ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໔ ມັງກອນ ໒໐໒໕

ການກວດ​ພະ​ຍາດ ​ແບບ​ໃໝ່ ເຮັດ​ໃຫ້​ກວດ​ພົບ​ ອາ​ການຜິດ​ປົກ​ກະ​ຕິ ຂອງ​ແມ່​ຍິງ ​ຖື​ພາໄດ້​ຢ່າງວ່ອງ​ໄວ


New Test Can Identify Dangerous Condition in Pregnancy
please wait

No media source currently available

0:00 0:02:16 0:00

ການກວດ​ພະ​ຍາດ​ແບບ​ໃໝ່ ສາ​ມາດເຮັດ​ໃຫ້​ກວດ​ພົບ​ອາ​ການ​​ທີ່​ແມ່​ຍິງ​ມັກ​ເປັນ ​ແລະມີ​ອັນ​ຕະ​ລາຍ ໃນ​ເວ​ລາ​ຖື​ພານັ້ນ ໄດ້​ຢ່າງວ່ອງ​ໄວ

ການກວດ​ພະ​ຍາດ​ແບບ​ໃໝ່ສາ​ມາດເຮັດ​ໃຫ້​ກວດ​ພົບ​ອາ​ການທີ່​ແມ່​ຍິງ​ມັກ​ເປັນ ​ແລະມີ​ອັນ​ຕະ​ລາຍໃນ​ເວ​ລາ​ຖື​ພານັ້ນ ໄດ້​ຢ່າງວ່ອງ​ໄວ ແລະ​ຊ່ວຍ​ເຮັດ​ໃຫ້​ແມ່ ແລະ​ທາ​ຣົກ​ນ້ອຍ​ ມີ​ສຸ​ຂະ​ພາບ​ແຂງ​ແຮງດີ ແລະ​ປອດ​ໄພ​ໄດ້. Carol Pearson ມີ​ລາຍ​ງານ ດັ່ງ​ບົວ​ສະ​ຫວັນ
ຈະນຳເອົາລາຍລະອຽດມາສະເໜີທ່ານໃນ​ອັນ​ດັບ​ຕໍ່​ໄປ.

“ຢາກ​ອອກ​ໄປ​ຂ້າງນອກບໍ.”

ໃນ​ຕອນ​ທີ່​ນາງ ແຈັ​ສ​ຊີ ພ​ຣີ​ຊິນ​ສະ​ກີ (Jessi Prizinsky) ຖື​ພາລູກ​ຜູ້​ທຳ​ອິດ​ຂອງ​ລາວນັ້ນ ຕີນ​ຂອງ​ລາວບວມ​ຂຶ້ນ. ນາງ​ເວົ້າ​ວ່າ:

“ເອີ, ເຈົ້າ​ໄດ້​ຍິນ​ທຸກ​ຄົນ​ບອກ​ເຈົ້າ, ເຈົ້າ​ຮູ້ບໍ່, ຂໍ່​ຂາ​ບວ​ມ​ຂຶ້ນ ແລະ​ໃຫ້​ນັ່ງເອົາ​ຕີນ​ຂອງ​ເຈົ້າ​ຢອງ​ໄວ້​ບ່ອນ​ສູງ ແລະ​ສິ່ງ​ທັງ​ຫລາຍ​ທັງ​ປວງນັ້ນ. ອັນ​ນັ້ນ ເປັນ​ສິ່ງ​ທີ່​ຂ້ອຍ​ຄິດ​ວ່າ ‘ໂອ​ເຄ’ ຂ້ອຍ​ເຮັດ. ແລະຈາກນັ້ນ ມັນ​ກໍ​ເລີ້ມ​ເປັນ, ເບິ່ງ​ຄ້າຍ​ກັບ​ວ່າ ມັນ​ເປັນ​ຢູ່​ແຂນ ແລະ​ມື​ຂອງ​ຂ້ອຍ​ຄື​ກັນ.”

ອາ​ການບວມ ຍັງສາ​ມາດເປັນ​ສັນ​ຍານ​ເຕືອນໃຫ້​ຮູ້​ວ່າ ມີ​ອາ​ການ​ຜິດ​ປົກ​ກະ​ຕິ​ໃນ​ເວ​ລາ​ຖື​ພາ​ອີກ​ດ້ວຍ.

ອາ​ການ​ຜິດ​ປົກ​ກະ​ຕິ​ໃນ​ເວ​ລາ​ຖື​ພາ ເປັນ​ການ​ຖື​ພາ​ທີ່​ມີ​ອາ​ການ​ສັບ​ສົນ. ມັນເຮັດ​ໃຫ້​ສຸ​ຂະ​ພາບ​ຂອງ​ທັງ​ແມ່ ແລະ​ທາ​ຣົກຕົກ ​ຢູ່​ໃນ​ສະ​ພາບ​ທີ່ສ່ຽງ​ໄພ​.

ມັນເຮັດ​ໃຫ້​ຄວາມ​ດັນ​ເລືອດ​ຂອງ​ແມ່ສູງ​ຂຶ້ນ ແລະ ມີ​ຜົນ​ກະ​ທົບຕໍ່​ການ​ໄຫລ​ວຽນ​ຂອງ​ເລືອດ​ ໄປ​ຫາສາຍ​ແຮ່​ຂອງ​ລູກ. ອາ​ການນີ້​ ສາ​ມາດ​ພາ​ໃຫ້​ເດັກ​ທາ​ຣົກໂຕ​ນ້ອຍ​ລົງ ຫລືບໍ່​ ກໍ​ເກີດ​ກ່ອນ​ກຳ​ນົດໄດ້. ຖ້າບໍ່​ໄດ້​ຮັບ​ການ​ປິ່ນ​ປົວ ມັນ​ສາມາດ ເຮັດ​ໃຫ້ແມ່ ຫລື​ລູກ ຫລື​ທັງ​ແມ່​ແລະ​ລູກ ເສຍ​ຊີ​ວິດໄດ້.

