ພຽງແຕ່ ໃນຜົນປະໂຫຍດ
ດ້ານສາທາລະນະສຸກຂອງມະຫາຊົນ ແຕ່ຍັງເປັນເລື້ອງຂອງສັນຕິພາບນຳດ້ວຍ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG