ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເດັກທາຣົກທີ່ເກີດກ່ອນກໍານົດ ສາມາດລ້ຽງໃຫ້ໃຫຍ່ໄດ້ ດ້ວຍວິທີງ່າຍໆ (ເບິ່ງວີດີໂອ)


ມີເດັກທາຣົກຫລາຍກວ່ານຶ່ງລ້ານຄົນ ເສຍຊີວິດໃນແຕ່ລະປີ. ແຕ່ພວກນັກຊ່ຽວຊານກ່າວ ວ່າ 75% ຂອງເດັກເຫລົ່ານີ້ ສາມາດມີຊີວິດຍືນຢູ່ໄດ້ ຖ້າຫາກພວກເຂົາ ແລະແມ່ພວກເຂົາໄດ້ຮັບ ການດູແລສຸຂະພາບຢ່າ​ງຖືກຕ້ອງ. ນາງແຄຣອລ ເພຍສັນ ຜູ້ສື່ຂ່າວວີໂອເອ ມີ​ລາຍງານ​ກ່ຽວ ກັບ​ການເລີ້ມຕົ້ນຂອງຂະບວນການດ້ານສຸຂະພາບຂອງໂລກ ​ເພື່ອ​ປັບປຸງ​ອັດຕາ​ການ​ຢູ່​ ລອດ​ຂອງ​ເດັກ ຊຶ່ງບົວສະຫວັນຈະນໍາມາ ສະເໜີທ່ານ.

ເບິ່ງວິໂດຂ່າວເປັນພາສາອັງກິດ

ທ້າວນ້ອຍເຮັນຣີ (Henry) ຊຶ່ງເປັນເດັກທາຣົກ ທີ່ງາມໜ້າຮັກ ແມ່ນຢູ່ໃນທ້ອງຂອງແມ່ລາວ
​ໄດ້ພຽງ 26 ອາທິດ​ເທົ່າ​ນັ້ນ ຊຶ່ງເປັນໄລຍະທີ່ສັ້ນກວ່າການຖືພາທໍາມະດາ 40 ອາທິດນັ້ນ
ຫລາຍ. ທ້າວເຮັນຣີໄດ້ອອກມາສູ່ໂລກພາຍນອກ ໂດຍທີ່ມີນໍ້າໜັກບໍ່ຮອດ 1,000 ກຣາມ
ແລະເກີດຢູ່ທີ່ໂຮງໝໍ ທີ່ກຽມໄວ້ສໍາລັບ​ດູ​ແລລາວ. ພໍ່ແມ່ຂອງ​ທ້າວ​ນ້ອຍ​ເຮັນຣີ ນາງຊາຣາ
(Sara) ແລະທ້າວພອລ ຣາກ (Paul Raak) ພັນລະນາເຖິງປະສົບການອັນນີ້ວ່າ "ເປັນໜ້າ
ຢ້ານກົວ." ​ແລະນາງ ຊາຣາ ຍອມຮັບວ່າ, ຖ້າຫາກບໍ່ໄດ້ຮັບ ການຊ່ວຍເຫລືອ ກໍຈະບໍ່ໄດ້ຮັບ
ຜົນດີແບບນີ້. ນາງເວົ້າວ່າ:

"ລາວຈະບໍ່ມີຊີວິດຢູ່ລອດໄດ້ ຢ່າງບໍ່ຕ້ອງສົງໃສເລີຍ. ລາວຈະບໍ່ລອດແທ້ໆ ເພາະວ່າ
ມີຫລາຍສິ່ງ ຫລາຍຢ່າງ​ໃນໂຕ​ຂອງ​ລາວ ທີ່ບໍ່ມີ​ການພັດທະນາຫລື​ວ່າ​ເຕີບ​ໃຫຍ່​ເລີຍ
ໃນຕອນທີ່ລາວເກີດມາ, ໂດຍສະເພາະແລ້ວກໍແມ່ນປອດ."

ກ່ອນເກີດມາ, ທ້າວເຮັນຣີໄດ້ຮັບຢາສະເຕີຣອຍ (steroids) ເພື່ອຊ່ວຍພັດທະນາປອດ
ຂອງລາວ. ຫລັງຈາກເກີດມາ ກໍໃຊ້ໝາກປິ່ນພັດເພື່ອຊ່ວຍໃຫ້ລາວຫາຍໃຈ.

