ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ປ. ທຣໍາ ປະກາດຈະຍ້າຍກອງປະຊຸມພັກຣີພັບບລິກັນແຫ່ງຊາດ ອອກຈາກລັດຄາໂຣລາຍນາເໜືອ


ປະທານາທິບໍດີດໍໂນລ ທຣໍາ ຮ່ວມຟັງລາຍງານກັບ ຜູ້ປົກຄອງລັດ ຄາໂຣໄລນາເໜືອ ທ່ານຣອຍ ກູບເປີ.
ປະທານາທິບໍດີດໍໂນລ ທຣໍາ ຮ່ວມຟັງລາຍງານກັບ ຜູ້ປົກຄອງລັດ ຄາໂຣໄລນາເໜືອ ທ່ານຣອຍ ກູບເປີ.

ປະທານາທິບໍດີສະຫະລັດ ທ່ານດໍໂນລ ທຣໍາ ປະກາດໃນວັນອັງຄານວານນີ້ວ່າ ພັກຣິ
ພັບບລິກກັນ ຈະຍ້າຍກອງປະຊຸມໃຫຍ່ແຫ່ງຊາດຂອງພັກ ອອກຈາກລັດ ຄາໂຣໄລນາ
ເໜືອ ໃນພາກຕາເວັນອອກສຽງໃຕ້ຂອງປະເທດ ເພາະວ່າຜູ້ປົກ ຄອງລັດປະຕິເສດທີ່
ຈະຍົກເລີກຂໍ້ຈຳກັດຮັດແຄບ ກ່ຽວກັບການຈັດພິທີການອັນໃຫຍ່ ທີ່ແນໃສ່ເພື່ອປ້ອງ
ກັນການແຜ່ລະບາດໄວຣັສໂຄໂຣນາ.

ອາດມີຫຼາຍເຖິງ 19,000 ຄົນ ຮວມທັງຄະນະຜູ້ຕາງໜ້າ ແລະບັນດເຈົ້າໜ້າທີ່ ພັກຄາດ
ວ່າ ຈະໄປເຕົ້າໂຮມກັນຢູ່ສູນກາງ Spectrum ໃນເມືອງຊາລັອດ ທີ່ ເປັນທີ່ຕັ້ງຂອງສະ
ມາຄົມບານບ້ວງແຫ່ງຊາດ ໃນເມືອງດັ່ງກ່າວ ໃນທ້າຍເດືອນ ສິງຫາຈະມາ ເພື່ອສະເໜີ
ໃຫ້ປະທານາທິບໍດີທຣໍາເປັນຜູ້ສະໝັກພັກຂອງພັກໃນ ການເລືອກຕັ້ງປະທານາທິບໍດີ
ໃນເດືອນພະຈິກຈະມາເຖິງນີ້. ປະທານາທິບໍດີ ແລະເຈົ້າໜ້າທີ່ພັກຣີພັກຣີພັບບລິກັນ
ໄດ້ຮຽກຮ້ອງໃຫ້ຜູ້ປົກຄອງລັດ ທີ່ສັງກັດ ພັກເດໂມແຄຣັດ ທ່ານຣອຍ ກູບເປີ ອະນຸຍາດ
ໃຫ້ພັກຣີພັບບລີກັນຈັດກອງປະ ຊຸມໃຫຍ່ຂອງພັກ ດັ່ງທີ່ເຄີຍປະຕິບັດກັນມາຢ່າງເຕັມທີ່
ຢູ່ໃນສະຖານທີ່ໆເຕັມ ໄປດ້ວຍບັນດາຜູ້ຕາງໜ້າ ທີ່ຍ່າງໄປມາໄດ້ຢ່າງເສລີ ໂດຍປາດ
ສຈາກການໃສ່ ໜ້າກາກ.

ແຕ່ວ່າ ທ່ານກູບເປີ ຜູ້ປົກຄອງລັດໄດ້ປະຕິເສດຕໍ່ຄຳຮຽກຮ້ອງເຫລົ່ານັ້ນໃນວັນ ອັງຄານ
ວານນີ້ ໂດຍກ່າວວ່າ “ຫລຸດຂະໜາດກອງປະຊຸມລົງ ໂດຍມີຈຳນວນ ຄົນໜ້ອຍລົງ ຢືນ
ຢູ່ຫ່າງກັນ ແລະໃສ່ໜ້າກາກທີ່ມີຄວາມຈຳເປັນ” ເພາະພວກ ເຈົ້າໜ້າທີ່ບໍ່ແນ່ໃຈເຖິງ
ສະພາບການ ໃນການລະບາດຂອງໂຄວິດ-19 ໃນເວ ລາເລີ້ມກອງປະຊຸມແຫ່ງຊາດ.

ປະທານາທິບໍດີທຣໍາ ໄດ້ປະນາມທ່ານກູບເປີ ຢູ່ໃນການສົ່ງຂໍ້ຄວາມທາງທວິດ ໃນຕອນ
ແລງວັນອັງຄານ ວານນີ້ວ່າ “ຍັງຢູ່ໃນພາວະກັກຕົວ” ແລະກ່າວອີກ ວ່າການຕັດສິນໃຈ
ໄດ້ບັງຄັບໃຫ້ພັກຣີພັບບລິກັນ “ຊອກຫາລັດອື່ນເພື່ອເປັນເຈົ້າ ພາບຈັດກອງປະຊຸມໃຫຍ່
ແຫ່ງຊາດພັກຣີພັບບລິກັນ ປີ 2020.”

ແຫຼ່ງຂ່າວກ່າວວ່າ ພວກເຈົ້າໜ້າທີ່ພັກຣີພັບບລິກັນ ຈະຢ້ຽມຢາມເມືອງແນສ ວິລ ລັດ
ເທັນແນັສຊີ ຕັ້ງຢູ່ 600 ກິໂລແມັດ ໄປທາງພາກຕາເວັນຕົກ ຂອງ ເມືອງຊາລັອດ ໃນ
ການຊອກຫາເມືອງໃໝ່ມາແທນ. ເມືອງອື່ນໆທີ່ມີການສົນ ທະນາກັນຄື ບັນດາເມືອງອື່ນໆ
ທີ່ຖືກຍົກຂຶ້ນມາໃນການສົນທະນາ ກໍມີເມືອງ ແຈັກເຊີນວິລ ແລະເມືອງອອກແລນໂດ
ໃນລັດຟລໍຣິດາ ນະຄອນລາສເວກັສ ລັດເນວາດາ ແລະລັດຈໍເຈຍທາງ ຕາເວັນອອກສຽງ
ໃຕ້ຂອງປະເທດ.

ພັກເດໂມແຄຣັດ ໄດ້ເລື່ອນກອງປະຊຸມແຫ່ງຊາດຂອງເຂົາເຈົ້າທີ່ມີກຳນົດຈັດຂຶ້ນ ອາທິດ
ນຶ່ງກ່ອນໜ້ານັ້ນ ທີ່ເມືອງມິລວອກກີ ໃນລັດວິສຄອນຊິນ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG