ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ບັນດາຜູ້ສະໝັກປະທານາທິບໍດີ ອາໄສຕໍ່ຜູ້ສະໜັບສະໜູນ ເພື່ອກ້າວເດີນໄປຂ້າງໜ້າ


Presidential Candidates Lean on Supporters
please wait

No media source currently available

0:00 0:02:37 0:00

​ໃນ​ຂະນະ​ທີ່ການ​ໂຄສະນາ​ຫາ​ສຽງ ປະທານາທິບໍດີ​ສະຫະລັດ ເປັນ​ເວລາ​ນຶ່ງ​ປີເຄິ່ງ ໃກ້​ຈະ​
ຈົບ​ລົງ​ແລ້ວ ​ໂດຍ​ທີ່​ຫຼາຍໆຄົນທັງ​ຢູ່​ໃນ​ແລະ​ນອກ​ປະ​ເທດທີ່​ບໍ່​ມີ​ຄວາມ​ອົດທົນ ຢາກໃຫ້​ເສັດສິ້ນ​ລົງ​ໄວໆ ​ແລະ​ກໍ​ບໍ່​ມີ​ຫຍັງ​ໃໝ່ໆທີ່ບັນດາຜູ້​ສະໝັກ ​ແຕ່ລະຄົນສາມາດ​ນຳ​ມາສະ​ເໜີໄດ້. ​ແຕ່​ວ່າ​ຢູ່​ໃນ​ການ​ແຂ່ງຂັນ​ທີ່​ໃກ້​ຄຽງ​ກັນ ທັງ​ຜູ້​ສະໝັກ​ຂອງພັກເດ​ໂມ​ແຄຣັດ ທ່ານ​ນາງ Hillary Clinton ​ແລະຜູ້​ສະໝັກ​ພັກ ຣີພັບ​ບລິ​ກັນ ທ່ານ Donald Trump ຍັງ​ຈະ ຕ້ອງ​ໄດ້​ຕໍ່ສູ້ ​ເພື່ອຍາດເອົາ ທຸກໆ ກາ​ນລົງ​ຄະ​ແນນ​ສຽງ​ທີ່​ເຂົາ​ເຈົ້າ​ສາມາດຍາດ​ເອົາ​ໄດ້. ການ​ໃຊ້​ສຳນວນ​ໂວຫານ​ທີ່ ດຸ​ເດືອດ​ຢູ່​ແລ້ວ​ນັ້ນ​ແມ່ນ​ຈະ​ຮ້າຍແຮງ​ຂຶ້ນຕື່ມແລະ​ທັງ​ສອງ​ຝ່າຍ​ຕ່າງ​ກໍ​ທຳນາຍ​ວ່າ ​ຈະ​ມີ​ຜົນ​ທີ່​ຕິດ​ຕາມ​ມາ​ແບບ​ໃດຖ້າ​ຫາກ​ຝ່າຍ​ຄູ່​ແຂ່ງ​ເປັນ​ຜູ້​ຊະນະ. ກ່ອນ​ໜ້າການ ​ເລືອກ​ຕັ້ງ ​ໃນ​ວັນ​ອັງຄານ​ມື້​ອື່ນນີ້ ຜູ້​ສະໝັກ​ທັງ​ສອງ​ທ່ານ ແມ່ນ​ຍັງ​ກາງ​ຕໍ່​ອາ​ໄສ​ຢ່າງ​ໜັກ ​ຕໍ່​ບັນດາ​ຜູ້​ສະໜັບສະໜູນ​ ຄອບຄົວ ​ແລະ​ບັນດາ​ສະມາຊິກາຂອງ​ພັກ. Zlatica Hoke ມີ​ລາຍ​ງານກ່ຽວ​ກັບ​ເລື້ອງນີ້ ​ຊຶ່ງ ກິ່ງ​ສະຫວັນ​ ຈະ​ນຳ​ເອົາ​ລາຍ​ລະອຽດ ມາສະ​ເໜີ​ທ່ານ.

ບັນດາ​ຜູ້​ສະໝັກ ​ແລະ​ຜູ້​ສະໜັບສະໜູນ​ເຂົາ​ເຈົ້າ​ພາກັນໄປ​ໆ​ມາໆ ຢູ່ໃນລັດ​ຕ່າງໆ ທີ່​ມີ​ຈຳນວນ​ໂຕ​ເລກຜູ້​ແທນລັດສູງ​ເຊັ່ນ​ວ່າ ລັດ Florida, North Carolina ​ແລະ Pennsylvania. ບາງ​ຄັ້ງ​ບັນດາ​ຄູ່​ແຂ່ງຂັນຫລີກ​ກັນ​ພຽງ​ແຕ່​ໜ້ອຍ​ດຽວ ດັ່ງ​ທີ່​ທ່ານ Donald Trump ຜູ້​ສະໝັກ​ປະທານາທິບໍດີຂອງພັກຣີ ພັບບລິ​ກັນ ກ່າວ​ໃນ​ວັນ​ພະຫັດ​ຜ່ານ​ມານີ້​ວ່າ.

ທ່ານ Trump ກ່າວ​ວ່າ “​ແລະ​ຂ້າພ​ະ​ເຈົ້າ​ຫາ​ກໍອອກ​ໄປ ​ຈາກ​ນະຄອນ Miami. ​ແລະ​ໃນ ເວລາ​ທີ່​ອອກໄປນັ້ນ ຂ້າພະ​ເຈົ້າກໍ​ເຫັນ​ເຮືອບິນ Air Force One. ​ເພາະສະ​ນັ້ນ ຂ້າພະ​ ເຈົ້າ​ຈຶ່ງ​ເວົ້າກັບ​ຕົນເອງ​ວ່າ “ຂ້າພະເຈົ້າຄິດວ່າ ຜູ້ນັ້ນ ຈະ ແມ່ນໃຜນໍ.” ແລະແມ່ນປະທາ ນາທິບໍດີຂອງພວກເຮົາບໍ ແລະລາວມາທີ່ນີ້​ເພື່ອ ໂຄສະນາຫາສຽງ ໃຫ້ແກ່ “Hillary ຂີ້ສໍ້​ບໍ.”

ທ່ານ Trump ໄດ້ເຕືອນບັນດາຜູ້ປ່ອນບັດວ່າ ບັນຫາອີແມລຂອງ ທ່ານນາງ Clinton ຈະບໍ່ໜີໄປ​ໃສ ຖ້າຫາກທ່ານນາງຖືກເລືອກແລະການສືບສວນຈະໃຊ້ ເງິນຜູ້ເສຍພາສີ​ເປັນ​ຈຳນວນ​ຫຼວງຫລາຍຫລືຫລາຍຕື່ມ​ຂຶ້ນ ດັ່ງດຽວ​ກັນ​ກັບ​ການ ສືບສວນ​ກ່ຽວ​ກັບຄວາມປະ ພຶດ ຂອງສາມີທ່ານນາງ ເວລາທ່ານເປັນປະທານາທິ ບໍດີ.

ທ່ານ Trump ກ່າວວ່າ “ທານນາງ​ມີ​ທ່າ​ທາງ​ວ່າຈະ​ຢູ່​ພາຍ​ໃຕ້​ການ​ສືບສວນ​ເປັນ​ເວລາ​ ຫລາ​ຍໆ​ປີ. ນອກຈາກ​ນັ້ນ ຍັງ​ມີ​ທ່າ​ທາງ​ວ່າ​ຈະ​ສະຫລຸບ​ດ່້ວຍ​ການ​ດຳ​ເນີນ​ຄະ​ດີ. ນີ້​ຈະ ເປັນການຫຍຸ້ງຍາກ​ຢູ່​ຫລາຍ​ໆ​ປີ ທີ່​ຈະ​ເກີດ​ຂຶ້ນ ​ກ່ອນ​ທີ້​ເຂົາ​ເຈົ້າຈະ​ລົງ​ຄວາມ​ເຫັນ​ໄດ້. ພວກເຮົາ​ບໍ່​ຕ້ອງ​ກາ​ນ​ໃຫ້​ເປັນ​ເຊັ່ນນັ້ນ. ພວກ​ເຮົາ​ຕ້ອງການ​ປະທານາທິບໍດີ ​ທີ່​ຈະ​ເຂົ້າ ​ໄປ​ ແລະ​ເຮັດ​ໜ້າ​ທີ່ໂລດ.”

ທ່ານ​ນາງ Melania ພັນ​ລະ​ຍາ​ຂອງ​ທ່ານ Trump ອອກ​ມາ​ກ່າວ​ຄຳ​ປາ​ໄສ​ເປັນ​ເທື່ອທຳ​ອິດ ນັບ​ແຕ່​ກອງ​ປະຊຸມ​ໃຫຍ່​ພັກຣີພັບ​ບລິກກັນ ​ໂດຍ​ໄດ້ຖະ​ແຫລງຕໍ່​ບັນ ດາ​ຜູ້ມີ​ສິດ​ປ່ອນ​ບັດ​ຢູ່​ລັດ Pennsylvania.

ທ່ານ​ນາງກ່າວວ່າ “ທ່ານ Trump ໄດ້ໃຫ້ຄຳໝັ້ນສັນຍາ ທີ່ຟື້ນຟູ​ກຽດ​ສັກ​ສີ​ຂອງ ວໍຊິງ ຕັນ ແລະໃຫ້ຕ່າງປະ​ເທດຄວາມເຄົາລົບນັບຖືອາເມຣິກາ. ນີ້ບໍ່ແມ່ນການໂຄສະນາ ທຳມະດາ. ມັນແມ່ນການເຄື່ອນໄຫວ.”

