ທຳນຽບຂາວ ກ່າວວ່າ ບັນດາເຈົ້າໜ້າທີ່ ສະຫະລັດ ເຫັນວ່າ
ການໂຈມຕີທາງອິນເຕີແນັດ ໃສ່ບໍລິສັດຮູບເງົາ Sony ເປັນ
“ເລື້ອງທີ່ຮ້າຍແຮງຕໍ່ຄວາມປອດໄພຂອງປະເທດ” ແລະສະ
ພາຄວາມໝັ້ນຄົງຂອງ ປະທານາທິບໍດີ Barack Obama
ພວມພິຈາລະນາວ່າ ຈະຕອບໂຕ້ແບບເໝາະສົມ.
ໂຄສົກທຳນຽບຂາວ ທ່ານ Josh Earnest ກ່າວວ່າ ຫລັກ
ຖານສະແດງໃຫ້ເຫັນວ່າ ການໂຈມຕີີຕໍ່ບໍລິສັດຮູບເງົາ Sony
ແມ່ນໄດ້ກະທຳໂດຍ “ຜູ້ໂຈມຕີທີ່ໃຊ້ກົນລະຍຸດສະລັບຊັບ
ຊ້ອນສູງ.” ແຕ່ທ່່ານ Earnest ໄດ້ປະຕິເສດທີ່ຈະຖິ້ມ ໂທດ
ໃສ່ເກົາຫລີເໜືອ ໂດຍກ່າວວ່າ ການສືບສວນກໍາລັງດຳເນີນຢູ່ໃນຂະນະນີ້.
ອ້າງອີງຕາມລາຍງານສື່ມວນຊົນແລ້ວ ບັນດາເຈົ້າໜ້າທີ່ສະຫະລັດທີ່ຂໍສະຫງວນ ຊື່ ກ່າວ
ວ່່າ ບັນດາຜູ້ສືບສວນພົບວ່າ ເກົາຫລີເໜືອມີສ່ວນພົວພັນກັບການໂຈມຕີ ທາງດິນເຕີແນັດ
ດັ່ງກ່າວ. ບໍ່ເປັນທີ່ແຈ້ງຂາວເທື່ອວ່າ ບັນດາຜູ້ສືບສວນ ໄດ້ລົງ ຄວາມເຫັນກັນແບບໃດ.
ການໂຈມຕີເຈາະຂໍ້ມູນຄັ້ງໃຫຍ່ຕໍ່ບໍລິສັດຮູບເງົາ Sony ໄດ້ເຮັດໃຫ້ເອກກະສານ ຫລາຍ
ສິບພັນໜ້າມີການຮົ່ວໄຫລ ແລະໄດ້ເພີ້ມທະວີການຂົ່ມຂູ່ກ່ຽວກັບການໂຈມ ຕີກໍ່ການຮ້າຍ
ຕໍ່ຮູບເງົາເລື້ອງ “The Interview” ຊຶ່ງເປັນຮູບເງົາຕະລົກ ທີ່ບໍ່ມີຄວາມຈິງ ກ່ຽວກັບການ
ວາງແຜນຄາດຕະກຳ ຜູ້ນຳເກົາຫລີເໜືອ ທ່ານ Kim Jong Un.
ກຸ່ມເຈາະຂໍ້ມູນຫຼືແຮັກເກີ້ ທີ່ຮ້ອງຕົນເອງວ່າ ຜູ້ພິທັກສັນຕິພາບ ໄດ້ໃຫ້ຄຳໝັ້ນສັນຍາວ່າ
ພວກທີ່ໄປເບິ່ງການສາຍຮູບເງົາ “The Interview” ຈະປະສົບກັບ “ຊາຕາອັນຂົມຂື່ນ.”
ກຸ່ມດັ່ງກ່າວໄດ້ອ້າງເຖິງ ການໂຈມຕີໃນວັນທີ 11 ເດືອນກັນຍາ ປີ 2001 ຢູ່ໃນສະຫະລັດ
ແລະໄດ້ເຕືອນປະຊາຊົນ ໃຫ້ພາກັນຢູ່ຫ່າງຈາກບັນດາໂຮງສາຍຮູບເງົາ ບ່່ອນທີ່ມີການ
ສາຍເລື້ອງດັ່ງກ່າວ.