ປະທານາທິບໍດີສະຫະລັດ ທ່ານບາຣັກ ໂອບາມາ ພົບປະກັບ
ນາຍົກລັດຖະມົນຕີ ສປປ ລາວ ທ່ານ ທອງສິງ ທຳມະວົງ ທີ່
ນະຄອນຫລວງກົວລາລໍາເປີ ຂອງມາເລເຊຍ ເມື່ອວັນທີ 21
ພະຈິກ ຜ່ານມານີ້ ເພື່ອປຶກສາຫາລືກ່ຽວກັບການຂະຫຍາຍ
ສາຍພົວພັນລະຫວ່າງສອງປະເທດ
ໃນລະຫວ່າງການພົບປະກັນນັ້ນ ທັງສອງຝ່າຍ ຕ່າງກໍໄດ້ຕີລາຄາສູງ ຕໍ່ການພົວພັນແລະ
ການຮ່ວມມື ລະຫວ່າງ ສະຫະລັດກັບ ສປປ ລາວ ທີ່ໄດ້ມີບາດກ້າວຂະຫຍາຍຕົວ ຢ່າງຕໍ່ ເນື່ອງທ່າມກາງບັນຍາກາດ ທີ່ສອງຝ່າຍກຳລັງສະເຫຼີມສະຫຼອງຄົບຮອບ 60 ປີ ໃນການ ສ້າງຕັ້ງສາຍພົວພັນທາງການທູດລາວອາເມຣິກາໃນປີນີ້. ນອກນັ້ນ ທ່ານທອງສິງ ຍັງໄດ້ ສະແດງຄວາມຂອບໃຈຢ່າງສູງຕໍ່ລັດຖະບານສະຫະລັດອາເມຣິກາທີ່ໄດ້ມີສ່ວນປະກອບ
ອັນສຳຄັນເຂົ້າໃນການພັດທະນາເສດຖະກິດສັງຄົມ ຂອງ ສປປ ລາວ ໃນໄລຍະຜ່ານມາ ໂດຍສະເພາະແມ່ນການຊ່ວຍເຫຼືອໃນການແກ້ໄຂບັນຫາລະເບີດບໍ່ທັນແຕກ ທີ່ຍັງຄົງຕົກ
ຄ້າງຢູ່ ສປປ ລາວ ການຮ່ວມມືດ້ານສາທາລະນະສຸກ ດ້ານການສຶກສາ ແລະການຊ່ວຍ
ເຫຼືອໃນໂຄງການດ້ານວັດທະນະທຳສັງຄົມແລະອື່ນໆ ສ່ວນປະທານາທິບໍດີໂອບາມາກໍ
ໄດ້ກ່າວຢ້ຳ ເຖິງຄວາມໝາຍໝັ້ນ ທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອໃນດ້ານຕ່າງໆຂ້າງເທິງ
ແກ່ ສປປ ລາວ ໃນອະນາຄົດ. ພ້ອມນີ້ ທ່ານທອງສິງກໍໄດ້ເຊື້ອເຊີນ ທ່ານໂອບາມາເຂົ້າ
ຮ່ວມກອງປະຊຸມສຸດຍອດອາຊຽນ-ສະຫະລັດຄັ້ງທີ 4 ແລະກອງປະຊຸມສຸດຍອດເອເຊຍ
ຕາເວັນອອກຄັ້ງທີ 11 ໃນປີ 2016 ທີ່ ສປປ ລາວ.
ທ່ານປະທານາທິບໍດີ ໂອບາມາ ໄດ້ກ່າວໃນຄຳປາໄສ ຕໍ່ກອງປະຊຸມສຸດຍອດດ້ານເສດຖະ ກິດແລະການລົງທຶນຂອງອາຊຽນວ່າ “ຂ້າພະເຈົ້າຫວັງຢ່າງຍິ່ງວ່າ ຈະເປັນປະທານາທິບໍດີ ຜູ້ທຳອິດຂອງສະຫະລັດທີ່ເດີນທາງມາຢ້ຽມຢາມ ສປປ ລາວ ໃນຊ່ວງທີ່ປະເທດລາວ "ເປັນເຈົ້າພາບ ຈັດກອງປະຊຸມສຸດຍອດອາຊຽນ ໃນປີໜ້ານີ້.”