ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ລັດຖະມົນຕີຍຸດຕິທຳ ສຫລ ຢ້ຽມຢາມ ຄອບຄົວ ຂອງທ້າວເກຣ ທີ່ເສຍຊີວິດ ຍ້ອນຕຳຫລວດ


ລັດຖະມົນຕີຍຸດຕິທຳ ສະຫະລັດ ທ່ານນາງ Loretta Lynch, ຂວາ, ກ່າວຖະແຫລງ ຕໍ່ບັນດາສະມາຊິກລັດຖະສະພາ ແລະ ຜູ້ນຳທາງສາສະໜາ ຢູ່ທີ່ມະຫາວິທະຍາໄລ ບອລຕີມໍ, ໃນລັດ ແມຣີແລນ, ວັນທີ 5 2015.
ລັດຖະມົນຕີຍຸດຕິທຳ ສະຫະລັດ ທ່ານນາງ Loretta Lynch, ຂວາ, ກ່າວຖະແຫລງ ຕໍ່ບັນດາສະມາຊິກລັດຖະສະພາ ແລະ ຜູ້ນຳທາງສາສະໜາ ຢູ່ທີ່ມະຫາວິທະຍາໄລ ບອລຕີມໍ, ໃນລັດ ແມຣີແລນ, ວັນທີ 5 2015.

ລັດຖະມົນຕີ​ກະຊວງ​ຍຸດຕິ​ທຳ​ຄົນ​ໃໝ່ຂອງ​ສະ​ຫະລັດ ທ່ານ​ນາງ
Loretta Lynch ໄດ້ພົບ​ປະ ​ໃນ​ວັນ​ອັງຄານ​ວານ​ນີ້ ​ກັບ​ຄອບຄົວ
​ຂອງ​ທ້າວ Freddie Gray ຊາຍ​ອາ​ເມຣິກັນ​ຜິວ​ດຳ ທີ່ເສຍ​ຊີ​ວິດ
ໃນ​ລະຫວ່າງ ​ທີ່​ຖືກຕຳຫຼວດຄວບ​ຄຸມ​ຕົວ​ໄວ້ ​ໃນນະຄອນ
Baltimore ທາງພາກ​ຕາ​ເວັນ​ອອກ​ຂອງ​ສະຫະລັດ.

ການ​ຕາຍ​ຂອງ ທ້າວ Gray ​ໄດ້ກໍ່​ໃຫ້​ເກີດ​ຄວາມ​ວຸ້ນວາຍກໍ່​ການ​
ຈະລາຈົນຂື້ນ ​ເປັນ​ເວລາ​ໜຶ່ງ​ມື້​ ໃນຄຸ້ມໜຶ່ງຂອງ​ຊາວຜິວດຳ​ ທີ່
ທຸກ​ຍາກ​ຂອງເມືອງ. ພວກ​ປະ​ທ້ວງ​ໄດ້​ຈູດ​ຫ້າງ​ຮ້ານ ​ແລະລົດລາ
​ເພື່ອ​ປະ​ທ້ວງ​ຕໍ່​ຄວາມ​ຮຸນແຮງ​ຂອງ​ຕຳຫຼວດ ​ແລະ ການ​ຂາດ​ໂອກາດ​ວຽກເຮັດ​ງານ​ທຳ.

ທ່ານນາງ Lynch ​ໄດ້​ກ່າວວ່າ ກະຊວງຍຸດຕິ​ທຳ​ຂອງ​ທ່ານ​ນາງ​ຈະ“ພະ​ຍາຍ​າມຊອກ​ຫາ​
ວິທີ​ແກ້​ບັນຫາ, ວິທີ​ແກ້​ບັນຫາ​ ທີ່​ຈິງ​ຈັງ​ສຳລັບ​ເມືອງ Baltimore ເພື່ອ​ປັບປຸງ​ເມືອງ​
ນີ້​ໃຫ້​ດີ​ຂຶ້ນ. ນັ້ນ​ແມ່ນ​ເປົ້າ​ໝາຍ​ຂອງ​ພວກ​ເຮົາ. ນັ້ນແມ່ນ​ຄຳ​ໝັ້ນ​ໝາຍ ຂອງ​ພວກ​
ເຮົາ.”