ມັນ​ເປັນການເຄື່ອນໄຫວ ທີ່ຊາວອາເມຮິກັນຄວນຈະຢ້ານ ອີງຕາມທ່ານນາງ Clinton ແລະຝ່າຍຂອງທ່ານນາງ.

ທ່ານນາງ Clinton ກ່າວວ່າ “ຖ້າຫາກທ່ານ Donald Trump ຊະນະການເລືອກຕັ້ງ ຄັ້ງນີ້ ພວກເຮົາຈະໄດ້ມີຜູ້ບັນຊາການສູງ​ສຸດ ທີ່​ເກີນ​ກວ່າ​ຄວາມ​ສາ ມາດຂອງ​ຜູ້ກ່ຽວ​ຢ່າງ​ຊິ້ນ​ເຊີງ ແລະເປັນແນວຄິດທີ່​ເປັນອັນຕະລາຍຢ່າງ​ບໍ່​ໜ້າ ​ເຊື່ອ ​ເປັນ​ບຸກຄົນ​ທີ່ຕ້ອງ ການຢາກໃຫ້ຫລາຍປະເທດມີອາວຸດນິວເຄລຍ ແລະ ອາດຈະສາມາດ​ໝິ່ນປະໝາດ ບັນດາຜູ້ນຳຕ່າງປະເທດຢ່າງງ່າຍດາຍແລະເລີ້ມ ສົງຄາມທີ່ແທ້ຈິງ ແທນທີ່ຈະເປັນສົງ ຄາມ Twitter.

ທ່ານນາງ Clinton ​ໄດ້ໂຄສະນາຫາສຽງຢູ່ລັດ North Carolina ​ໃນວັນພະ ຫັດທີ່​ຜ່ານ​ມານີ້ໃນຂະນະທີ່ທ່ານ Barack Obama ​ໂຄສະນາ​ຊ່ວຍ​ທ່ານ​ນາງ ທີ່​ລັດ Florida.

ປະທານາທິບໍດີ Obama ກ່າວ​ວ່າ “ຂ້າພະ​ເຈົ້າ​ບໍ່​ໄດ້​ມີ​ຊື່​ໃນ​ການ​ປ່ອນ​ບັດ​ເທື່ອນີ້ ​ແຕ່​ວ່າ ຄວາມ​ທ່ຽງ​ທຳ ແມ່ນ​ຢູ່​ໃນ​ການ​ປ່ອນ​ບັດ. ຄວາມເໝາະ​ສົມ​ແມ່ນ​ຢູ່ໃນການ ​ປ່ອນ​ບັດ. ຄວາມ​ຍຸຕິ​ທຳ​ຢູ່​ໃນ​ກາ​ນ​ປ່ອນ​ບັດ. ຄວາມ​ກ້າວໜ້າ​ທັງ​ໝົດ​ທີ່​ພວກ​ເຮົາ​ໄດ້​ເຮັດມາ​ແມ່ນ​ຢູ່ກັບການ​ປ່ອນ​ບັດ. ການ​ປະຕິ​ຮູບ​ຄົນ​ເຂົ້າເມືອງ​ຢູ່ກັບ​ການ​ປ່ອນ​ບັດ. ການ​ຂຶ້ນ​ຊົ່ວໂມງ​ເຮັດ​ວຽກຂັ້ນຕ່ຳ​ສຸດ​ຢູ່​ກັບ​ການ​ປ່ອນ​ບັດ. ການ​ຈ່າຍທີ່​ເທົ່າ​ທຽມ​ກັນໃນການ​ເຮັດ​ວຽກ​ ຢູ່​ກັບ​ການ​ປ່ອນ​ບັດ. ປະຊາທິປະ​ໄຕ​ແມ່ນ​ຢູ່​ກັບ​ການ​ປ່ອນ​ບັດ."

ຄວາມ​ກົດ​ດັນ​ຂອງ​ບັນດາ​ຜູ້​ປ່ອນ​ບັດ​ກຳລັງເພີ້ມທະວີ​ຂຶ້ນ ​ໂດຍ​ສະ​ເພາະ​ບັນດາ​ຜູ້​ທີ່​ບໍ່ສວຍ​ໃຊ້ ​ການ​ປ່ອນ​ບັດ​ກ່ອນ​ກຳນົດແລະ​ຈະ​ປ່ອນ​ບັດ​ເຂົາ​ເຈົ້າ​ໃນ​ວັນ​ອັງຄານ ​ມື້​ອຶ່ນນີ້.​

XS
SM
MD
LG