ປະທານປະເທດ ຢືນຢັນວ່າ ແຜນຍຸດທະສາດ ການພັດທະນາ
ລາວ ໃຫ້ເປັນເຂດສູນກາງ ຂອງການເຊື່ອມຕໍ່ດ້ານຄົມມະນາຄົມ
ຂົນສົ່ງ ໃນເຂດລຸ່ມແມ່ນ້ຳຂອງ ແລະ ອາຊ່ຽນຍັງເປັນເປົ້າໝາຍ
ສຳຄັນ.
ທ່ານຈູມມະລີ ໄຊຍະສອນ ປະທານປະເທດລາວ ແລະ ເລຂາ
ທິການໃຫຍ່ພັກປະຊາຊົນປະຕິວັດລາວ ຖະແຫລງຢືນຢັນວ່າ
ແຜນຍຸດທະສາດຢ່າງໜຶ່ງ ທີ່ພັກ ແລະ ລັດຖະບານລາວ ໄດ້ໃຫ້ຄວາມສຳຄັນໃນຖານະ ທີ່ເປັນແຜນການບຸລິມະສິດ ທີ່ຈະຕ້ອງດຳເນີນການຈັດຕັ້ງປະຕິລບັດໃຫ້ໄດ້ ຢ່າງເປັນຮູບປະທຳນັ້ນ ກໍຄືການພັດທະນາລາວ ໃຫ້ເປັນເຂດສູນກາງ ຂອງການເຊື່ອມຕໍ່ ດ້ານຄົມມະນາ
ຄົມຂົນສົ່ງ ໃນລຸ່ມແມ່ນ້ຳຂອງ ແລະ ໃນພູມິພາກອາຊ່ຽນ.
ແຕ່ຢ່າງໃດກໍຕາມ ການທີ່ຈະພັດທະນາລາວ ໃຫ້ໄປເຖິງເປົ້າໝາຍດັ່ງກ່າວໄດ້ ຢ່າງແທ້ຈິງ
ນັ້ນ ກໍຕ້ອງມີການນຳໃຊ້ເງິນທຶນຢ່າງຫລວງຫຼາຍ ໃນຂະນະທີ່ລັດຖະບານລາວ ກໍຍັງຕ້ອງ
ປະເຊີນກັບບັນຫາ ການຂາດແຄນດ້ານເງິນທຶນ ຢ່າງໜັກໜ່ວງ ຈຶ່ງຈະຕ້ອງເພິ່ງພາ ການ
ຊ່ວຍເຫຼືອ ແລະ ກູ້ຢືມຈາກຕ່າງປະເທດ ເປັນດ້ານຫຼັກ ຊຶ່ງໃນນີ້ກໍລວມເຖິງທະນາຄານ
ພັດທະນາລະບົບພື້ນຖານໂຄງລ່າງ ທີ່ລັດຖະບານຈີນລິເລີ້ມ ທີ່ຈະສ້າງຕັ້ງຂຶ້ນໃນມໍ່ໆນີ້ດ້ວຍ ດັ່ງທີ່ທ່ານຈູມມະລີ ໄດ້ຖະແຫລງຢືນຢັນວ່າ:
“ບົນຈິດໃຈດັ່ງກ່າວ ສປປ ລາວ ຂໍສະໜັບສະໜຸນຂໍ້ລິເລີ້ມຂອງ ສປ ຈີນ ໃນການ
ສ້າງຕັ້ງ ທະນາຄານລົງທຶນ ໃນພື້ນຖານໂຄງລ່າງອາຊີ ຊຶ່ງຈະເປັນການເປີດໂອ
ກາດໃຫ້ແກ່ປະເທດ ກຳລັງພັດທະນາ ສາມາດທີ່ຈະເຂົ້າເຖິງ ແຫລ່ງທຶນໄດ້ງ່າຍ
ອັນເປັນການປະກອບສ່ວນ ເຂົ້າໃນການປັບປຸງ ເຊື່ອມຈອດ ແລະ ພື້ນຖານໂຄງ
ລ່າງ ໃນພາກພື້ນອາຊີ.”
ທາງດ້ານທ່ານລີເບີ ລີບົວປາວ ຜູ້ອຳນວຍການສະຖາບັນວິໄຈ
ເສດຖະກິດແຫ່ງຊາດ ຖະແຫລງຍອມຮັບວ່າ ການຂະຫຍາຍຕົວ
ທາງເສດຖະກິດຢ່າງຕໍ່ເນື່ອງຂອງລາວ ໃນລະຍະຫຼາຍປີມານີ້ ກໍ
ຍັງບໍ່ພຽງພໍ ສຳຫລັບການທີ່ຈະເຮັດໃຫ້ມູນຄ່າ ທາງເສດຖະກິດ
ຂອງລາວ ທຽບເທົ່າກັບປະເທດສະມາຊິກເກົ່າໃນອາຊ່ຽນດ້ວຍ
ກັນໄດ້ເລີຍ ແລະ ທີ່ສຳຄັນກໍຄືຂະໜາດເສດຖະກິດຂອງລາວ
ກໍຍັງມີມູນຄ່າ ຂອງຜະລິດຕະພັນລວມ (GDP) ນ້ອຍທີ່ສຸດເມື່ອ
ທຽບກັບທຸກປະເທດສະມາຊິກໃນກຸ່ມອາຊ່ຽນດ້ວຍກັນ ໃນປັດຈຸ
ບັນນີ້ ອີກດ້ວຍ.
