ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໒໓ ເມສາ ໒໐໒໔

ປ.ໂອບາມາ ໄດ້ເນັ້ນເຖິງ ຄວາມໝັ້ນໝາຍ ຂອງເນໂຕ້ ຕໍ່ ບັນດາປະເທດ ໃນເຂດທະເລ Baltics (ວີດີໂອ)


ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວຄຳປາໄສ ຢູ່ຫໍການສະແດງ Nordea ໃນນະຄອນຫລວງ Tallinn ຂອງ Estonia ວັນທີ 3 ກັນຍາ 2014.
ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ກ່າວຄຳປາໄສ ຢູ່ຫໍການສະແດງ Nordea ໃນນະຄອນຫລວງ Tallinn ຂອງ Estonia ວັນທີ 3 ກັນຍາ 2014.

ປະທານາທິບໍດີ​ສະຫະລັດ ທ່ານ ບາຣັກ ​ໂອ​ບາ​ມາ ​ໄດ້​ປະກາດ
​ແຜນການ​ທີ່​ຈະ​ສົ່ງ​ເຮືອບິນ​ໄປ​ຍັງ​ເຂດທະເລ Baltics ຕື່ມ​ອີກ ​
ໃນ​ຂະນະ​ທີ່​ທ່ານ ຊອກ​ຫາ​ຊ່ອງທາງ ທີ່​ຈະໃຫ້​ຄວາມ​ໝັ້ນ​ໃຈ​ແກ່​
ບັນດາປະ​ເທດ​ທີ່​ເປັນ​ຫ່ວງ ​ກ່ຽວ​ກັບ​ການ​ພົວພັນ​ທາງ​ດ້ານ​ທະ
ຫານ​ຂອງຣັດ​ເຊຍ ​ຢູ່ໃນ​ຢູ​ເຄຣນ ​ແລະ ອາດ​ເປັນ​ໄປ​ໄດ້​ວ່າ
ຣັດ​ເຊຍ​ຈະ​ຂົ່ມຂູ່​ບັນດາ​ລັດ​ໃນ​ເຂດ ເຂດທະເລ Baltics ນັ້ນ.

ທ່ານ ​ໂອ​ບາ​ມາ ​ໄດ້​ໃຫ້​ຄຳເຫັນດັ່ງກ່າວ ຢູ່ໃນການຖະ​ແຫລ​ງ
ຂ່າວ​ເມື່ອ​ວັນ​ພຸດ​ມື້​ນີ້ ​ຢູ່ ນະຄອນຫລວງ​ Tallinn ຂອງ Estonia
ນຶ່ງ​ມື້ກ່ອນ​ທີ່​ຈະ​ເລີ້ມ​ກອງ​ປະຊຸມ​ສຸດ​ຍອດອົງການ NATO ​ຄັ້ງ
​ສຳຄັນຢູ່​ Wales.

ປະທານາທິບໍດີ​ສະຫະ​ລັດ ຍັງ​ໄດ້​ກ່າວ​ວ່າ ສະມາຊິກ​ຂອງ​ອົງການ NATO ທັງ​ໝົດ ຕ້ອງ​
ປະກອບສ່ວນ​ອັນ​ສົມຄວນ​ ​ເຂົ້າ​ໃນ​ງົມ​ປະມານ​ທາງ​ດ້ານ​ການ​ປ້ອງ​ກັນປະ​ເທດຂອງ​ຕົນ
​ເພື່ອເຮັດ​ໃຫ້​ພັນທະ​ມິດເຂັ້ມ​ແຂງ​ຂຶ້ນ.

ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ (ຊ້າຍ) ຟັງ ປະທານາທິບໍດີແອສໂທເນຍ ທ່ານ Toomas Hendrik Ilves ລະຫວ່າງການຖະແຫລງຂ່າວ ຢູ່ນະຄອນຫລວງ Tallinn ຂອງ Estonia ວັນທີ່ 3 ກັນຍາ 2014.
ປະທານາທິບໍດີສະຫະລັດ ທ່ານ ບາຣັກ ໂອບາມາ (ຊ້າຍ) ຟັງ ປະທານາທິບໍດີແອສໂທເນຍ ທ່ານ Toomas Hendrik Ilves ລະຫວ່າງການຖະແຫລງຂ່າວ ຢູ່ນະຄອນຫລວງ Tallinn ຂອງ Estonia ວັນທີ່ 3 ກັນຍາ 2014.

ໃນ​ຂະນະ​ທີ່ຖະແຫຼງ ຢູ່ຄຽງ​ຂ້າງ​ກັບ​ປະທານາທິບໍດີ​ແອັສ​ໂທ​ເນຍ ທ່ານ Toomas Hendrik Ilves ທ່ານໂອ​ບາ​ມາ ​ໄດ້​ຍົກ​ເອົາ​ແອັສ​ໂທ​ເນຍ ​ຂຶ້ນມາ​ເປັນ​ຕົວຢ່າງ​ ກ່ຽວກັບວ່າ ບັນດາ​ສະມາຊິກອົງການ NATO 28 ປະ​ເທດ​ທັງ​ໝົດ ​ຕ້ອງ​ປະຕິບັດຕາມ​ຄຳ​ໝັ້ນສັນຍາ ທີ່​ຈະສະໜອງ 2 ​ເປີເຊັນ ຂອງ​ຍອດຜະລິດຮວມ​ພາຍ​ໃນທັງ​ໝົດ ຫຼື ​GDP ​ ຂອງ​ຕົນ ເຂົ້າ​ໃສ່ໃນກຸ່ມ​ພັນທະ​ມິດ.

ທ່ານ ​ໂອ​ບາ​ມາ ​ໄດ້​ໄປ​ເຖິງ ​ແອັສ​ໂທ​ເນຍ ​ໃນ​ຕອນ​ເຊົ້າ ຂອງ​ວັນ​
ພຸດ​ມື້​ນີ້ ​ແລະ ຈະ​ມີ​ການເຈລະຈາ​ເຕັມ​ມື້ ​ກັບ​ບັນດາ​ປະທານາທິບໍດີ​
ຈາກປະ​ເທດ ​ແອັສ​ໂທ​ເນຍ ລັດ​ເວ​ຍ ​ແລະລີ​ທົວ​ເນຍ.

ປະທານາ​ທິບໍດີ ​ໂອ​ບາ​ມາ ​ໄດ້​ກ່າວເຖິງການ​ເຈລະຈາ ​ເປັນວິທີ ​
ຂອງ​ການສະ​ແດງ​ໃຫ້ອະດີດ ​ສາທາລະນະ​ລັດ​ຂອງ​ໂຊຫວຽດ​ທັງ 3 ປະ​ເທດ “​ວ່າ ພວກ​
ເຮົາ​ຈະ​ເຮັດ​ສິ່ງ​ທີ່​ ພວກ​ເຮົາ​ໄດ້​ເວົ້າ ກ່ຽວກັບພັນທະ ຕ່າງໆ ໃນ​ສົນທິສັນຍາຂອງ​
ພວກ​ເຮົານັ້ນ.”

NATO to Prepare For Russia’s Next Move
please wait

No media source currently available

0:00 0:02:25 0:00

XS
SM
MD
LG