ຫຼັງຈາກທີ່ໄດ້ທີ່ຜູ້ສະໝັກ ເປັນປະທານາທິບໍດີສະຫະລັດ ຈາກສອງພັກການເມືອງໃຫຍ່ ລົງຈາກເວທີໄປແລ້ວ ການສົນທະນາກັນຍັງດຳເນີນຢູ່ຕໍ່ມາທີ່ມະຫາວິທະຍາໄລ Hofstra ທີ່ໄດ້ເປັນເຈົ້າພາບຈັດການໂຕ້ວາທີປະທານາທິບໍດີເທື່ອທຳອິດ ປີ 2016. ການໂຕ້ຖຽງກັນທາງຄຳເວົ້າລະຫວ່າງພວກນັກຊ່ຽວຊານ ແລະພວກນັກສຶກສາ ຍັງດຳເນີນຢູ່ຕໍ່ມາວ່າ ແມ່ນຜູ້ສະໝັກທ່ານໃດເປັນຜູ້ຊະນະ ແລະແມ່ນຜູ້ໃດທີ່ກັບຄືນບ້ານ ເປັນຜູ້ຜ່າຍແພ້. ນັກຂ່າວ Ramon Taylor ມີລາຍງານຈາກມະຫາວິທະຍາໄລ Hofstra ຊຶ່ງວັນນະສອນ ຈະນຳເອົາລາຍລະອຽດມາສະເໜີທ່ານໃນອັນດັບຕໍ່ໄປ.
ທີ່ມະຫາວິທະຍາໄລ Hofstra ໃນເມືອງ Hempstead ລັດ New York ພວກນັກສຶກສາ ແລະບັນດາຜູ້ຊ່ຽວຊານທັງຫຼາຍແມ່ນໄດ້ກວດສອບທຸກຖ້ອຍຄຳເວົ້າແລະທຸກການເຄື່ອນໄຫວ ໂດຍທັງສອງຜູ້ທີ່ຖືກແຕ່ງຕັ້ງຂອງພັກການເມືອງໃຫຍ່ ໃນການໂຕ້ວາທີປະທານາທິ ບໍດີເທື່ອທຳອິດຂອງປີ 2016 ນີ້.
ເມື່ອການໂຕ້ວາທີເສັດສິ້ນລົງແລ້ວ ການກ່າວອ້າງວ່າຕົນເປັນຜູ້ຊະນະນັ້ນ ແມ່ນເລີ່ມຂຶ້ນ.
ທ່ານ Mark Cuban ນັກທຸລະກິດມະຫາເສດຖີພັນລ້ານ ໄດ້ກ່າວວ່າ “ທ່ານນາງໄດ້ຕອບຄຳຖາມແບບລົງເລິກ ແລະບໍ່ລັງເລໃນການໃຫ້ຄຳຕອບ. ທ່ານ ໄດ້ຕອບໂຕ້ຄືນ ເໝືອນດັ່ງພວກທີ່ຕອບໂຕ້ຄືນທັງຫຼາຍນັ້ນ ເວລາທ່ານແຢັບໄປ ແລະກໍພາດເປົ້າ ທ່ານກໍຈະບໍ່ພໍໃຈ ແລະກໍຈະເຮັດຕື່ມອີກ.”
ທ່ານ David Plouffe ນັກວາງແຜນຍຸດທະສາດການເມືອງ ໄດ້ກ່າວວ່າ “ຂ້າພະເຈົ້າຄິດວ່າ ໃນຂະນະທີ່ການໂຕ້ວາທີດຳເນີນຢູ່ຕໍ່ໄປນັ້ນ, ທ່ານແມ່ນມີຄວາມລຳບາກທີ່ຈະເພັ່ງເລັງຊຶ່ງຂ້າພະເຈົ້າໝາຍເຖິງທ່ານ Trump ທີ່ວ່າ ໃນບາງໂອກາດທ່ານປະສົບກັບຄວາມລຳບາກທີ່ຈະຢືນຢູ່ໃນຈຸດທີ່ວ່າທ່ານໄດ້ເວົ້າກ່ຽວກັບຫຍັງກັນແທ້.”
ບັນດາສະມາຊິກພັກ Republican ທັງຫຼາຍຮວມທັງອະດີດເຈົ້າຄອງນະຄອນນິວຢ໊ອກ ທ່ານ Rudolph Guiliani ພວກຊຶ່ງຖົກຖຽງເລື້ອງນະໂຍບາຍຮັກສາຄວາມປອດໄພ ທີ່ວ່າ “stop and frisk” ແມ່ນໄດ້ຍົກຍ້ອງທ່ານ Trump ໃນລະຫວ່າງໂຕ້ວາທີນັ້ນ ແລະຕໍ່ມາ ໄດ້ຍ້ອງທ່ານ Trump ວ່າ ມີການກະກຽມທີ່ດີກວ່າ ເພື່ອປັບປຸງລະບຽບກົດໝາຍແລະກົດລະບຽບຄຳສັ່ງ ແລະທາງດ້ານເສດຖະກິດ.
