ປະທານປະເທດລາວຮຽກຮ້ອງ ໃຫ້ມີການຈ້າງແຮງງານລາວ ເຂົ້າໃນການກໍ່ສ້າງທາງ
ລົດໄຟລາວ-ຈີນໃຫ້ຫຼາຍຂຶ້ນ ເພາະບຸກຄະລາກອນສ່ວນຫຼາຍ ໃນໂຄງການ ລ້ວນແຕ່
ເປັນບຸກຄະລາກອນຈີນ ຊຶ່ງຊົງລິດ ໂພນເງິນ ມີລາຍງານຈາກບາງກອກ.
ທ່ານບຸນຍັງ ວໍລະຈິດ ປະທານປະເທດລາວ ໄດ້ສະແດງການຮຽກຮ້ອງ ຂໍໃຫ້ມີການ
ຈ້າງແຮງງານລາວ ເຂົ້າໃນການກໍ່ສ້າງທາງລົດໄຟລາວ-ຈີນ ໃຫ້ຫຼາຍຂຶ້ນ ໃນໂອກາດ
ທີ່ທ່ານໄດ້ກວດຢ້ຽມການກໍ່ສ້າງ ສະຖານີລົດໄຟ ທີ່ນະຄອນຫຼວງວຽງຈັນເມື່ອບໍ່ນານ
ມານີ້ ເນື່ອງຈາກເຫັນວ່າ ການທຸ່ມເທມທັ້ງບຸກຄະລາກອນ ແລະເງິນທຶນ ເຂົ້າໃນການ
ກໍ່ສ້າງທາງລົດໄຟລາວ-ຈີນ ນັບແຕ່ທ້າຍປີ 2016 ເປັນຕົ້ນມາ ໄດ້ນຳໃຊ້ບຸກຄະລາ
ກອນສ່ວນໃຫຍ່ຈາກຈີນ ໃນຂະນະທີ່ໄດ້ມີການວ່າຈ້າງແຮງງານລາວພຽງສ່ວນນ້ອຍ
ຄື 4,500 ກວ່າຄົນເທົ່ານັ້ນຈາກກຳລັງແຮງງານທັງໝົດ ຫຼາຍກວ່າ 3 ໝື່ນຄົນ ດັ່ງທີ່
ທ່ານບຸນຍັງໄດ້ສະແດງການຮຽກຮ້ອງວ່າ:
“ຕໍ່ໄປນີ້ກະຢາກໃຫ້ພະຍາຍາມຕື່ມ ສ້າງວຽກເຮັດງານທຳໃຫ້ຄົນລາວໃຫ້ມັນຫຼາຍ
ຂຶ້ນ ໃຫ້ເຂົາເຈົ້າຮູ້ເຮັດວຽກ ມີວຽກເຮັດງານທຳຫຼາຍຂຶ້ນ ເພາະວ່າຍັງມີຫຼາຍຢູ່ແຮງ
ງານລາວກໍຍັງບໍ່ທັນໄດ້ເຂົ້າຮ່ວມ ຈັ່ງຊັ້ນກະຍາກໃຫ້ມີການເຂົ້າຮ່ວມຫຼາຍຂຶ້ນ ເພາະ
ວ່າຜູ້ຊິສືບຕໍ່ໄປຍາວນານກະແມ່ນລູກຫຼານຄົນລາວນີ້ ຈະໄດ້ສ້າງໃຫ້ເຂົາເຈົ້າຮູ້
ເຮັດວຽກ.”
ທັງນີ້ປະທານປະເທດລາວຖືວ່າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ເປັນສັນຍາລັກ
ທີ່ສະແດງເຖິງການເປັນຮຸ້ນສ່ວນຍຸດທະສາດການພັດທະນາຢ່າງຮອບດ້ານ ລະຫວ່າງ
ລາວກັບຈີນ ພາຍໃຕ້ຂໍ້ລິເລີ້ມໜຶ່ງແລວ-ໜຶ່ງເສັ້ນທາງຂອງ ທ່ານສີ ຈິ້ນຜິງ ປະທານປະ
ເທດຈີນທີ່ໄດ້ເນັ້ນໜັກເຖິງການເປັນຮຸ້ນສ່ວນຍຸດທະສາດ 4 ດີ ລະຫວ່າງລາວກັບຈີນ
ກໍຄືການເປັນບ້ານໃກ້ເຮືອນຄຽງ ທີ່ເປັນມິດທີ່ດີ ເປັນສະຫາຍທີ່ດີ ແລະເປັນຄູ່ຮ່ວມມື
ທີ່ດີ.