ອີງຕາມບົດລາຍງານ​ໃໝ່ ທີ່ເອີ້ນວ່າ “Born Too Soon" ຫລື "ເກີດໄວໂພດ” ທ້າວ
ນ້ອຍເຮັນຣີ ແມ່ນ 1 ໃນ 15 ລ້ານຄົນ ທີ່ເກີດກ່ອນກໍານົດໃນປີ 2010.

ກາໝາຍຂອງອົງການ March of Dimes
ກາໝາຍຂອງອົງການ March of Dimes

ພວກນັກຊ່ຽວຊານຈາກອົງການສະຫະປະຊາຊາດ,
ມະຫາວິທະຍາໄລ ແລະອົງການຕ່າງໆ ເຊັ່ນ March
of Dimes
ແລະອົງການຊ່ວຍເຫລືອເດັກ (Save
the Children) ໄດ້ປະກອບສ່ວນ​ເຂົ້າໃນການ​ເຮັດລາຍ
ງານສະບັບ​ນີ້ ຊຶ່ງ​ໃຫ້ລາຍລະອຽດ​ກ່ຽວ​ກັບ ສິ່ງທີ່ເຂົາເຈົ້າ
ຮູ້ກ່ຽວກັບການເກີດກ່ອນກໍານົດ, ສາເຫດຂອງມັນ, ແລະ
ປະເພດການປິ່ນປົວທີ່ເດັກທາຣົກ​ເຫລົ່າ​ນີ້ຕ້ອງການ. ດຣ. ຈອຍ ລອນ (Joy Lawn) ຊຶ່ງ
ເປັນຜູ້ຮ່ວມຂຽນລາຍ​ງານຜູ້ນຶ່ງອະທິບາຍວ່າ:

“ຂ່າວທີ່ອອກມາຈາກບົດລາຍງານນີ້ກໍຄືວ່າ ນີ້ແມ່ນເປັນຄັ້ງທໍາອິດທີ່ພວກເຮົາຮູ້ວ່າ ມີເດັກທາຣົກຫລາຍປານໃດຢູ່ ໃນໂລກນີ້ ທີ່ເກີດກ່ອນກໍານົດ.”

ທ່ານ ຄຣິສຕົບເຟີ ຮາວຊັນ (Christopher Howson) ຊຶ່ງເປັນຜູ້ຮ່ວມຂຽນບົດ​ລາຍ​ງານອີກ
ຜູ້ນຶ່ງກ່າວວ່າ ນອກ​ນີ້ ບົດລາຍງານຍັງສະແດງໃຫ້ເຫັນວ່າ ເດັກທີ່ເກີດກ່ອນກໍານົດ ແມ່ນ
ກວມເອົາເກືອບ​ເຄິ່ງນຶ່ງ ຂອງ​ຈໍານວນເດັກເກີດໃໝ່ ທີ່ເສຍຊີວິດຢູ່ທົ່ວໂລກ ແລະສະ​ແດງ​ໃຫ້
​ເຫັນ​ເຖິງຄວາມແຕກ​ໂຕນ ທີ່ໄກກັນຫລາຍ ໃນລະດັບການມີຊີວິດລອດໄດ້ຂອງເດັກ ຢູ່ໃນ
ປະເທດຮັ່ງມີຫລືພັດທະນາແລ້ວ ແລະປະເທດທີ່ທຸກຍາກ. ທ່ານ ຮາວຊັນ ຍັງອະທິບາຍອີກວ່າ:

“ຖ້າຫາກເຮົາເບິ່ງເດັກທາຣົກທີ່ຢູູ່ໃນທ້ອງແມ່ໄດ້ໜ້ອຍກວ່າ 28 ອາທິດ ຍົກຕົວຢ່າງ ຢູ່ເຂດໃຕ້ທະເລຊາຍຊາຮາຣາ ໃນອາຟຣິກາ ໂອກາດທີ່ພວກເຂົາຈະເສຍຊີວິດພາຍໃນ
ສອງສາມມື້ ຫລັງຈາກເກີດ ມານັ້ນ ແມ່ນສູງເຖິງ 90%. ​ແຕ່​ວ່າໃນ​ທາງ​ກົງກັນຂ້າມ ຖ້າຫາກເຮົາເບິ່ງເດັກທາຣົກທີ່ຢູ່ໃນທ້ອງແມ່ໄດ້ໜ້ອຍກວ່າ 28 ອາທິດ ທີ່​ເກີດ​ຢູ່​ໃນ
​ປະ​ເທດ​ຮັ່ງມີນັ້ນ ໂອກາດທີ່ພວກເຂົາຈະມີຊີວິດລອດໄດ້ ​ແມ່ນສູງເຖິງ 90%.”