ທ່ານ Guiliani ໄດ້ກ່າວວ່າ “ທ່ານນາງແມ່ນຈອມປອມ. ທ່ານນາງແມ່ນເປັນຜູ້ທີ່ໄດ້ຮັບຄວາມລົ້ມແຫຼວ ຕອນທີ່ທ່ານນາງດຳລົງຕຳແໜ່ງເປັນລັດຖະມົນຕີການຕ່າງປະເທດ ແລະໃນການທີ່ທ່ານນາງໄດ້ອະທິບາຍໃນຄ່ຳຄືນນີ້ ແມ່ນການເມີນເສີຍຕໍ່ການເສດຖະ ກິດຢ່າງບໍ່ໜ້າເຊື່ອ. ທ່ານຈະສາມາດຮັກສາວຽກການໄວ້ໃນປະເທດນີ້ ໄດ້ຢ່າງໃດ ຖ້າຫາກທ່ານເກັບພາສີຂອງນັກທຸລະກິດເພີ້ມຂຶ້ນຕື່ມ? ເປັນຫຍັງນັກທຸລະກິດຕ້ອງການຢາກຈະຈ່າຍພາສີເພີ້ມຕື່ມ?”
ທ່ານ Ramon Taylor ຜູ້ສື່ຂ່າວ VOA ກ່າວວ່າ ແຕ່ວ່າບາງທີ ການສັນລະເສີນ ຕໍ່ການໂຕ້ວາທີຂອງທ່ານ Trump ແມ່ນມາຈາກຕົວທ່ານ Trump ເອງ.
ທ່ານ Donald Trump ຜູ້ສະໝັກເປັນປະທານາທິບໍດີສະຫະລັດ ສັງກັດພັກ Republican ໄດ້ກ່າວວ່າ “ອິງຕາມການຢັ່ງຫາງສຽງທາງອິນເຕີແນ໊ຕທັງໝົດ, ພວກເຮົາແມ່ນເຮັດໄດ້ດີຫຼາຍ. ຂ້າພະເຈົ້າແມ່ນດີໃຈຫຼາຍ ທີ່ຂ້າພະເຈົ້າສາມາດທີ່ຈະໂຈະການປະນາມ ບໍ່ໃຫ້ກຽດ ຊຶ່ງເປັນການໃຫ້ຄວາມນັບຖືຕໍ່ທ່ານ Bill Clinton ເພາະວ່າຂ້າພະເຈົ້າໃຫ້ຄວາມຢຳເກງຕໍ່ຍານາງ Chealsea Clinton ແລະຂ້າພະເຈົ້າ ບໍ່ໄດ້ກ່າວໃນຄຳເວົ້າທີ່ໄດ້ວາງແຜນທີ່ຈະເວົ້ານັ້ນ.”
ແຕ່ວ່າຂ້າງນອກເວທີໂຕ້ວາທີ ມີນັກສຶກສາຫຼາຍໆຄົນ ທີ່ເບິ່ງການໂຕ້ວາທີ ໃນມະຫາວິທະ ຍາໄລ ໄດ້ກ່າວໃນຖານະເປັນຜູ້ຊ່ຽວຊານ ດ້ວຍຄວາມຮັກຄວາມສັດທາ.
ທ້າວ Brandon Lebowitz ນັກສຶກສາຈາກ ມະຫາວິທະຍາໄລ Hofstra ໄດ້ກ່າວວ່າ
“ທ່ານ Trump ແມ່ນເປັນຜູ້ທີ່ເກັ່ງໃນການກ່າວຕໍ່ສາທາລະນະ. ພວກຜູ້ຄົນດູຖູກຕໍ່ການ
ມີອຳນາດຂອງທ່ານທາງດ້ານກ່າວຄຳປາໄສຕໍ່ສາທາລະນະ ໃນການສົ່ງຂໍ້ຄວາມຕ່າງໆຂອງທ່ານມື້ນີ້ ທ່ານໄດ້ເຮັດວຽກກັບພະນັກງານຫຼາຍພັນຄົນ ທົ່ວສະຫະລັດ ທ່ານໄດ້ຄຸກເຄຍກັບ ພວກຄົນງານກໍ່ສ້າງ ຈົນໄປເຖິງນັກທຸລະກິດການເງິນ ຊຶ່ງຖືວ່າເກືອບທຸກໜ້າທີ່ການງານໃນທຸກໆດ້ານເລີຍ.”
ທ້າວ Summer Mahmoud ນັກສຶກສາຈາກ ມະຫາວິທະຍາໄລ Hofstra ໄດ້ກ່າວວ່າ “ຂ້ອຍເຂົ້າມາແບບອິດສະຫຼະ ແຕ່ວ່າຂ້ອຍມີຄວາມໝັ້ນໃຈຫຼາຍຂຶ້ນທີ່ຈະຕັດສິນໃຈເລືອກ ທີ່ຈະລົງຄະແນນໃຫ້ທ່ານນາງ Hillary ໃນມື້ນີ້. ຂ້ອຍມີຄວາມຮູ້ສຶກວ່າທ່ານນາງມີຄວາມໝັ້ນໃຈ ໃນການຕອບຄຳຖາມຂອງເພິ່ນ. ຂ້ອຍຮູ້ສຶກວ່າ ທ່ານນາງໄດ້ມີການຕຽມພ້ອມກວ່າ. ທ່ານ Trump ແມ່ນຫຼົບຫຼີກຫຼາຍໆຄຳຖາມ ຊຶ່ງທ່ານໄດ້ສະແດງອອກ ເຖິງທ່າທີ ຂອງທ່ານ ຢ່າງແຂງຂັນ ຊຶ່ງຂ້ອຍຄິດວ່າ ມັນບໍ່ແມ່ນມືອາຊີບ.”
ສຳຫຼັບບັນດານັກສຶກສາໃນ ມະຫາວິທະຍາໄລ Hofstra ແລ້ວ ການໂຕ້ວາທີຍັງຈະດຳ
ເນີນຕໍ່ໄປຕື່ມອີກ.