ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານາທິບໍດີ ໂອບາມາ ຢ້ຽມຢາມກອງທັບ ສະຫະລັດ ໃນເກາະ ຮາວາຍ


ປະທານາທິບໍດີ ບາຣັກ ໂອບາມາ, ຮ່ວມກັບສະຕີໝາຍເລກ
ໜຶ່ງທ່ານ ມິແຊລ ໂອບາມາ ກ່າວຄຳປາໄສໃນລະຫວ່າງງານ ເພື່ອຂອບໃຈທະຫານ ແລະ ຄອບຄົວຂອງພວກເຂົາເຈົ້າ
ຢູ່ຖານທັບນາວິກະໂຍທິນໃນອ່າວ Kaneohe, ເກາະຮາວາຍ. 25 ທັນວາ, 2016.
ປະທານາທິບໍດີ ບາຣັກ ໂອບາມາ, ຮ່ວມກັບສະຕີໝາຍເລກ ໜຶ່ງທ່ານ ມິແຊລ ໂອບາມາ ກ່າວຄຳປາໄສໃນລະຫວ່າງງານ ເພື່ອຂອບໃຈທະຫານ ແລະ ຄອບຄົວຂອງພວກເຂົາເຈົ້າ ຢູ່ຖານທັບນາວິກະໂຍທິນໃນອ່າວ Kaneohe, ເກາະຮາວາຍ. 25 ທັນວາ, 2016.

ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ທີ່ເດີນທາງໄປພັກຜ່ອນຢູ່ເກາະຮາ ວາຍ ໄດ້ໄປຢ້ຽມຢາມກອງທັບ ອາເມຣິກັນ ຢູ່ຖານທັບທະຫານເປັນຄັ້ງສຸດທ້າຍ ໃນລະ ຫວ່າງ ການດຳລົງຕຳແໜ່ງປະທາ ນາທິບໍດີຂອງທ່ານໃນວັນອາທິດວານນີ້.

ໃນການກ່າວບໍ່ເທົ່າໃດສັບປະດາ ກ່ອນການສາບານໂຕເຂົ້າຮັບຕຳ ແໜ່ງທີ່ຖືກກຳນົດໄວ້ ຂອງ ປະທານາທິບໍດີທີ່ຖືກເລືອກໃໝ່ ທ່ານ Donald Trump ນັ້ນ, ທ່ານ ໂອບາມາ ໄດ້ ເອີ້ນເວລາໃນຖານະເປັນ ປະທານາທິບໍດີ ຂອງທ່ານວ່າ “ສິດທິພິເສດໃນຊີວິດຂອງຂ້າ ພະເຈົ້າ.”

ທ່ານ ໂອບາມາ ກ່າວວ່າ “ເຖິງແມ່ນວ່າຄັ້ງນີ້ຈະເປັນຄັ້ງສຸດທ້າຍສຳລັບຂ້າພະເຈົ້າທີ່ຈະ ກ່າວຕໍ່ພວກທ່ານ ໃນຖານະປະທານາທິບໍດີກໍຕາມ, ແຕ່ຂ້າພະເຈົ້າກໍຢາກໃຫ້ພວກທ່ານ ຮູ້ໄວ້ວ່າ, ໃນຖານະເປັນປະຊາຊົນຄົນໜຶ່ງ, ຂ້າພະເຈົ້າຈະຄົງມີຄວາມຮູ້ບຸນຄຸນ ແລະ ຄວາມໝັ້ນໝາຍຂອງພວກເຮົາທີ່ຈະຢືນຄຽງຂ້າງພວກທ່ານຢູ່ຕະຫຼອດໄປ, ມັນຈະບໍ່ມີ ວັນຢຸດຢັ້ງ.”

ໃນວັນເສົາທີ່ຜ່ານມາ, ທ່ານໄດ້ໂທຫາກອງທະຫານທີ່ຖືກສົ່ງໄປຕ່າງປະເທດ ແລະ ບອກ ພວກເຂົາເຈົ້າວ່າ ປະຊາຊົນ ອາເມຣິກັນ ຢູ່ປະເທດເຂົ້າໃຈວ່າພວກເຂົາເຈົ້າໄດ້ຕໍ່ສູ້ເພື່ອ ເສລີພາບ.

ທ່ານ ໂອບາມາ ແລະ ສະຕີໝາຍເລກໜຶ່ງທ່ານນາງ ມິແຊລ ໂອບາມາ ໄດ້ໄປຢ້ຽມຢາມ ຖານທັບນາວິກະໂຍທິນ ຮາວາຍ ໃນອ່າວ Kaneohe, ຕັ້ງຢູ່ໃກ້ກັບບ່ອນທີ່ທັງສອງທ່ານ ໄດ້ໃຊ້ເວລາໃນວັນພັກທ້າຍປີກັບລູກສາວຂອງພວກເພິ່ນ.

ທ່ານ ໂອບາມາ ໄດ້ກ່າວຕໍ່ກອງທະຫານວ່າ ເຖິງແມ່ນວ່າທ່ານຈະອອກຈາກຕຳແໜ່ງໃນ ເດືອນມັງກອນປີໜ້ານີ້ກໍຕາມ, ແຕ່ທ່ານກໍຈະສືບຕໍ່ເດີນທາງຢ້ຽມຢາມຖານທັບ “ໃນຫຼາຍ ປີຂ້າງໜ້າທີ່ຈະມາເຖິງ.”

ທ່ານໄດ້ເວົ້າຢອກວ່າ “ຂ້າພະເຈົ້າເຂົ້າໃຈວ່າ ຂ້າພະເຈົ້າຍັງຈະມີຕຳແໜ່ງນ້ອຍວ່າອະ ດີດປະທານາທິບໍດີຢູ່, ດັ່ງນັ້ນຂ້າພະເຈົ້າຍັງສາມາດໄປໃຊ້ຫ້ອງອອກກຳລັງກາຍໃນ ຖານທັບໄດ້ຢູ່, ແລະ ແນ່ນອນ, ສະໜາມ ກອລຟ ກໍຈະແມ່ນອີກບ່ອນນຶ່ງ."

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG