ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການສູ້ລົບກັນຢ່າງໜັກ ເກີດຂຶ້ນ ຢູ່ອ້ອມ​ແອ້ມໂຮງໝໍ ທາງພາກເໜືອຂອງເຂດກາຊາ ທ່າມກາງຄວາມຂັດແຍ່ງລະຫວ່າງອິສຣາແອລ ແລະ ກຸ່ມຫົວຮຸນແຮງຮາມາສ


ທະຫານອິສຣາແອລ ຍົກຍ້າຍຊາວປາແລັສໄຕນ໌ ທີ່ຖືກຄວບຄຸມໂຕ ອອກຈາກເຂດກາຊາ ໃນວັນທີ 20 ພະຈິກ 2023.
ທະຫານອິສຣາແອລ ຍົກຍ້າຍຊາວປາແລັສໄຕນ໌ ທີ່ຖືກຄວບຄຸມໂຕ ອອກຈາກເຂດກາຊາ ໃນວັນທີ 20 ພະຈິກ 2023.

ການສູ້ລົບກັນ​ຢ່າງໜັກ ​ໄດ້​ເກີດ​ຂຶ້ນ​ໃນ​ວັນ​ຈັນ​ວານ​ນີ້ ຢູ່​ອ້ອມ​ໂຮງ​ໝໍ​ແຫ່ງ​ນຶ່ງ​ ທາງ​ພາກ​ເໜືອ​ຂອງ​ເຂດ​ກາຊາ ໃນ​ຂະ​ນະ​ທີ່​ອິ​ສຣາ​ແອລ ໄດ້​ກົດ​ດັນກຸ່ມຫົວ​ຮຸນ​ແຮງຮາມາສດ້ວຍ​ການ​ໂຈມ​ຕີ​.

ກະຊວງ​ສາທາລະນະ​ສຸກ​ທີ່ບໍລິຫານໂດຍກຸ່ມຮາມາສ ​ໃນ​ເຂດກາຊາ ກ່າວ​ວ່າ ມີ​ຢ່າງ​ໜ້ອຍ 12 ຄົນ​ເສຍ​ຊີວິດ ​ໃນ​ເວລາທີ່​ລູກ​ປືນ ຍິງ​ໄປໃສ່​ຊັ້ນ​ສອງ​ຂອງ​ໂຮງໝໍ​ອິນ​ໂດ​ເນ​ເຊຍ.

ກອງທັບ​ອິສຣາ​ແອ​ລ ກ່າວ​ວ່າ ກອງທະຫານທີ່​ຢູ່​ດ້ານນອກ​ຂອງໂຮງ​ໝໍ​ ໄດ້​ຍິງ​ຕອບ​ໂຕ້​ຄືນ​ໃສ່​ພວກ​ນັກ​ລົບທີ່​ຢູ່​ພາຍໃນ​ສະຖານ​ທີ່​ດັ່ງກ່າວ ​ແຕ່​ກ່າວ​ຕື່ມ​ວ່າ ບໍ່​ມີ​ການ​ຍິງ​ປືນ​ໃສ່​ໂຮງໝໍ.

ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດອິນ​ໂດ​ເນ​ເຊຍ ທ່ານນາງເຣດໂນ ມາຊູດີ (Retno Marsudi) ໄດ້​ປະ​ນາມ​ການ​ໂຈມ​ຕີ​ດັ່ງ​ກ່າວ ແລະ ໄດ້ຕຳ​ໜິ​ອິ​ສ​ຣາແອລ.

“ອິນໂດເນເຊຍ ປະນາມຢ່າງຍິ່ງຕໍ່ການໂຈມຕີຂອງ ອິສຣາແອລ ຕໍ່ໂຮງໝໍ ອິນໂດເນເຊຍ ຢູ່ເຂດກາຊາ ທີ່ໄດ້ສັງຫານພົນລະເຮືອນຈຳນວນໜຶ່ງ,” ທ່ານນາງໄດ້ກ່າວໃນຖະແຫຼງການສະບັບໜຶ່ງ. “ການໂຈມຕີດັ່ງກ່າວ ຖືເປັນການລະເມີດກົດໝາຍມະນຸດສະທຳສາກົນຢ່າງຈະແຈ້ງ. ທຸກປະເທດ, ໂດຍສະເພາະປະເທດທີ່ມີຄວາມສຳພັນທີ່ໃກ້ຊິດກັບອິສຣາແອລ ຕ້ອງ​ໃຊ້​ອິດ​ທິພົນ ​ແລະ ຄວາມ​ສາມາດທັງໝົດ​ຂອງ​ຕົນ​, ​ເພື່ອ​ຮຽກຮ້ອງ​ໃຫ້​ອິສຣາ​ແອລ ຢຸດ​ຕິ​ຄວາມ​ໂຫດຮ້າຍ​ຂອງ​ພວກເຂົາ.”

ຄົນເຈັບປະມານ 600 ຄົນ, ພະນັກງານປິ່ນປົວສຸຂະພາບ 200 ຄົນ ແລະຜູ້ອົບພະຍົບ 2,000 ຄົນຈາກໂຮງໝໍອິນໂດເນເຊຍ ປະຈຸບັນກຳລັງພັກເຊົາຢູ່ພາກໃຕ້ຂອງເຂດກາຊາ, ໂຄສົກກະຊວງສາທາລະນະສຸກທ່ານ ອັຊຣາຟ ອັລ-ຄິດຣາ (Ashraf al-Qidra) ກ່າວ. "ການເຂົ້າຍຶດເອົາ (ຂອງອິສຣາແອລ) ມີຈຸດປະສົງທີ່ຈະໃຫ້ຍົກຍ້າຍອອກຈາກໂຮງໝໍດັ່ງກ່າວ, ຄືກັບທີ່ມັນໄດ້ເກີດຂຶ້ນຢູ່ໃນໂຮງໝໍຊີຟາ," ໃນເມືອງ ກາຊາ, ທ່ານນາງກ່າວ.

ການບັນເທົາທຸກສໍາລັບລະບົບການປິ່ນປົວສຸຂະພາບ ທີ່ຫຼົ້ມສະຫຼາຍລົງ ຂອງ ເຂດກາຊາ ໄດ້ໄປຮອດໃນວັນຈັນ. ລົດບັນທຸກຫຼາຍສິບຄັນໄດ້ເຂົ້າໄປໃນເຂດດັ່ງກ່າວ ຈາກອີຈິບ ພ້ອມກັບອຸປະກອນຈາກຈໍແດນ ເພື່ອຈັດຕັ້ງໂຮງຫມໍພາກສະຫນາມ. ສື່​ມວນ​ຊົນ​ຂອງທາງ​ການ​ຈໍ​ແດນ​ກ່າວ​ວ່າ ສະຖານ​ທີ່​ໃໝ່​ໃນ​ເມືອງຄານ ຢູນິສ (Khan Younis) ທາງ​ພາກ​ໃຕ້​ ​ຈະ​ເປີດ​ໃຫ້ບໍລິການໄດ້ ​ພາຍ​ໃນ 48 ຊົ່ວ​ໂມງ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG