ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ທຣຳ ຍິນດີຕອບຄຳຖາມ ຢູ່ໃນການສືບສວນພິເສດ ກ່ຽວກັບການສົນທະນາກັບ ທ່ານ Comey


ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ໂບກມືເວລາເດີນທາງມາເຖິງ ສະໜາມບິນສາກົນ Newark ລັດ New Jersey.
ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣໍາ ໂບກມືເວລາເດີນທາງມາເຖິງ ສະໜາມບິນສາກົນ Newark ລັດ New Jersey.

ເມື່ອຖືກຖາມ​ໃນ​ວັນ​ສຸ​ວານ​ນີ້​ ວ່າ​ທ່ານ​ຍິນດີ​ທີ່​ຈະ​ສາບານຕົນເພື່ອ​ໃຫ້ການກ່ຽວ​ກັບ​
ການ​ສົນທະນາ​ກັບ​ທ່ານ James Comey ອະດີດ​ຫົວໜ້າ​ສັນຕິ​ບານກາງ ຫລື FBI
ບໍ່ ປະທານາທິບໍດີດໍ​ໂນ​ລ ​ທຣໍາ ​ໄດ້​ຕອບ​ວ່າ “100 ​ເປີ​ເຊັນເລີຍ” ​ແຕ່ວ່າ ​ໃນ​ທັນທີ​ໃດ
ກໍໄດ້ກ່າວ​ເພີ່ມ​ວ່າ “ຂ້າ​ພະ​ເຈົ້າ​ບໍ່​ໄດ້​ກ່າວ​ພາຍ​ໃຕ້​ການ​ໃຫ້​ຄຳ​ສາບານ.”

ປະທານາທິບໍດີ ດໍໂນລ ທຣໍາ (ຂວາ) ລະຫວ່າງກອງປະຊມນັກຂ່າວ ກັບປະທານາທິບໍດີ ໂຣເມເນຍ ທ່ານ Klaus Werner Iohannis (ຊ້າຍ)
ປະທານາທິບໍດີ ດໍໂນລ ທຣໍາ (ຂວາ) ລະຫວ່າງກອງປະຊມນັກຂ່າວ ກັບປະທານາທິບໍດີ ໂຣເມເນຍ ທ່ານ Klaus Werner Iohannis (ຊ້າຍ)

ປະທານາທິບໍດີ​ໄດ້​ບອກຢ່າງຊັດເຈນເລີຍວ່າ ​ເຖິງ​ຢ່າງໃດ​ກໍຕາມ ທ່ານກໍຍິນ​ທີ່​ຈະ​ຕອບ​
ຄຳ​ຖາມ​ຕ່າງໆ​ຈາກ ທ່ານ Robert Muller ອະ​ດີດ​ຫົວໜ້າ FBI ຜູ້ນຶ່ງອີກ ​ທີ່​ປັດ​ຈຸ​ບັນ​ນີ້
ນຳພາ​ການ​ສືບສວນພິເສດ ເພື່ອກວດເບິ່ງການແຊກ​ແຊງ​ຂອງຣັດ​ເຊຍ​ເຂົ້າໃນການ​ເມືອງ ​ຂອງ​ສະຫະລັດ.

ຜູ້ແທນສະພາຕໍ່າ ທ່ານ Mike Conaway ພັກຣີພັບບລິກັນ ຈາກລັດ Texas (ຊ້າຍ) ຫລັງຈາກປະຊຸມປິດລັບ
ຜູ້ແທນສະພາຕໍ່າ ທ່ານ Mike Conaway ພັກຣີພັບບລິກັນ ຈາກລັດ Texas (ຊ້າຍ) ຫລັງຈາກປະຊຸມປິດລັບ

ການ​ຕອບ ແລະຖາມກັນລະຫວ່າງປະທານາທິບໍດີ ​ແລ​ະພວກ​ນັກ​ຂ່າວ​ ໄດ້ມີ​ຂຶ້ນ​
ຢູ່​ສວນ​ກຸຫລາບ​ ທີ່​ທຳນຽບຂາວ ທ່າມກາງ​ອາກາດ​ຮ້ອນ​ເອົ້າ​ຂອງຕອນ​ທ່ຽງ​ເດືອນ​
ມິຖຸນາ ​ໃນ​ຂະນະ​ທີ່​ປະທາ​ນາ​ທິບໍດີ​ທຣໍາ ຢືນ​ຢູ່​ຂ່ຽງຂ້າງປະທານາທິບໍດີໂຣມາ​ເນຍ ທ່ານ Klaus Lohannis.

ອະດີດຫົວໜ້າສັນຕິບານກາງ FBI ທ່ານ James Comey ກ່າວຕໍ່ຄະນະກຳມະການສຶບລັບ ລະຫວ່າງການຮັບຟັງຄຳໃຫ້ການ.
ອະດີດຫົວໜ້າສັນຕິບານກາງ FBI ທ່ານ James Comey ກ່າວຕໍ່ຄະນະກຳມະການສຶບລັບ ລະຫວ່າງການຮັບຟັງຄຳໃຫ້ການ.

ປະທານາທິບໍດີີກ່າວຫາ​ທ່ານ Comey ວ່າ​ເວົ້າ​ຂີ້​ຕົວະ​ພາຍ​ໃຕ້​ການ​ໃຫ້​ຄຳ​ສາບານ ໃນ
ໄລຍະທີ່ໃຫ້​ຄຳ​ໃຫ້ການ ຢູ່​ໃນ​ວັນ​ພະຫັດ​ທີ່​ຜ່ານ​ມາ ຕໍ່ໜ້າ​ຄະນະ​ກຳມະການ​ສືບ​ລັບ​ສະ
ພາ​ສູງ ແລະທ່ານ​ເວົ້າວ່າ “James Comey ​ໄດ້​ຢືນຢັນ​ຫລາຍ​ຢ່າງ​ທີ່​ຂ້າພະ​ເຈົ້າ​ໄດ້​ເວົ້າ
ໄປ ​ແລະ ສິ່ງທີ່​ລາວເວົ້າ​ນັ້ນບາງຢ່າງກໍ​ບໍ່​ມີ​ຄວາມ​ຈິງ​”

ອ່ານຂ່າວນີ້ເພີ່ມເປັນພາສາອັງກິດ

XS
SM
MD
LG