ສ່ວນທ່ານໂຈວ ຊ່ຽວເຊຍ ຫົວໜ້າໂຄງການກໍ່ສ້າງທາງລົດໄຟລາວ-ຈີນ ຊ່ວງທີ່ໜຶ່ງຢືນ
ຢັນວ່າ ການກໍ່ສ້າງທາງລົດໄຟລາວຈີນ ໄດ້ຄືບໜ້າໄປແລ້ວ 60 ເປີເຊັນ ຂອງແຜນການ
ທັງໝົດ ໂດຍສະເພາະໃນເດືອນມີນາ 2019 ກໍໄດ້ສຳເລັດການເຈາະ ແລະກໍ່ສ້າງອຸໂມງ
ບໍ່ເຕັນຢູ່ເຂດເມືອງຫຼວງນ້ຳທາ ທີ່ມີໄລຍະທາງຍາວ 6,453.5 ແມັດ ທີ່ເປັນໜຶ່ງໃນ 10
ອຸບໂມງ ກໍມີໄລຍະທາງຍາວກວ່າ 5000 ແມັດຂຶ້ນໄປ ຫາກແຕ່ສຳລັບການເຈາະ ແລະ
ກໍ່ສ້າງອຸບໂມງ ເພື່ອເຊື່ອມຕໍ່ຈາກຈີນ ມາທີ່ດ່ານບໍ່ເຕັນ ທີມີໄລຍະທາງຍາວກວ່າ 9,000
ແມັດນັ້ນ ກໍຕ້ອງໄດ້ໂຈະໄວ້ຊົ່ວຄາວ ເພາະວ່າໄດ້ເຈາະໄປບໍ່ເກືອ ທີ່ມີປະລິມານຫຼາຍ
ສົມຄວນ ຈຶ່ງຕ້ອງໄດ້ມີການສຶກສາວິໄຈຢ່າງລະອຽດ ເພື່ອປ້ອງກັນບໍ່ໃຫ້ມີຜົນກະທົບຕໍ່
ໂຄງການສ້າງອຸບໂມງໃນໄລຍະຍາວນັ້ນເອງ.
ທັງນີ້ໂດຍທາງລົດໄຟລາວ-ຈີນທີ່ເຊື່ອມຕໍ່ຈາກບໍ່ເຕັນໄປຍັງນະຄອນວຽງຈັນ ຈະຕ້ອງ
ຂຸດເຈາະ ແລະກໍ່ສ້າງອຸໂມງຈຳນວນ 75 ອຸບໂມງໃນຕະຫຼອດເສັ້ນທາງລົດໄຟ ທີ່ມີໄລ
ຍະທາງຍາວທັງໝົດ 414 ກິໂລແມັດ ຊຶ່ງຈາກການດຳເນີນງານນັບແຕ່ທ້າຍປີ 2016
ເປັນຕົ້ນມາ ທີ່ມີການນຳໃຊ້ນາຍຊ່າງ ແລະກຳລັງແຮງງານຈາກຈີນຫຼາຍກວ່າ 30,000
ຄົນໃນປັດຈຸບັນນີ້ ກໍເຮັດໃຫ້ສະພາບບໍລິຫານບໍລິສັດລົດໄຟ-ລາວຈີນຈຳກັດ ຊຶ່ງມີທ່ານ
ຈູ ກວົະຈ້ຽງ ເປັນປະທານນັ້ນ ມີຄວາມໝັ້ນໃຈວ່າການກໍ່ສ້າງທາງລົດໄຟລາວ-ຈີນ ຈະ
ແລ້ວເສັດຕາມກຳນົດພາຍໃນທ້າຍປີ 2021 ຢ່າງແນ່ນອນ.
ໂດຍການກໍ່ສ້າງທາງລົດໄຟລາວ-ຈີນ ຈະສົ່ງຜົນກະທົບຕໍ່ປະຊາຊົນລາວຈຳນວນ 4,411
ຄອບຄົວໃນ 13 ເມືອງຂອງແຂວງຫຼວງນ້ຳທາ ອຸດົມໄຊ ຫຼວງພະບາງ ວຽງຈັນ ແລະນະ
ຄອນວຽງຈັນ ໂດຍມີທີ່ດິນທີ່ຖືກກະທົບ 3,832 ເຮັກຕາ ສິ່ງປຸກສ້າງ 3,346 ຫຼັງ ຕົ້ນໄມ້
ຕ່າງໆ ແລະໄມ້ກິນໝາກລວມກັນຫຼາຍ ກວ່າ 9 ແສນຕົ້ນ ໂດຍການຊົດເຊີຍຄ່າທີ່ດິນ
ໃນເຂດແຂວງຫຼວງນ້ຳທາ ອຸດົມໄຊ ແລະຫຼວງພະບາງ ມີຕັ້ງແຕ່ 11,000 ຫາ 80,000
ກີບຕໍ່ຕາລາງແມັດ ສ່ວນທີ່ແຂວງວຽງຈັນ ແລະນະຄອນວຽງຈັນ ທີ່ຊົດເຊີຍລະຫວ່າງ
15,000 ຫາ 137,000 ກີບຕໍ່ຕາລາງແມັດ ໂດຍໃນເດືອນມັງກອນ 2019 ກໍໄດ້ມີການ
ຈ່າຍຄ່າຊົດເຊີຍໃຫ້ປະຊາຊົນ 63 ລາຍ ຢູ່ໃນເຂດບ້ານແຈ້ງສະຫວ່າງ ແລະບ້ານຫ້ວຍ
ນ້ຳເຢັນ ເມືອງນາຊາຍທອງ ນະຄອນວຽງຈັນ ຄິດເປັນມູນຄ່າລວມຫຼາຍກວ່າ 17,277
ລ້ານກີບ ຊຶ່ງກຸ່ມແລກປ່ຽນຂໍ້ມູນດ້ານທີ່ດິນ ລະບຸວ່າ ທີ່ດິນຢູ່ເຂດ ເມືອງນາຊາຍທອງ
ມີຄ່າສະເລ່ຍ 1.3 ລ້ານກີບຕໍ່ຕາລາງແມັດ ແຕ່ໄດ້ຊົດເຊີຍພຽງ 137,000 ກີບຕໍ່ຕາ
ລາງແມັດ.