ທັງນີ້ໂດຍທ່ານລີເບີ ໄດ້ຍົກຕົວຢ່າງເຖິງມູນຄ່າທາງເສດຖະກິດ
ຂອງລາວໃນປີ 2012 ທີ່ມີຍອດຜະລິດຕະພັນລວມ ຫຼື (GDP)
ຄິດເປັນມູນຄ່າລວມທັງໝົດ 9,200 ລ້ານດອນລາ ຫາກແຕ່ກໍຖືເປັນມູນຄ່າທີ່ທຽບກັນບໍ່ໄດ້ເລີຍ ກັບປະເທດອິນໂດເນເຊຍ ໄທ ແລະ ຫວຽດນາມ ທີ່ GDP ມີມູນຄ່າລວມ 878,000
ລ້ານດອນລາ ກັບ 365,500 ລ້ານດອນລາ ແລະ 135,000 ລ້ານດອນລາ ຕາມລຳດັບ.
ຍິ່ງໄປກວ່ານັ້ນ ສຳຫລັບປະເທດສະມາຊິກໃໝ່ຂອງອາຊ່ຽນ ທີ່ມີເສດຖະກິດຂະໜາດນ້ອຍ
ຄືກັນກັບລາວ ເຊັ່ນບຣູນາຍ ແລະ ກຳປູເຈຍນັ້ນ ມູນຄ່າ GDP ກໍສູງກວ່າລາວ ຄື 16,600 ລ້ານດອນລາກັບ 14,000 ລ້ານດອນລາ ຕາມລຳດັບ ເພາະສະນັ້ນ ການທີ່ເສດຖະກິດຂອງລາວຈະມີມູນຄ່າ ທຽບເທົ່າກັບປະເທດຂະໜາດໃຫຍ່ ໃນອາຊ່ຽນໄດ້ນັ້ນ ຍັງຈະຕ້ອງໃຊ້ເວລາອີກນັບສິບໆປີ ຊຶ່ງທ່ານລີເບີ ໄດ້ຄາດໝາຍວ່າ ການຂະຫຍາຍຕົວທາງເສດຖະກິດຂອງລາວ ໃນລະດັບປັດຈຸບັນນີ້ ກໍຈະເຮັດໃຫ້ລາວກາຍເປັນປະເທດ ທີ່ມີລະດັບລາຍໄດ້
ສູງພາຍໃນປີ 2040 ໂດຍມີເງື່ອນໄຂວ່າ ເສດຖະກິດຂອງລາວຈະຕ້ອງຂະຫຍາຍຕົວເພີ້ມ
ຂຶ້ນຢ່າງຕໍ່ເນື່ອງ.
ແຕ່ຢ່າງໃດກໍຕາມ The Washington Post ກໍລະບຸວ່າ ການຂະຫຍາຍຕົວທາງເສດຖະ
ກິດຢ່າງວ່ອງໄວໃນລາວ ກໍເປັນຍ້ອນການຂຸດຄົ້ນຊັບພະຍາກອນທຳມະຊາດ ຢ່າງຫຼວງ
ຫຼາຍ ຊຶ່ງກໍສອດຄ້ອງກັບການທີ່ ກະຊວງແຜນການແລະການລົງທຶນ ໄດ້ລາຍງານວ່າ ລັດຖະບານລາວ ໄດ້ອະນຸຍາດສຳປະທານການຂຸດຄົ້ນແຮ່ທາດ ໃຫ້ແກ່ເອກກະຊົນລາວ ແລະຕ່າງຊາດໄປແລ້ວ 470 ໂຄງການ ໃນພື້ນທີ່ຂຸດຄົ້ນກວ້າງກວ່າ 58,569 ກິໂລແມັດມົນທົນ ແລະຄິດເປັນມູນຄ່າການລົງທຶນລວມ ຫຼາຍກວ່າ 5,900 ລ້ານດອນລາ.
ທາງດ້ານເຈົ້າໜ້າທີ່ຂັ້ນສູງ ໃນກະຊວງການເງິນ ເປີດເຜີຍວ່າ ໃນຕະຫລອດແຜນການປີ 2013-2014 ທີ່ຜ່ານມາ ລັດຖະບານລາວມີລາຍຮັບທີ່ຈັດເກັບຈາກການອະນຸມັດ ໃຫ້ສຳປະທານທີ່ດິນສຳຫລັບການປູກພືດອຸດສາຫະກຳຕ່າງໆ ເຊັ່ນຢາງພາລາ ແລະ ໄມ້ວິກ ຄິດເປັນມູນຄ່າລວມພຽງແຕ່ 19 ລ້ານ 5 ແສນ ດອນລາ ເທົ່ານັ້ນ ຊຶ່ງຖືເປັນລາຍຮັບທີ່ຕ່ຳຫຼາຍ
ເມື່ອທຽບກັບພື້ນທີ່ ສຳປະທານລວມ ທີ່ກວ້າງກວ່າ 570,000 ເຮັກຕາ ໃນທົ່ວປະເທດ.