ໂຕຈິງໂຈ້ ຫລື kangaroo ທີ່ຫອບລູກໄວ້ໃນພົກໃກ້ເອິກ ຂອງຕົນ
ໂຕຈິງໂຈ້ ຫລື kangaroo ທີ່ຫອບລູກໄວ້ໃນພົກໃກ້ເອິກ ຂອງຕົນ

ເດັກທາຣົກນ້ອຍເຫລົ່ານີ້ຫລາຍໆຄົນ ອາດສາມາດ
ມີຊີວິດຢູ່ລອດໄດ້ ໂດຍໃຊ້ວິທີການທີ່ບໍ່ແພງ. ການ
ປະຕິບັດທີ່ມີປະສິດທິຜົນທີ່ສຸດອັນນຶ່ງ ກໍຄື​ໃຫ້ດູ​ແລ
​ເດັກ​ທາຣົກ ແບບທີ່​ເອີ້ນ​ກັນ​ວ່າ "kangaroo care,"
ຫລື “ການດູ​ແລແບບໂຕຈິງໂຈ້” ຊຶ່ງກອດ​ຫລື​ອຸ້ມເດັກ
ທາຣົກແນບໄວ້ກັບເອິກຂອງແມ່ ຊຶ່ງເດັກນ້ອຍຈະ​ໄດ້​
ຮັບ​ຄວາມອຸ່ນຢູ່ຕະຫລອດ​ເວລາ ​ແລະຈະ​ຮູ້ສຶກ​ມີ​ຄວາມ
​ຫິວຢາກ​ຈະກິນ​ນົມ​ແມ່​ຢູ່​ເລື້ອຍໆ ​ແລະ​ນັ້ນ​ກໍ​ແມ່ນ​ຈະ
​ສົ່ງ​ຜົນ​ໃຫ້​ເດັກ​ຈະ​ເລີ​ນ​ເຕີບ​ໂຕ​ຂຶ້ນ.

ບົດລາຍງານຂ່າວ "ເກີດໄວໂພດ” ຍັງສະແດງໃຫ້ເຫັນວ່າ ຈໍານວນເດັກທີ່ເກີດກ່ອນກໍານົດ ກໍາລັງມີທ່າອ່ຽງເພີ້ມຂຶ້ນ ບໍ່ມີ​ໃຜ​ຮູ້​ວ່າ​ເປັນ​ຫຍັງ ​ແຕ່​ວ່າເປົ້າໝາຍຂອງ​ບົດລາຍ​ງານ ​ແມ່ນ​ຢາກ​ຊຸກຍູ້​ໃຫ້​ລັດຖະບານ​ປະ​ເທດ​ຕ່າງທ ​ແລະ​ພວກ​ນັກຄົ້ນຄວ້າ ຊອກ​ຫາ​ວິທີ​ທາງ​ທີ່​ຈະ​ຫລຸດຜ່ອນ ຈໍານວນ​ເດັກ​ເກີດ​ກ່ອນ​ກໍານົດ​ນັ້ນ ​ແລະສະໜອງການ​ຊ່ວຍ​ເຫລື​ອທີ່​ເປັນ​ໄປ​ໄດ້ ​ໃຫ້ແກ່​ເດັກ​ທີ່​ເກີດ​ກ່ອນ​ກໍານົດ ດັ່ງທີ່ທ້າວ ​ເຮັນຣີ ຣາກ​ ໄດ້​ຮັບ ​ເພື່ອ​ໃຫ້ມີ​ຊີວິດ​ເຕີບ​ໃຫຍ່​ຂຶ້ນແບບ​ປົກກະຕິ​ ​ແລະ​ມີ​ສຸຂະພາບ​ສົມບູນໄດ້. ​


XS
SM
MD
LG