ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ປະທານປະເທດລາວ ຢືນຢັນວ່າ ຈະເພີ້ມ ມູນຄ່າການຄ້າ ກັບຫວຽດນາມ ໃຫ້ຫຼາຍຂຶ້ນ


ກອງປະຊຸມລະດັບ ລັດຖະມົນຕີ ລະຫວ່າງ ຄະນະຜູ້ແທນລາວ ກັບ ຄະນະຜູ້ແທນ ຫວຽດນາມ ທີ່ມີຂຶ້ນ ເນື່ອງໃນໂອກາດ ການເດີນທາງໄປຢ້ຽມຢາມ ສັນຖະວະໄມຕີ ຂອງທ່ານບຸນຍັງ ວໍລະຈິດ ປະທານປະເທດ ແລະເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ.
ກອງປະຊຸມລະດັບ ລັດຖະມົນຕີ ລະຫວ່າງ ຄະນະຜູ້ແທນລາວ ກັບ ຄະນະຜູ້ແທນ ຫວຽດນາມ ທີ່ມີຂຶ້ນ ເນື່ອງໃນໂອກາດ ການເດີນທາງໄປຢ້ຽມຢາມ ສັນຖະວະໄມຕີ ຂອງທ່ານບຸນຍັງ ວໍລະຈິດ ປະທານປະເທດ ແລະເລຂາທິການໃຫຍ່ ພັກປະຊາຊົນປະຕິວັດລາວ.

ປະທານປະເທດລາວ ຢືນຢັນຈະເພີ້ມມູນຄ່າການຄ້າ ກັບຫວຽດນາມ ໃຫ້ຫຼາຍຂຶ້ນ ຢ່າງບໍ່ ຢຸດຢັ້ງ ແລະຈະໃຫ້ການສົ່ງເສີມການລົງທຶນ ຂອງ ບັນດາວິສາຫະກິດຫວຽດນາມ ໃນລາວ ໃຫ້ຫຼາຍຂຶ້ນນັບມື້.

ທ່ານບຸນຍັງ ວໍລະຈິດ ປະທານປະເທດ ແລະເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ ໄດ້ຖະແຫລງຢືນຢັນ ໃນໂອກາດເດີນທາງໄປຢ້ຽມຢາມ ສັນຖະວະໄມຕີ ຕາມການ ເຊີນຂອງ ທ່ານຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກຄອມມິວນິສຫວຽດນາມ ແລະ ທ່ານ ເຈີ່ນ ດ້າຍ ກວາງ ປະທານປະເທດຂອງຫວຽດນາມ ເມື່ອວັນທີ 25-27 ເມສາ 2016 ທີ່ ຜ່ານມານີ້ ວ່າ ການພົວພັນພິເສດລະຫວ່າງລາວ-ຫວຽດນາມ ໄດ້ເຮັດໃຫ້ການຮ່ວມມື ຮອບດ້ານ ລະຫວ່າງສອງປະເທດມີບາດກ້າວຂະຫຍາຍຕົວ ຢ່າງມີສະຖຽນລະພາບ ໃນ ທຸກໆດ້ານ ແລະທາງການລາວ ຍັງຈະໃຫ້ການສົ່ງເສີມ ໃຫ້ຂະຫຍາຍຕົວເພີ້ມຂຶ້ນຕໍ່ໄປ ຢ່າງບໍ່ຢຸດຢັ້ງ.

ທ່ານບຸນຍັງ ວໍລະຈິດ ປະທານປະເທດ ແລະເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ ເດີນທາງໄປຢ້ຽມຢາມ ສັນຖະວະໄມຕີ ຕາມການ ເຊີນຂອງ ທ່ານຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກຄອມມິວນິສຫວຽດນາມ ແລະ ທ່ານ ເຈີ່ນ ດ້າຍ ກວາງ ປະທານປະເທດຂອງຫວຽດນາມ ເມື່ອວັນທີ 25-27 ເມສາ 2016.
ທ່ານບຸນຍັງ ວໍລະຈິດ ປະທານປະເທດ ແລະເລຂາທິການໃຫຍ່ ພັກປະຊາຊົນປະຕິວັດ ລາວ ເດີນທາງໄປຢ້ຽມຢາມ ສັນຖະວະໄມຕີ ຕາມການ ເຊີນຂອງ ທ່ານຫງວຽນ ຝູ ຈ້ອງ ເລຂາທິການໃຫຍ່ພັກຄອມມິວນິສຫວຽດນາມ ແລະ ທ່ານ ເຈີ່ນ ດ້າຍ ກວາງ ປະທານປະເທດຂອງຫວຽດນາມ ເມື່ອວັນທີ 25-27 ເມສາ 2016.

ທັງນີ້ ໂດຍອຳນາດການປົກຄອງທຸກລະດັບໃນລາວ ໄດ້ມີການຈັດຕຽມຄວາມພ້ອມ ໃນ ທຸກໆດ້ານ ເພື່ອອຳນວຍຄວາມສະດວກໃຫ້ແກ່ບັນດາວິສາຫະກິດຫວຽດນາມ ທີ່ເຂົ້າມາ ລົງທຶນໃນລາວ ແລະໃນນີ້ ຮວມເຖິງການອຳນວຍຄວາມສະດວກໃຫ້ແກ່ການຄ້າ ແລະ ການລົງທຶນຢູ່ໃນເຂດສາມຫລ່ຽມພັດທະນາ ລະຫວ່າງ ລາວ-ຫວຽດນາມ-ກຳປູເຈຍ ດ້ວຍ.

ໂດຍສະເພາະແມ່ນ ອຳນາດການປົກຄອງແຂວງຈຳປາສັກ ກໍໄດ້ຕຽມພ້ອມ ທັງໃນດ້ານ ການສະໜອງຂໍ້ມູນ ການປຶກສາຫາລື ແລະການຈັດຕັ້ງປະຕິບັດຮ່ວມກັນ ເພື່ອເຮັດໃຫ້ ບັນຍາກາດທາງດ້ານການຄ້າ ການລົງທຶນ ແລະການທ່ອງທ່ຽວ ໃນເຂດສາມຫລ່ຽມ ພັດທະນາ ລະຫວ່າງ 3 ປະເທດ ໃຫ້ເປັນເຂດທີ່ມີການຂະຫຍາຍການ ເຕີບໂຕຢ່າງຕໍ່ ເນື່ອງ ຊຶ່ງເປັນການຕົກລົງໃນໂອກາດ ກອງປະຊຸມລະດັບລັດຖະມົນຕີ ຄັ້ງທີ 10 ຢູ່ແຂວງ ຈຳປາສັກ ເມື່ອທ້າຍປີ 2015 ທີ່ຜ່ານມາ.

ໂດຍເພື່ອເຮັດໃຫ້ການຕົກລົງດັ່ງກ່າວ ໄດ້ຮັບການຈັດຕັ້ງປະຕິບັດ ຢ່າງເປັນຮູບປະທຳ ໃນລະຍະຕໍ່ໄປນີ້ ລັດຖະບານຂອງທັງ 3 ປະເທດ ກໍໄດ້ຕົກລົງໃຫ້ມີການອຳນວຍຄວາມ ສະດວກ ໃຫ້ແກ່ການເດີນທາງໄປມາ ລະຫວ່າງປະຊາຊົນຂອງທັງ 3 ປະເທດ ແລະ ນັກ ທ່ອງທ່ຽວຊາວຕ່າງຊາດ ຮວມເຖິງ ການນຳໃຊ້ລະບົບ ການກວດກາສິນຄ້າແບບປະຕູດຽວ (One Stop Service) ຊຶ່ງໃນປັດຈຸບັນນີ້ ກໍໄດ້ເລີ້ມດຳເນີນການ ປະຕິບັດແລ້ວ ຢູ່ທີ່ ດ່ານລາວບາວ-ບ້ານແດນສະຫວັນ ລະຫວ່າງຫວຽດນາມ ກັບລາວ.

