ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ຜູ້ສະໝັກ ປະທານາທິບໍດີ ສຫລ ຂໍສຽງສະໜັບສະໜຸນ ຈາກ ຊົນກຸ່ມນ້ອຍ ແລະກຸ່ມສາສະໜາ


ທ່ານ Jeb Bush ອະດີດຜູ້ປົກຄອງລັດຟລໍຣິດາ ຖະແຫຼງຕໍ່ ກອງປະຊຸມ ທີ່ມະຫາວິທະຍາໄລ Bob Jones ຢູ່ເມືອງ Greenville ລັດ South Carolina. (12 ກຸມພາ 2016)​
ທ່ານ Jeb Bush ອະດີດຜູ້ປົກຄອງລັດຟລໍຣິດາ ຖະແຫຼງຕໍ່ ກອງປະຊຸມ ທີ່ມະຫາວິທະຍາໄລ Bob Jones ຢູ່ເມືອງ Greenville ລັດ South Carolina. (12 ກຸມພາ 2016)​

ພວກ​ທີ່​ຫວັງ ​ຈະ​ໄດ້​ເປັນ​ປະທານາທິບໍດີ​ສະຫະລັດ ຕ່າງ​ກໍ​ຮຽກ
ຮ້ອງ​ໃຫ້ບັນດາ​ຜູ້​ມີສິດ​ປ່ອນ​ບັດ ​ທີ່​ເປັນຊົນ​ກຸ່ມ​ນ້ອຍ ​ແລະຊາວ
​ຄຣິສຕຽນ​ໃນ​ຂະນະທີ່ພວກ​ເຂົາ​ເຈົ້າກ້າວ​ເຂົ້າສູ່​ໄລຍະ​ສອງ​ອາ
ທິດ​ທີ່​ສຳຄັນ​ ​ໃນ​ການ​ຕໍ່ສູ້​ ກ່ຽວ​ກັບ​ການເລືອກ​ຕັ້ງຂັ້ນຕົ້ນ ຂອງ
​ພວກ​ເຂົາ​ເຈົ້າ.

ບັນດາ​ຜູ້​ສະໝັກ​ປະທານາທິບໍດີ​ ຂອງ​ພັກຣີພັບ​ບລີກັນ ​ໄດ້​ໄປ
​ປາກົດ​ໂຕ​ທີ່​ກອງ​ປະຊຸມ​ວ່າ​ດ້ວຍ​ຄວາມ​ເຊື່ອ ​ແລະ​ຄອບຄົວ ​ທີ່​
ມະຫາວິທະຍາ​ໄລ ທີ່​ຍຶດໝັ້ນ​ ໃນ​ແນວທາງສາສະໜາ​ດັ້ງ​ເດີມ
Bob Jones ​ທີ່​ເມືອງ Greenville ​ໃນ​ລັດ South Carolina.

ພວກ​ຊາວຄຣິສຕຽນ​ ແມ່ນ​ກຸ່ມ​ປ່ອນ​ບັດ​ທີ່​ສຳຄັນ​ຢູ່​ລັດ South Carolina ຊຶ່ງ​ຈະຈັດການ​
ເລືອກ​ຕັ້ງຂັ້ນຕົ້ນ ຂອງພັກຣີພັບບລີກັນ​ ໃນ​ວັນ​ທີ​ 20 ກຸມພາ​ນີ້ ​ແລະ​ພັກ​ເດ​ໂມ​ແຄຣັດ​ຈັດ ການເລືອກ​ຕັ້ງຂອງ​ຕົນ​ໃນ​ອາທິດ​ຕໍ່​ໄປ.

