ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ໂລກຕ້ອງພາກັນ ຕຽມປ້ອງກັນ ການລະບາດ ຂອງພະຍາດ ຄື ອີໂບລາ


After UNGA, Obama Issues Second Call for Global Effort on Ebola
please wait

No media source currently available

0:00 0:02:42 0:00

ປະທານາທິບໍດີ Barack Obama ຮຽກຮ້ອງ​ໃຫ້​ມີ​ການ​ຕຽມ
​ພ້​ອມ​ເພີ້ມ​ຂື້ນ ​ເພື່ອ​ຮັບ​ມື​ກັບໄພຂົ່ມຂູ່ທາງຊີວະພາບ ຄືກັນ
ກັບການລະບາດຂອງອີ​ໂບລາທີ່ຮ້າຍແຮງ ຊຶ່ງຍັງສືບຕໍ່​ສ້າງ
ຄວາມຢ້ານ​ກົວ​ແລະຄວາມໝົດຫວັງ ຢູ່ໃນ​ທົ່ວ​ເຂດອາ​ຟຣິ
ກາ​ຕາ ​ເວັນ​ຕົກ.

ປະທານາທິບໍດີ ກ່າວ​ໃນ​ວັນ​ສຸກ​ວານ​ນີ້ ທີ່​ນະຄອນ​ຫລວງ
ວໍ​ຊິງ​ຕັນ ຕໍ່ຄະນະທູດ ພິເສດດ້ານສາທາລະນະສຸກແລະ
ຄວາມໝັ້ນຄົງ ​ຈາກ​ກວ່າ 40 ປະ​ເທດ ​ແລະ​ອົງການ​ຈັດ​ຕັ້ງ
​ຕ່າງໆ ໂດຍໄດ້ຊັກ​ຊວນ ​ໃຫ້ຮັບເອົາຍຸດ​ທະ​ສາດ ທີ່​ທ່ານ
ອະທິ​ບາຍ​ວ່າ ເພື່ອ “ປ້ອງ​ກັນ ກວດຄົ້ນ​ຫາ ​ແລະ​ຕອບຮັບ.”

ໃນວັນ​ສຸກ​ວານ​ນີ້​ເຊັ່ນ​ດຽວ​ກັນ ອົງການ​ອະນາ​ໄມ​ໂລກ ​ໄດ້ນຳອອກ​ເຜີ​ຍ​ແຜ່ຂໍ້ມູນໃໝ່ ທີ່
ສະ​ແດງ​ໃຫ້​ເຫັນ​ວ່າ​ ໂຕເລກຜູ້ເສຍຊີວິດຍ້ອນອີ​ໂບລາຢູ່ໃນເຂດ​ອາຟຣິກາ​ ຕາ​ເວັນ​ຕົກ​
ໄດ້​ກາຍ 3,000 ພັນ​ຄົນແລ້ວ. ຖະ​ແຫລ​ງການ​ຂອງອົງການ​ອະນາ​ໄມ​ໂລກ ກ່າວ​ວ່າໂຕ
​ເລກໃໝ່ນີ້ແມ່ນຮວມ​ທັງຜູ້ເສຍຊີວິດ​ຫລາຍ​ກວ່າ 150 ຄົນ ​ໃນ Liberia ​ພາຍໃນລະຍະ
ສອງມື້ເທົ່າ​ນັ້ນ.

ຖະ​ແຫງການ​ຂອງອົງການ​ອະນາ​ໄມ​ໂລກ ​ຍັງໄດ້​ລະມັດລະວັງ​ຢ້ານວ່າຂໍ້ມູນ​ໃໝ່​ນີ້ ​ອາດ
​ຈະ​ບໍ່ໄດ້​ສະທ້ອນ​ໃຫ້ເຫັນຢ່າງ​ເຕັມທີ່ກ່ຽວກັບຂອບເຂດຂອງການ​ລະບາດ ຊຶ່ງ​ເປັນ​ທີ່​ເຊື່ອກັນ​ວ່າ​ ໄດ້ຕິດ​ແປດ​ ຢ່າງໜ້ອຍ 6,500 ຄົນແລ້ວ. ຖະແຫຼງການ ຍັງໄດ້ກ່າວເຖິງ
ບັນດາ​ຜູ້​ເຄາະ​ຮ້າຍ​ອາດ​ຈະ​ຢ້ານໃນການ​ເຂົ້າ​ໂຮງ​ໝໍ ຫລື​ວ່າຖືກ ​ປະຕິເສດ ຍ້ອນ​ວ່າມີ​
ຄົນ​ປ່ວຍຢູ່​ຢ່າງ​ລົ້ນ​ເຫລືອ.

XS
SM
MD
LG