ສຳລັບເປົ້າໝາຍສຳຄັນ ໃນດ້ານການຄ້າ ລະຫວ່າງລາວກັບຫວຽດນາມນັ້ນ ລັດຖະບານ ທັງສອງປະເທດ ກໍໄດ້ເນັ້ນຢ້ຳວ່າ ຈະຕ້ອງເພີ້ມມູນຄ່າການຄ້າ ລະຫວ່າງກັນ ໃຫ້ເຖິງ 2,000 ລ້ານໂດລາ ໃນປີ 2015 ຊຶ່ງກໍປາກົດວ່າ ສາມາດບັນລຸເປົ້າໝາຍ ທີ່ວາງໄວ້ ດັ່ງ ກ່າວໄດ້ ຢ່າງເປັນຮູບປະທຳ ສ່ວນໃນດ້ານການລົງທຶນນັ້ນ ຫວຽດນາມ ກໍໄດ້ເຂົ້າມາລົງ ທຶນໃນ 4 ແຂວງພາກໃຕ້ ຂອງລາວແລ້ວ ໃນ 62 ໂຄງການ ຄິດເປັນມູນຄ່າລວມ ເກີນ ກວ່າ 2,300 ລ້ານໂດລາ ຮວມເຖິງການລົງທຶນກໍ່ສ້າງເຂື່ອນ ແລະຂຸດຄົ້ນແຮ່ທາດດ້ວຍ ດັ່ງທີ່ເຈົ້າໜ້າທີ່ຂັ້ນສູງຂອງລາວ ໄດ້ໃຫ້ການຢືນຢັນວ່າ:

“ນອກຈາກນີ້ ແມ່ນການລົງທຶນເພື່ອສຳຫຼວດຂຸດຄົ້ນແຮ່ທາດຕ່າງໆ ການກໍ່ສ້າງເຂື່ອນ ອັນນີ້ ເປັນໂຄງການທີ່ລັດຖະບານຕົກລົງພາຍໃຕ້ການຄຸ້ມຄອງໂດຍກົງ ຈາກ ລັດຖະ ບານ ມີຫຼາຍໆໂຄງການເຊັ່ນວ່າ ໂຄງການ ເຂື່ອນໄຟຟ້າກຳລັງມໍ່ໆສິແລ້ວ ກໍມີໂຄງການ ເຊຂະໝານ 1 ໂຄງການ, ນ້ຳກົງ 2 ແລະ ພວມຈັດຕັ້ງຜັນຂະຫຍາຍ ໃນປັດຈຸບັນນີ້ ແມ່ນໂຄງການກໍ່ສ້າງເຂື່ອນໄຟຟ້ານ້ຳຕົກເຊປຽນ ແລະເຊນ້ຳນ້ອຍ ສ່ວນດ້ານບໍ່ແຮ່ ສ່ວນຫຼາຍຍັງແມ່ນການສຳຫຼວດຊອກຄົ້ນ ແລ້ວກະພິເສດມີໂຄງການ ຂອງບໍລິສັດ ຮ່ວມມື ລາວກັບຫວຽດນາມ ໃນການສຳຫຼວດຄຳ.”

ເຂດສາມຫລ່ຽມພັດທະນາລາວ-ກຳປູເຈຍ-ຫວຽດນາມ ມີພື້ນທີ່ກວ້າງກວ່າ 144,600 ກິໂລແມັດມົນທົນ ທີ່ກວມເອົາພື້ນທີ່ໃນເຂດ 13 ແຂວງ ປະກອບດ້ວຍແຂວງສາລະວັນ ເຊກອງ ອັດຕະປື ແລະຈຳປາສັກ ຂອງລາວ ແຂວງຊຽງແຕງ ຣັດຕຈະນະຄີຣີ ມົນທົນຄີຣີ ແລະ ກຣະເຈາະ ໃນກຳປູເຈຍ ແຂວງດັກລັກ ຢ່າຫລ່າຍ ກອນຕຸມ ດັກນົງ ແລະບິງເຝືອກ ໃນຫວຽດນາມ ຕາມລຳດັບ.

XS
SM
MD
LG