ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປ. ໂອບາມາ ໄປຢ້ຽມ ລັດ Louisiana ຫຼັງຈາກ ໄດ້ຮັບຄວາມເສຍຫາຍ ຈາກໄພນ້ຳຖ້ວມ


ປະທານາທິບໍດີ ບາຣັກ ໂອບາມາ ທັກທາຍ ພົນລະເມືອງ ຂະນະທີ່ຢ້ຽມຢາມ ຄຸ້ມບ້ານ Castle Place, ຂອງເມືອງ Baton Rouge ບ່ອນທີ່ໄດ້ຮັບຄວາມເສຍຫາຍ ຈາກໄພນ້ຳຖ້ວມ, ລັດ Louisiana., ວັນທີ 23 ສິງຫາ 2016.
ປະທານາທິບໍດີ ບາຣັກ ໂອບາມາ ທັກທາຍ ພົນລະເມືອງ ຂະນະທີ່ຢ້ຽມຢາມ ຄຸ້ມບ້ານ Castle Place, ຂອງເມືອງ Baton Rouge ບ່ອນທີ່ໄດ້ຮັບຄວາມເສຍຫາຍ ຈາກໄພນ້ຳຖ້ວມ, ລັດ Louisiana., ວັນທີ 23 ສິງຫາ 2016.

ປະທານາທິບໍດີ ສະຫະລັດ ທ່ານບາຣັກ ໂອບາມາ ໄດ້ເດີນທາງໄປຢ້ຽມຢາມ ລັດ Louisiana ຢູ່ທາງພາກຕາເວັນອອກສຽງໃຕ້ຂອງປະເທດ ເປັນຄັ້ງທຳອິດ ໃນວັນ ອັງຄານວານນີ້ ທີ່ໄດ້ປະສົບກັບໄພນ້ຳຖ້ວມຮ້າຍ​ແຮງເປັນປະຫວັດການ ​ເຊິ່ງ​ໄດ້​ ທຳລາຍເຂດພາກໃຕ້ຂອງລັດ ເປັນສ່ວນໃຫຍ່.

ຂະບວນລົດ ຂອງປະທານາທິບໍດີ ສະຫະລັດ ທ່ານ Barack Obama ສາມາດເຫັນໄດ້ຢູ່ໃກ້ໆ ທ່ານ ຂະນະທີ່ ຢ້ຽມຊົມ ຄຸ້ມບ້ານ ໃນເມືອງ Zachary ລັດ Louisiana ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ວັນທີ 23 ສິງຫາ 2016.
ຂະບວນລົດ ຂອງປະທານາທິບໍດີ ສະຫະລັດ ທ່ານ Barack Obama ສາມາດເຫັນໄດ້ຢູ່ໃກ້ໆ ທ່ານ ຂະນະທີ່ ຢ້ຽມຊົມ ຄຸ້ມບ້ານ ໃນເມືອງ Zachary ລັດ Louisiana ທີ່ໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ວັນທີ 23 ສິງຫາ 2016.

ທ່ານປະທານາທິບໍດີ ໄດ້ຫວັງທີ່ຈະ​ໃຫ້ການ​ຄ້ຳປະກັນ​ແກ່ຜູ້ເຄາະຮ້າຍ ວ່າ ລັດຖະບານ ຂອງທ່ານ ຈະຖືເອົາເລື່ອງການຟື້ນຟູຈາກໄພພິບັດ ເປັນບູລິມະສິດ ອັນດັບສູງ. ທ່ານ ໂອບາມາ ໄດ້ກ່າວ ໃນຂະນະທີ່ທ່ານ ໄປຢ້ຽມຄຸ້ມບ້ານແຫ່ງໜຶ່ງ ໃນເຂດກ້ຳຕາເວັນອອກ ຂອງເມືອງ Baton Rouge ທີ່ໄດ້ຮັບ​ຄວາມ​ເສຍ​ຫາຍໂດຍໄພນ້ຳຖ້ວມ ວ່າ “ທ່ານ ບໍ່ ແມ່ນຜູ້ດຽວ ທີ່​ໄດ້​ຮັບ​ບັນຫາເລື່ອງນີ້. ເຖິງແມ່ນວ່າ ຫຼັງຈາກທີ່ກ້ອງໂທລະ ພາບຕ່າງໆ ໄດ້ອອກໄປແລ້ວ ປະເທດທັງໝົດ ແມ່ນຈະສືບຕໍ່ໃຫ້ການສະໜັບສະໜູນພວກທ່ານ.”

ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຍ່າງໄປທັກທາຍຄອບຄົວໜຶ່ງ ເພື່ອຢ້ຽມຊົມ ເຮືອນທີ່ໄດ້ຮັບຄວາມເສຍຫາຍ ຂອງພວກເຂົາເຈົ້າ ໃນຄູ້ມບ້ານ Castle Place ຂອງເມືອງ Baton Rouge, ລັດ Louisiana, ວັນທີ 23 ສິງຫາ 2016.
ປະທານາທິບໍດີ ສະຫະລັດ ທ່ານ Barack Obama ຍ່າງໄປທັກທາຍຄອບຄົວໜຶ່ງ ເພື່ອຢ້ຽມຊົມ ເຮືອນທີ່ໄດ້ຮັບຄວາມເສຍຫາຍ ຂອງພວກເຂົາເຈົ້າ ໃນຄູ້ມບ້ານ Castle Place ຂອງເມືອງ Baton Rouge, ລັດ Louisiana, ວັນທີ 23 ສິງຫາ 2016.

ທ່ານໂອບາມາ ໄດ້ປະກາດໃຫ້ 20 ເມືອງ ໃນຈຳນວນທັງ​ໝົດ 46 ເມືອງຂອງລັດ Louisiana ເປັນເຂດທີ່ໄດ້ຮັບຄວາມເສຍຫາຍຢ່າງໜັກ ຊຶ່ງເປັນຂັ້ນຕອນ​ເພື່ອ​ຈັດສົ່ງ ການຊອຍເຫຼືອຂອງລັດຖະບານກາງ​ໄປ​ຊ່ວຍ​. ອົງການຄຸ້ມຄອງ​ເຫດການສຸກເສີນ ຂອງ ລັດຖະບານກາງ ຫຼື FEMA ໄດ້ກ່າວວ່າ ປະຊາຊົນຫຼາຍກວ່າ 115,000 ຄົນ ໄດ້ຍື່ນ ຄຳຮ້ອງຂໍຄວາມຊ່ວຍເຫຼືອດ້ານການເງິນຈາກລັດຖະບານກາງ ແລະ ມາເຖິງປັດຈຸບັນນີ້ ມີທຶນຈຳນວນ 127 ລ້ານໂດລາ ພ້ອມທີ່ຈະນຳໃຊ້ໃນທັນທີ. ຫຼາຍກວ່າ 700 ຄົວເຮືອນ ໄດ້ຖືກສົ່ງໃຫ້ໄປຢູ່ທີ່ສະຖານທີ່ພັກຊົ່ວຄາວ ເຊັ່ນໂຮງແຮມ ແລະສະຖານ​ທີ່​ພັກ​ເຊົາ​ຊົ່ວຄາວຕ່າງໆ.

Obama Message to Louisiana Flood Victims
please wait

No media source currently available

0:00 0:00:21 0:00


ການເດີນທາງໄປຍັງ Louisiana ຂອງປະທານາທິບໍດີ ມີຂຶ້ນຫຼັງຈາກທີ່ໄດ້ໄປພັກຜ່ອນ ກັບຄອບຄົວເປັນເວລາສອງສັບປະດາ ຢູ່ທີ່ສວນໝາກອະງຸ່ນ ຂອງທ່ານນາງ Martha ໃນລັດ Massachusetts ຊຶ່ງໄດ້ກໍ່ ໃຫ້ເກີດມີການຕຳໜິຕິຕຽນ ຈາກພວກຜູ້ທີ່ຄິດວ່າ ທ່ານຄວນຕັດການໄປພັກຜ່ອນຂອງທ່ານໃຫ້ສັ້ນລົງ ເພື່ອເດີນທາງໄປຢ້ຽມຢາມ ລັດ ແຄມຝັ່ງທະເລດັ່ງກ່າວ. ທຳນຽບຂາວ ໄດ້ກ່າວເມື່ອສັບປະດາແລ້ວນີ້ ວ່າ ທ່ານໂອບາມາ ກະຕືລືລົ້ນທີ່ຢາກ​ໄປເຫັນຜົນກະທົບຂອງໄພນ້ຳຖ້ວມ ແຕ່ຢາກໃຫ້ມີຄວາມແນ່ໃຈວ່າ ການໄປມີໜ້າຂອງທ່ານນັ້ນ ຈະບໍ່ “ເຂົ້າໄປຫຍຸ້ງກ່ຽວ ກັບຄວາມພະຍາຍາມ​ໃຫ້ການ​ຊ່ວຍ​ເຫລືອ​ໃ ທີ່ກຳລັງ​ດຳ​ເນີນ​ຢູ່​ນັ້ນ.”

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

President Obama Promises Help for Flood-Stricken, 'Even After TV Cameras Leave'
please wait

No media source currently available

0:00 0:02:16 0:00

XS
SM
MD
LG