ປະທານາທິບໍດີ ສະຫະລັດ ທ່ານດໍໂນລ ທຣຳ ແລະ ພະສັນຕະປະປາ ແຟຣນຊິສ ໄດ້
ພົບປະກັນ ເປັນເວລາ ເຄິ່ງຊົ່ວໂມງ ຢູ່ທີ່ວັງວາຕິກັນ ໃນວັນພຸດມື້ນີ້ ຊຶ່ງໃນການເດີນ
ທາງໄປຢ້ຽມຢາມຕ່າງປະເທດ ຄັ້ງທຳອິດ ໃນຖານະເປັນປະທາທິບໍດີຂອງທ່ານນັ້ນ
ແມ່ນເນັ້ນໜັກໃສ່ 3 ສາສະໜາທີ່ສືບທອດມາຈາກການນັບຖື ທ່ານ ອາບຣາຮາມ ຄື ສາສະໜາຍິວ ຄຣິສຕຽນ ແລະ ອິສລາມ.
ຜູ້ນຳທັງສອງ ທີ່ພົບປະກັນເປັນເທື່ອທຳອິດ ໄດ້ຈັບມືກັນ. ພະສັນຕະປະປາ ປາກົດ
ວ່າ ມີທ່າທາງເສົ້າໝອງ. ແຕ່ທ່ານປະທານາທິບໍດີ ໄດ້ຍິ້ມອອກມາ.
“ເປັນກຽດທີ່ຍິ່ງໃຫຍ່” ນັ້ນແມ່ນຄຳເວົ້າຂອງທ່ານທຣຳ ທີ່ໄດ້ກ່າວຕໍ່ຜູ້ນຳສາສະໜາ
ໂຣມັນກາໂທລິກ ຫຼັງຈາກ ທີ່ພວກເພິ່ນໄດ້ນັ່ງລົງ ຢູ່ໃນຫ້ອງອ່ານໜັງສືສ່ວນຕົວ ຂອງ
ພະສັນຕະປະປາ.
ຫລັງຈາກ ທີ່ທ່ານປະທານາທິບໍດີ ໄດ້ພົບປະ ກັບພະສັນຕະປະປາ ເປັນການສ່ວນຕົວ
ຢູ່ທີ່ວັງ Apostolic ແລ້ວ ກໍໄດ້ມີການພົບປະໄລຍະສັ້ນໆຕໍ່ມາ ກັບບັນດາຜູ້ຊົມ ແລະ
ຄະນະຜູ້ແທນຂອງສະຫະລັດ ໂດຍປະກອບດ້ວຍສະຕີໝາຍເລກນຶ່ງ ທ່ານນາງ
Melania Trump ທີ່ແຕ່ງກາຍດ້ວຍຊຸດກະໂປງສີດຳ ຍາວເຖິງໜ້າແຂ່ງ ໂດຍມີຜ້າ
ປົກໜ້າ, ລັດຖະມົນຕີການຕ່າງປະເທດ ທ່ານ Rex Tillerson, ທີ່ປຶກສາດ້ານຄວາມ
ໝັ້ນຄົງແຫ່ງຊາດ ທ່ານ H.R. McMaster, ທ່ານນາງ Ivanka ລູກສາວຂອງທ່ານ
ທຣຳ ແລະ ທ່ານ Jared Kushner ສາມີຂອງທ່ານນາງ Ivanka ຊຶ່ງປັດຈຸບັນນີ້
ທັງສອງ ເປັນທີ່ປຶກສາຂອງທ່ານປະທານາທິບໍດີ ຢ່າງເປັນທາງການ.
ການພົບປະກັນດັ່ງກ່າວ ປະກອບມີການແລກປ່ຽນຂອງຂວັນ ຊຶ່ງກັນແລະກັນ.
ທ່ານປະທານາທິບໍດີ ໄດ້ບອກພະສັນຕະປະປາ ວ່າ “ນີ້ແມ່ນຂອງຂວັນ ສຳລັບ
ພະອົງ. ພວກນີ້ແມ່ນປຶ້ມ ຂອງທ່ານ Martin Luther King. ຂ້າພະເຈົ້າຄິດວ່າ
ພະອົງຄົງຈະມັກ.”
ພະສັນຕະປະປາ ໄດ້ມອບໃຫ້ທ່ານທຣຳ ໃນອັນທີ່ພະອົງ ຊົງກ່າວວ່າ ເປັນຫຼຽນ
ອັນນຶ່ງ ທີ່ເປັນຜົນງານຂອງຈິດຕະກອນ ຊາວໂຣມັນ. ພະອົງໄດ້ຊົງກ່າວອີກວ່າ ມັນ
ແມ່ນໝາກໂອລິບ ຊຶ່ງເປັນສັນຍາລັກຂອງສັນຕິພາບ.
ທ່ານປະທານາທິບໍດີ ໄດ້ກ່າວຕອບພະອົງວ່າ “ພວກເຮົາສາມາດໃຊ້ສັນຕິພາບ.”
ພະສັນຕະປະປາ ຊົງບອກທ່ານ ທຣຳ ວ່າ “ພະອົງໄດ້ລົງນາມເປັນການສ່ວນຕົວ
ໃຫ້ແກ່ເຈົ້າ.”
ປະທານາທິບໍດີທຣຳ ກ່າວຕອບວ່າ “ມັນງາມຫລາຍເປັນພິເສດ.”