ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະ​ທາ​ນາ​ທິ​ບໍ​ດີ ສ​ຣີ​ລັງ​ກາ ສັ່ງ​​ໂຈະ ການ​ເຮັດ​ວຽກ ຂອງສະ​ພາ ​ເຮັດ​ໃຫ້ວິ​ກິດ​ການ ຮ້າຍ​ແຮງ​ຂຶ້ນ​ຕື່ມ


Members of the Lviv symphony orchestra play an outside concert for a "free sky" and against the ongoing Russian invasion of Ukraine, in downtown Lviv, Ukraine.
Members of the Lviv symphony orchestra play an outside concert for a "free sky" and against the ongoing Russian invasion of Ukraine, in downtown Lviv, Ukraine.

ສ​ຣີ​ລັງ​ກາ​ພວມ​ປະ​ເຊີນ​ກັບ​ວິ​ກິດ​ການ​ທາງ​ດ້ານ​ລັດ​ຖະ​ທຳ​ມະ​ນູນ.

ປະ​ທາ​ນາ​ທິ​ບໍ​ດີ​ໄມ​ທ​ຣີ​ພາ​ລາ ສິ​ຣິ​ເສ​ນາ ໄດ້​ສັ່ງ​ໂຈະ​ການ​ປະ​ຕິ​ບັດ​ງານ​ຂອງ​ສະ​ພາ​ແຫ່ງ​ຊາດ ໃນ​ວັນ​ເສົາມື້ນີ້ ໄປ​ຈົນ​ຮອດ​ວັນ​ທີ 16 ພະ​ຈິກ.

ໃນ​ວັນ​ສຸກວານນີ້ ທ່ານ​ໄດ້​ສັ່ງ​ປົດ ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ​ຣາ​ນິ​ລ ວິກ​ເຣ​ເມ​ສິງ​ເຫ ແລະຍຸບ​ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານ.

ຄະ​ນະ​ລັດ​ຖະ​ບານ​ຂອງ​ທ່ານວິກ​ເຣ​ເມ​ສິງ​ເຫ ກ່າວ​ວ່າ ການ​ເຄື່ອນ​ໄຫວ​ໃນ​ວັນ​ສຸກວານນີ້ ແມ່ນ​ເທົ່າ​ກັບ​ເປັນ​ການ​ກໍ່​ລັດ​ຖະ​ປະ​ຫານ.

ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ທີ່​ຖືກ​ປົດ​ ຂອງ​ສ​ຣີ​ລັງ​ກາ ທ່ານ ​ຣາ​ນິ​ລ ວິກ​ເຣ​ເມ​ສິງ​ເຫ (ວັນ​ທີ 27 ຕຸ​ລາ 2018)
ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ທີ່​ຖືກ​ປົດ​ ຂອງ​ສ​ຣີ​ລັງ​ກາ ທ່ານ ​ຣາ​ນິ​ລ ວິກ​ເຣ​ເມ​ສິງ​ເຫ (ວັນ​ທີ 27 ຕຸ​ລາ 2018)

ແຕ່​ແນວ​ໃດ​ກໍ​ຕາມ ທ່ານວິກ​ເຣ​ເມ​ສິງ​ເຫ ​ໃນ​ວັນ​ເສົາ​ມື້ນີ້ ຍັງ​ຢູ່​ທີ່​ບ້ານ​ພັກ Temple Trees ​ຊຶ່ງ​ເປັນ​ບ້ານ​ພັກ​ຢ່າງ​ເປັນ​ທາງ​ການ​ຂອງນາ​ຍົກ​ລັດ​ຖະ​ມົນ​ຕີ. ທ່ານກ່າວ​ວ່າ ທ່ານ​ມີ​ສຽງ​ສ່ວນ​ຫຼາຍ​ສະ​ໜັບ​ສະ​ໜຸນ​ທ່ານ​ຢູ່​ໃນ​ສະ​ພາແລະ​ກໍ​ບໍ່​ມີ​ຄວາມຕັ້ງ​ໃຈທີ່​ຈະ​ລາ​ອອກ​ຈາກ​ຕຳ​ແໜ່ງ. ທ່ານ​ເວົ້າ​ວ່າ “ຂ້າ​ພະ​ເຈົ້າ​ມີ​ສຽງ​ສ່ວນ​ຫຼາຍ​ສະໜັບ​ສະ​ໜຸນ ຂ້າ​ພ​ະ​ເຈົ້າ​ຍັງ​ຈະ​ເຮັດ​ໜ້າ​ທີ່ ​ໃນ​ຖາ​ນະ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ຂ້າ​ພະ​ເຈົ້າ​ຈະ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕໍ່​ໄປ.”

ທ່ານ​ເຈ​ຮານ ເພ​ເຣ​ຣາ ຜູ້​ອຳ​ນວຍ​ການ​ບໍ​ລິ​ຫານ​ຂອງ​ສະ​ພາ​ສັນ​ຕິ​ພາບ​ສ​ຣີ​ລັງ​ກາ ຊຶ່ງ​ເປັນ​ອົງ​ການ​ຈັດ​ຕັ້ງ​ທີ່​ບໍ່​ສັງ​ກັດ​ພັກ ກ່າວ​ຕໍ່​ອົງ​ການ​ຂ່າວ​ເອ​ພີ​ວ່າ “ສິ່ງ​ທີ່​ປະ​ທານາ​ທິ​ບໍ​ດີ​ຄວນ​ກະ​ທຳ​ໃນ​ເວ​ລານີ້ ແມ່ນ​ຮຽກ​ປະ​ຊຸມ​ສະ​ພາ​ໃນ​ທັນ​ທີ ແລະ​ກໍ​ລົງ​ຄະແນ​ນ​ສຽງ. ນັ້ນ​ແມ່ນ​ແນວ​ທາງ​ປະ​ຊາ​ທິ​ປະ​ໄຕ ເພື່ອ​ແກ້​ໄຂວິ​ກິດ​ການ.”

ກະ​ຊວງ​ການ​ຕ່າງ​ປະ​ເທດ​ສະ​ຫະ​ລັດ ຮຽກ​ຮ້ອງ​ໃຫ້​ທັງ​ສອງ​ຝ່າຍ “ປະ​ຕິ​ບັດ​ຕາມ​ລັດ​ຖະ​ທຳ​ມະ​ນູນ​ຂອງ​ສ​ຣີ​ລັງ​ກາ ລະ​ເວັ້ນ​ຈາກ​ການ​ໃຊ້​ຄວາມ​ຮຸນ​ແຮງ ແລະ​ປະຕິ​ບັດ​ຕາມ​ຂັ້ນ​ຕອນ​ທາງ​ກົດ​ໝາຍ.”

​ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG