ປະທານາທິບໍດີ ສະຫະລັດ ທ່ານ ບາຣັກ ໂອບາມາ ໄດ້ປະຕິເສດຄຳເຢາະເຢີ້ຍຈາກ ອິຣ່ານ ແລະ ຄຳຕຳໜິທາງດ້ານການເມືອງໃນ ສະຫະລັດ ກ່ຽວກັບຂໍ້ຕົກລົງເພື່ອຍັບຢັ້ງໂຄງການນິວເຄລຍຂອງ ນະຄອນຫຼວງ ເທເຮຣ່ານ.
ໃນການສຳພາດອອກອາກາດທາງໂທລະພາບ CNN ວັນອາທິດວານນີ້, ທ່ານ ໂອບາມາ ໄດ້ປະຕິເສດຄວາມສຳຄັນຂອງຂໍ້ຄວາມໃນສື່ສັງຄົມ Twitter ຈາກຜູ້ນຳສູງສຸດຂອງ ອິຣ່ານ ທ່ານ Ayatola Ali Khamenei, ສະແດງໃຫ້ເຫັນພາບເງົາຂອງຜູ້ນຳ ອາເມຣິກາ ພ້ອມດ້ວຍປືນທີ່ແນໃສ່ຫົວຂອງທ່ານ.
ທ່ານ ປະທານາທິບໍດີ ກ່າວວ່າ “ຂ້າພະເຈົ້າຄິດວ່າທ່ານ Khameneiໄດ້ຂຽນຂໍ້ຄວາມ ນັ້ນ “ຕາມການຕອບຕໍ່ຄຳຖະແຫຼງຂອງຂ້າພະເຈົ້າທີ່ເປັນຄວາມຈິງ, ເຊິ່ງແມ່ນ ຖ້າເຮົາຈະປະເຊີນໜ້າກັບສະຖານະການທີ່ເຮົາບໍ່ສາມາດແກ້ໄຂບັນຫານີ້ໄດ້ຢ່າງຮອບຄອບ, ສະຫະລັດ ສາມາດຕັດໂຄງລ່າງພື້ນຖານສ່ວນຫຼາຍຂອງທະຫານ ອິຣ່ານ ອອກໄດ້ໂດຍກຳລັງທາງທະຫານ. ຂ້າພະເຈົ້າບໍ່ຄິດວ່າມັນຈະເປັນບັນຫາ.”
ທ່ານ ໂອບາມາ ຍັງໄດ້ກ່າວຕໍ່ນັກຂ່າວໂທລະພາບ CNN Fareed Zakaria ວ່າ ທ່ານຄິດວ່າມັນເປັນໄປໄດ້ວ່າ ຂໍ້ຕົກລົງນິວເຄລຍກັບ ເທເຮຣານ ໃນທີ່ສຸດອາດຈະນຳໄປສູ່ການຮ່ວມມືສອງຝ່າຍ ແນໃສ່ການຊອກຫາຂໍ້ແກ້ໄຂສົງຄາມກາງເມືອງທີ່ດຳເນີນມາເປັນເວລາດົນນານຂອງ ຊີເຣຍ. ທ່ານ ກ່າວວ່າ “ຂ້າພະເຈົ້າຄິດວ່າມັນມີຄວາມເປັນໄປໄດ້” ຂໍ້ຕົກລົງໃດໆທີ່ຈະບໍ່ເປັນອັນຕະລາຍຕໍ່ ຊີເຣຍ ແລະ ລະງັບການເຕີບໂຕຂອງພວກກໍ່ການຮ້າຍ ອິສລາມ ຢູ່ໃນພາກພື້ນດັ່ງກ່າວ.
“ແຕ່ຂ້າພະເຈົ້າບໍ່ຄິດວ່າ ມັນຈະເກີດຂຶ້ນຢ່າງກະທັນຫັນ,” ທ່ານກ່າວໃນການສຳພາດ, ເຊິ່ງໄດ້ດຳເນີນຂຶ້ນໃນວັນພະຫັດທີ່ຜ່ານມາ, ຫຼາຍຊົ່ວໂມງຫຼັງຈາກວຸດທິສະພາຄົນສຳຄັນຂອງພັກ ເດໂມແຄຣັດ ທ່ານ Chuck Schumer ໄດ້ກ່າວວ່າທ່ານຈະຄັດຄ້ານຂໍ້ຕົກລົງດັ່ງກ່າວໃນການເລືອກຕັ້ງວຸດທິສະພາທີ່ໃກ້ຈະມາເຖິງ.