ທ່ານ William Murphy ທະນາຍຄວາມ​ຂອງຄອບ​ຄົວທ້າວ Gray ​ກ່າວວ່າ ທ່ານນາງ
Lynch ​ໄດ້​ສະ​ແດງ​ຄວາມ​ເສົ້າ​ສະຫຼົດ​ໃຈ​ຕໍ່​ການ​ຕາຍ​ ຂ​ອງ​ທ້າວ Freddie Gray ​ເຊິ່ງ​
ທ່ານ​ນາງ​ເວົ້າ​ວ່າ “ມັນ​ຕາງໜ້າ​ໃຫ້​ຫຼາຍ​ສິ່ງຫຼາຍ​ຢ່າງ.”

ທ່ານ​ລັດ​ຖະມົນ​ຕີ​ ​ຍັງ​ໄດ້ໄປ​ພົບ​ກັບ​ເຈົ້າ​ໜ້າ​ທີ່​ເມືອງ ​ແລະ ສະມາຊິກ​ລັດຖະສະພາ​
ສະຫະລັດ ຈາກ​ເຂດ​ເມືອງ Baltimore ​ແລະ ​ລັດ Marryland ນຳ.

ນອກ​ນີ້ ທ່ານນາງ Lynch ​ຍັງ​ໄດ້​ພົບ​ກັບທ່ານ Anthony Batts ​ຫົວໜ້​າຕຳຫຼວດ​ເມືອງ
Baltimore ​ແລະ ເຈົ້າ​ໜ້າ​ທີ່ຕຳຫລວດຄົນ​ ອື່​ນໆ​ອີກ. ທ່ານ​ນາງບອກ​ພວກ​ເຂົາ​ເຈົ້າ​ວ່າ
ຕຳຫຼວດ​ມັກ​ຈະ​ດີ້ນ​ຮົນ​ຕໍ່ສູ້ ກັບ​ວຽກງານ​ທີ່​ຫຍຸ້ງຍາກຢູ່​ເລື້ອຍໆ ​ແຕ່​ວ່າ ເວລາ​ນີ້ ກໍ​ກຳລັງ​
ປ່ອຍ​ໃຫ້​ຜູ້​ປະ​ທ້ວງ​ພາກັນ​ເດີນ​ຂະ​ບວນ​ ຢ່າ​ງສະຫງົບ​ສຸກ ​ແລະ ຊ່ວຍ​ເຫຼືອ​ຜູ້​ຢູ່​ອາໄສ ​ທຳ​
ຄວາມ​ສະອາດ​ ​ແລະ ກໍ່​ສ້າງ​ເມືອງຄືນ.

ທ້າວ Freddie Gray ເສ​ຍຊີວິດ​ຍ້້ອນ​ໄດ້​ຮັບ​ບາດ​ເຈັບ​ທີ່​ກະດູກ​ສັນຫຼັງ ຫຼັງ​ຈາກ​ ອັນທີ່
ຫ້ອງການໄອຍະການ​ຂອງ​ລັດເວົ້າ​ວ່າ​ ເປັນ​ການ​ຈັບ​ກຸມ ​ທີ່​ບໍ່​ເປັນທຳ.

ຫ້ອງການໄອຍະການ ​ຂອງ​ລັດໄດ້​ລົງ​ຄວາມ​ເຫັນ​ວ່າ ​ການ​ຕາຍ​ຂອງ​ທ້າວ Gray ​ເປັນ​ການ​
ຄາດ​ຕະກຳ ສົ່ງ​ຜົນ​ໃຫ້ຕຳຫຼວດ 6 ຄົນ ​ໃນ​ນັ້ນມີ​ຄົນ​ຜິວ​ດຳ 3 ​ຄົນ ຖືກ​ຕັ້ງຂໍ້​ຫາວ່າ ມີ​ສ່ວນ​
ເຮັດ​ໃຫ້​ລາວ​ເສຍ​ຊີວິດ.

Volunteers Pull Together to Aid Baltimore Riot Victims
please wait

No media source currently available

0:00 0:02:29 0:00

XS
SM
MD
LG