ອະດີດ​ຜູ້​ປົກຄອງ​ລັດ​ຟລໍຣິດາທ່ານ Jeb Bush ກ່າວ​ຕໍ່​ກອງ​ປະຊຸມ​ນີ້ວ່າ ຄວາມ​ເຊື່ອ​ຂອງ​
ທ່ານ​ເປັນ​ແສງ​ປະທີບ​ນຳ​ທາງ ທີ່​ອາດ​ຈະ​ມີ​ອິດ​ທິພົນ​ຕໍ່​ທາງ​ເລືອກ​ຕ່າງໆ ຢູ່​ໃນ​ຕຳ​ແໜ່​ງຊຶ່ງ
​ທ່ານ​ກ່າວ​ວ່າຂ້າພະ​ເຈົ້າບໍ່​ເຊື່ອ​ວ່າທ່ານ​ຈະ​ເອົາ​ຄວາມ​ເຊື່ອ​ຂອງທ່ານ​ເຂົ້າ​ໄປ​ອັດ​ໄວ້​ໃນຫີບ
​ໃນ​ຊີວິດການ​ຮັບ​ໜ້າ​ທີ່​ຂອງ​ທ່ານ.

ສ່ວນ​ສະມາຊິກ​ສະພາ​ສູງ​ຈາກ​ລັດ​ຟລໍຣິດາ​ທ່ານ Marco Rubio ​ໄດ້​ກ່າວ​ເຖິງບັນຫາການ​
ກໍ່​ຄວາມ​ຮຸນ​ແຮງ​ດ້ວຍ​ປືນ ທີ່​ທ່ານ​ເວົ້າວ່າ ມັນ​ເປັນ​ເລື້ອງສິນ​ທຳ ​ແທນທີ່​ຈະ​ແມ່ນເລື້ອງກົດ
ໝາຍ. ທ່ານ Rubio ທີ່​ນັບຖື​ສາສະໜາ​ກາ​ໂ​ຕລິກ ກ່າວ​ວ່າ ​ເວລາ​ຊີວິດ​ຄອບຄົວ​ ແຕກ​ຫັກ​
ລົງ ຄຸນຄ່າ​ແຕກ​ຫັກ​ລົງ ​ແລະ​ເມື່ອ​ຄຸນຄ່າ​ແຕກ​ຫັກລົງແລ້ວ ປະ​ເທດ​ຂອງທ່ານ ກໍ​ແຕກ​ຫັກ
ລົງ​ຄື​ກັນ.

ສ່ວນ​ນາຍ​ແພດ​ຜ່າຕັດ​ເສັ້ນປະ​ສາດ​ທີ່​ອອກ​ກິນ​ເບ້ຍ​ບຳນານ​ແລ້ວ ທ່ານ Ben Carson ທີ່​
ນັບຖື​ສາສະໜາ Seventh-Day Adventist ​ໄດ້​ກ່າວ​ເຖິງ​ບັນຫາ ຮັກ​ຮ່ວມ​ເພດໂດຍ​ເວົ້າ
ວ່າ ພວກ​ສະໜັບສະໜຸນ​ສິດທິ​ຂອງ​ກະ​ເທີ​ຍ ຕ້ອງການຢາກ​ຈະຄັດຄ້ານ​ຕໍ່​ຄວາມ​ເຊື່ອ​ຂອງ​
ພວກ​ເຮົາ.

ນຶ່ງ​ອາທິດ​ກ່ອນ​ໜ້າການ​ເລືອກ​ຕັ້ງຂັ້ນຕົ້ນ ຂອງ​ພັກ​ຣີພັບ​ບລີ​ກັນນັ້ນ ນັກທຸລະກິດພັນ​ລ້ານ
ທ່ານ Donald Trump ​ໄດ້​ມີ​ຄະ​ແນນ​ສຽງ​ນຳ​ໜ້າ​ ຢ່າງ​ສະບາຍໆ ​ກາຍສິບ​ເປີ​ເຊັນ ​ລື່ນ​ຄູ່
​ແຂ່ງ​ຂອງ​ທ່ານ ​ໃນ​ການ​ຢັ່ງ​ຫາງ​ສຽງ​ຢູ່​ລັດ South Carolina.

US Politics
please wait
Embed

No media source currently available

0:00 0:00:52 0:00

XS
SM
MD
LG