ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໑໙ ເມສາ ໒໐໒໔

ປ. ໂອບາມາ ອວຍພອນ ໃຫ້ແມ່ທຸກໆຄົນ ເນື່ອງໃນໂອກາດ ວັນແມ່


ປະທານາທິບໍດີ ໂອບາມາ ຖະແຫຼງກ່ຽວກັບເສດຖະກິດ ທີ່ນຳນຽບຂາວ. (ວັນທີ 6 ພຶດສະພາ 2016)
ປະທານາທິບໍດີ ໂອບາມາ ຖະແຫຼງກ່ຽວກັບເສດຖະກິດ ທີ່ນຳນຽບຂາວ. (ວັນທີ 6 ພຶດສະພາ 2016)

ໃນ​ຄຳ​ປາ​ໄສ​ປະຈຳ​ສັບປະດາ ໃນ​ວັນ​ເສົາ​ມື້ນີ້ ປະທານາທິບໍດີ​ບາຣັກ ​ໂອ​ບາ​ມາ ​ໄດ້​ສຳນຶກ​ເຖິງ​ບຸນຄຸນ​ຂອງ​ແມ່​ທຸກໆ​ຄົນ​ເນື່ອງໃນກາດ​ການ​ສະ​ເຫລີ​ມສະຫລອງ​ວັນ​ແມ່​ທີ່​ຈະ ​ມາ​ເຖິງ ໃນ​ມື້ອື່ນນີ້ ຮວມທັງ​ສະຕີໝາຍ​ເລກ​ນຶ່ງ ທ່ານ​ນາງ Michelle Obama.

ປະທານາທິບໍດີ​ໂອ​ບາ​ມາ​ ໄດ້​ກ່າວ​ຢ້ຳວ່າ ພວກ​ເຮົາ​ຄວນ​ໃຫ້ການ​ສະໜັບສະໜຸນຕໍ່​ພໍ່​ແມ່ ທຸກໆ​ຄົນ​ໃນ​ສິ່ງ​ທີ່​ພວກ​ເພິ່ນ​ຕ້ອງການ​ໂດຍ​ສະໜອງວັນພັກ​ທີ່​ມີ​ການ​ຈ່າຍ​ເງິນໃຫ້​ແກ່ແມ່​ແລະ​ພໍ່ ​ເວລາ​ໄດ້​ລູກ​ໃໝ່ ການ​ຈ່າຍ​ເງິນ​ເວລາ​ເຈັບ​ປ່ວຍ ການ​ອຳນວຍ​ຄວາມ​ສະດວກສຳ ລັບ​ພວກ​ຄົນ​ງານ​ທີ່​ຖືພາ ການ​ຮັກສາ​ສຸຂະ​ພາບທີ່​ດີ ການ​ເບິ່ງແຍງລູກ​ເຕົ້າ ການ​ເຮັດ​ວຽກ​ທີ່​ສາມາດ​ປັບ​ປ່ຽນ ການ​ຈ່າຍ​ເງິນ​ເດືອນ ທີ່​ເທົ່າ​ທຽມ​ກັນ ​ແລະ​ຄ່າ​ຈ້າງ​ແຮງ​ງານ​ຕ່ຳ​ສຸດ​ ທີ່​ເໝາະ​ສົມ.

ນອກ​ນັ້ນ ປະທານາທິບໍດີ​ຍັງ​ໄດ້​ກ່າວ​ຢ້ຳ​ເຖິງ​ຄວາມ​ສຳຄັນ​ກ່ຽວ​ກັບ​ບັນຫາ​ຕ່າງໆ. ປະທາ ນາທິບໍດີ​ໄດ້​ຮຽກຮ້ອງ​ໃຫ້​ສະພາ​ສະ​ເຫລີ​ມສະຫລອງ​ວັນ​ແມ່​ແບບ​ມີ​ຄວາມ​ໝາຍໂດຍ​ເອົາ ບາດກ້າວ​ກ່ຽວກັບ​ບັນຫາ​ເຫລົ່ານີ້.

ອ່ານຂ່າວນີ້ຕື່ມເປັນພາສາອັງກິດ

XS
SM
MD
LG