ປະທານາທິບໍດີອາຟຣິກາໃຕ້ ທ່ານ Jacob Zuma ໄດ້ຂໍຂະມາໂທດ ໃນວັນສຸກວານນີ້ກ່ຽວກັບການໃຊ້ຈ່າຍເງິນຫຼວງຫລາຍກວ່າ 20 ລ້ານໂດລາໃນການປັບປຸງບ້ານພັກ ສ່ວນໂຕຂອງທ່ານ ແຕ່ວ່າບໍ່ໄດ້ຂໍລາອອກດັ່ງທີ່ຫຼາຍຄົນໄດ້ທຳນາຍໄວ້ ເພື່ອເປັນການ ຊົດໃຊ້ໂທດໃນການກະທຳຂອງທ່ານ.
ໃນການກ່າວຄຳປາໄສຕໍ່ປະເທດຊາດທີ່ມີການຖ່າຍທອດອອກອາກາດທົ່ວປະເທດນັ້ນ ທ່ານ Zuma ກ່າວວ່າ ທ່ານໄດ້ດຳເນີນການ ດ້ວຍຄວາມສຸດຈະລິດ ແລະປະຕິເສດວ່າ ທ່ານບໍ່ໄດ້ພົວພັນ ກັບການກະທຳຜິດໃດໆ ເວລາທ່ານໃຊ້ເງິນຫລວງ ສ້າງສະອາບນ້ຳ ແລະບ່ອນນັ່ງຊົມການສະແດງ ຢູ່ທີ່ບ້ານພັກສ່ວນໂຕຂອງທ່ານ.
ທ່ານ Zuma ກ່າວວ່າ ຂ້າພະເຈົ້າຂໍເນັ້ນໃຫ້ຮູ້ວ່າ ຂ້າພະເຈົ້າບໍ່ເຄີຍຮູ້ແລະກໍບໍ່ໄດ້ຕັ້ງໃຈ ທີ່ຈະລະເມີດລັດຖະທຳມະນູນ ຊຶ່ງເປັນກົດໝາຍສູງສຸດຂອງສາທາລະ ນະລັດ.
ສານສູງສຸດຂອງອາຟຣິກາໃຕ້ ໄດ້ຕັດສິນໃນວັນພະຫັດຜ່ານມານີ້ວ່າທ່ານ Zuma ໄດ້ ລະເມີດລັດຖະທຳມະນູນ ໂດຍບໍ່ເອົາຫົວຊາ ຕໍ່ຄຳແນະນຳ ຂອງອົງການຕໍ່ຕ້ານການສໍ້ ລາດບັງຫຼວງທີ່ຂໍໃຫ້ທ່ານສົ່ງເງິນສ່ວນໃດສ່ວນນຶ່ງຂອງຈຳນວນ 20 ລ້ານໂດລາທີ່ທ່ານ ໄດ້ໃຊ້ໃນການປັບປຸງບ້ານພັກສ່ວນໂຕຂອງທ່ານນັ້ນ ຄືນໃຫ້ແກ່ລັດຖະບານ.
ພາຍໃຕ້ຄຳຕັດສິນຂອງສານ ກະຊວງການເງິນຈະເປັນຜູ້ກຳນົດວ່າສ່ວນໃດໃນການປັບ ປຸງບ້ານເຮືອນທ່ານ Zuma ແມ່ນພົວພັນກັບເລື້ອງຄວາມປອດໄພ ແລະຈະສັ່ງໃຫ້ທ່ານ Zuma ຈ່າຍເງິນຄືນ ກ່ຽວກັບການໃຊ້ຈ່າຍອື່ນໆເຊັ່ນວ່າ ສະອາບນ້ຳແລະຮົ້ວສຳລັບຂັງສັດ.