ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ການເດີນທາງ ກ່ອນມື້ວັນພັກແຫ່ງຊາດ ສ້າງສະຖິຕິໃໝ່ ສຳລັບພວກຄົນ ທີ່ໄດ້ຖືກກວດ ຢູ່ສະໜາມບິນຕ່າງໆ ໃນສະຫະລັດ


ບັນດາຜູ້ເດີນທາງ ລຽນແຖວຢູ່ສະໜາມບິນສາກົດ Hartsfield-Jackson ຂອງນະຄອນແອັດແລນຕາ ເພື່ອຜ່ານການກວດສອບ ໂດຍກົມ ahead of Memorial Day, May 24, 2024, in Atlanta.
ບັນດາຜູ້ເດີນທາງ ລຽນແຖວຢູ່ສະໜາມບິນສາກົດ Hartsfield-Jackson ຂອງນະຄອນແອັດແລນຕາ ເພື່ອຜ່ານການກວດສອບ ໂດຍກົມ ahead of Memorial Day, May 24, 2024, in Atlanta.

ສະຖິຕິໄດ້​ຖືກ​ທຳ​ລາຍ ກ່ອນວັນ​ລະ​ນຶກ​ເຖິງ​ທະ​ຫານ​ຜ່ານ​ເສິກ ຫຼື Memorial Day ສຳ​ລັບ​ຈຳ​ນວນ​ຜູ້​ເດີນ​ທາງ​ດ້ວຍ​ສາຍ​ການ​ບິນ​ທີ່​ຖືກກວດ​ກາ​ຢູ່ ສະ​ໜາມ​ບິນ ສະ​ຫະ​ລັດ, ອີງຕາມລາຍງານຂອງອົງການຂ່າວເອພີ.

ກົມຮັກສາຄວາມໝັ້ນຄົງດ້ານການຂົນສົ່ງ ຫຼື TSA ໄດ້ກ່າວໃນວັນເສົາຜ່ານມາ ນີ້ວ່າ ບັນດາຜູ້ເດີນທາງຫຼາຍກວ່າ 2 ລ້ານ 9 ແສນຄົນ ໄດ້ຖືກກວດຢູ່ທີ່ສະ ໜາມບິນແຫ່ງຕ່າງໆໃນວັນສຸກທີ່​ຜ່ານ​ມາ, ກາຍສະຖິຕິກ່ອນໜ້ານີ້ ທີ່ໄດ້ຖືກບັນທຶກໄວ້ເມື່ອປີທີ່​ຜ່ານ​ມາ ໃນວັນອາທິດຫຼັງຈາກວັນຂອບຄຸນພະເຈົ້າ ຫຼື Thanksgiving.

ຢູ່ໃນນະຄອນແອັດແລນຕາ ລັດຈໍເຈຍ ເຊິ່ງເປັນສະໜາມບິນທີ່ມີຜູ້ເດີນທາງໃຊ້ ຜ່ານຫຼາຍທີ່ສຸດໃນໂລກ ກໍໄດ້ມີມື້ທີ່ມີຜູ້ໂດຍສານຫຼາຍທີ່ສຸດເທົ່າທີ່ເຄີຍມີມາ.

ສະໜາມບິນສາກົນ Hartsfield-Jackson ຂອງນະຄອນແອັດແລນຕາ ໄດ້ທຳ ລາຍສະຖິຕິທີ່ໄດ້ຖືກບັນທຶກໄວ້ນັ້ນໃນວັນພະຫັດກ່ອນ ເມື່ອມີຜູ້ໂດຍສານຈຳ ນວນ 111,000 ຄົນລວມທັງລູກເຮືອຂອງສາຍການບິນ ແລະບັນດາພະນັກ ງານຂອງສະໜາມບິນ ໄດ້ຖືກກວດຢູ່ສະຖານທີ່ກວດຄົນແຫ່ງຕ່າງໆ.

ມື້ວັນສຸກຕໍ່ມາ ກໍເປັນມື້ທີ່ມີຜູ້ຄົນມາໃຊ້ສະໜາມບິນແຫ່ງດັ່ງກ່າວຫຼາຍທີ່ສຸດເປັນ ອັນດັບສອງມີ ຈຳນວນ 109,960 ຄົນ ໄດ້ຖືກກວດຜ່ານເຂົ້າສະໜາມບິນ.

A record was broken ahead of the Memorial Day weekend for the number of airline travelers screened at U.S. airports.

The Transportation Security Administration said Saturday that more than 2.9 million travelers were screened at U.S. airports on Friday, surpassing a previous record set last year on the Sunday after Thanksgiving.

In Atlanta, the world's busiest airport had its busiest day ever. Hartsfield-Jackson Atlanta International Airport broke a traffic record on Thursday when 111,000 passengers, airlines crew and airport employees were screened at security checkpoints.

The second busiest day followed on Friday when 109,960 people were screened.

Travelers move through Hartsfield-Jackson Atlanta International Airport ahead of Memorial Day, May 24, 2024, in Atlanta.
Travelers move through Hartsfield-Jackson Atlanta International Airport ahead of Memorial Day, May 24, 2024, in Atlanta.

ຟໍຣັມສະແດງຄວາມຄິດເຫັນ

XS
SM
MD
LG