ດ​ຣ. ຄາ​ຣາ ຣູດ ຈາກ​ສູນ​ການ​ແພດເວັກ​ສ໌ເນີ (Wexner) ​ຂອງມະ​ຫາ​ວິ​ທະ​ຍາ​ໄລ ​ລັດ​ໂອ​ຮາຍ​ໂອ ກ່າວ​ວ່າ: “​ນຶ່ງ​ໃນ​ຫລາຍໆ​ ສ່ວນ​ທີ່​ຫຍຸ້ງ​ຍາກ​ຂອງ​ການ​ມີ​ອາ​ການຜິດປົກກະ​ຕິໃນ​ເວ​ລາ​ຖື​ພາ​ນີ້ກໍ​ຄື ພຽງ​ແຕ່​ການຖື​ພາ​ເທົ່າ​ນັ້ນ ກໍ​ມີ​ອາ​ການ​ຫລາຍ​ຢ່າງ​ຢູ່​ແລ້ວ ແລະ​ອາ​ການ ຂອງສຸ​ຂະ​ພາບອັນ​ອື່ນ ທີ່​ມີ​ລັກ​ສະ​ນະ​ຄ້າຍຄື​ກັນ​ທີ່​ພວກ​ແມ່​ຍິງເປັນ ເຊັ່ນ ຄວາມ​ດັນ​ເລືອດ​ສູງ, ເຈັ​ບ​ຫົວ, ການປ່ຽນໄປຂອງ​ສາຍ​ຕາ ເປັນ​ຕົ້ນ. ອາ​ການ​ເຫລົ່າ​ນັ້ນ ສາ​ມາດເກີ​ດ​ມາ​ຈາກ​ຫລາຍ​ສິ່ງ​ຫລາຍ​ຢ່າງ.”

ພວກ​ນັກ​ຄົ້ນ​ຄວ້າ​ທີ່ສູນ​ການ​ແພດ​ເວັກ​ສ໌ເນີ (Wexner) ຂອງມະ​ຫາ​ວິ​ທະ​ຍາ​ໄລ ລັດ​ໂອ​ຮາຍ​ໂອ ພັດ​ທະ​ນາ​ການກວດ​ພະ​ຍາດ​ທີ່​ໄວ ແລະ​ງ່າຍ​ຂຶ້ນ​ມາ​ ເພື່ອ​ວິ​ນິ​ໄສອາ​ການ​ຜິດ​ປົກ​ກະ​ຕິ​ໃນ​ເວ​ລາ​ຖື​ພາ.

ດ​ຣ. ຄາ​ຣາ ຣູດ ກ່າວ​ເພີ້ມ​ວ່າ: “ມັນ​ໃຊ້​ງ່າຍໆ. ມັນ​ບໍ່​ໄດ້​ເປັນ​ວິ​ທີ​ການ​ທີ່​ຮຸນ​ແຮງ. ແລະ​ມັນ​ກໍ​ໃຊ້​ເຄື່ອງ​ໜ້ອຍ​ດຽວ​ເພື່ອດຳ​ເນີນການກວດ.”

ອາ​ການ​ຜິດ​ປົກ​ກະ​ຕິ​ໃນ​ເວ​ລາ​ຖື​ພາ ເປັນ​ເລື້ອງ​ທີ່​ຮ້າຍ​ແຮງກວ່າ ຖ້​າ​ຫາກ​ມັນ​ເກີດ​ຂຶ້ນຢູ່​ໃນ​ໄລ​ຍະ​ຕົ້ນໆ​ຂອງ​ການ​ຖື​ພາ ຫລື ເກີດ​ຂຶ້ນ​ກັບ​ແມ່​ຍິງ​ທີ່​ມີ​ຄວາມ​ດັນ​ເລືອດ​ສູງ​ກ່ອນ​ການ​ຖື​ພາ​ຢູ່​ແລ້ວ.

ຈະ​ເປັນ​ການ​ດີ​ທີ່​ສຸດ​ສຳ​ລັບ ທັງແມ່ ແລະ​ທາ​ຣົກນ້ອຍ ທຳການ​ຄວບ​ຄຸມ​ອາ​ການນີ້ໄວ້ ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້ ພາຍ​ຫລັງ​ທີ່​ຖື​ກ​ວິ​ນິ​ໄສ​ວ່າ​ເປັນ​ພະ​ຍາດນີ້​ແລ້ວ.

ດ​ຣ. ຄາ​ຣາ ຣູດ ໃຫ້​ຄຳ​ເຫັນ​ເພີ້ມ​ວ່າ:​ “ຖ້າຫາກບໍ່​ມີ​ຄວາມ​ແນ່ນອນຂອງການກວດ​ພະ​ຍາດນີ້ທີ່ຊ່ວຍ​ໃນ​ການ​ວິ​ນິ​ໄສ​ແລ້ວ, ພວກ​ເຮົາ, ໃນ​ນາມ​ວ່າ​ເປັນ​ຜູ້​ສະ​ໜອງການ​ປິ່ນ​ປົວ​ສຸ​ຂະ​ພາບ ແນ່ນອນ​ຈະມີ​ຄວາມ​ລະ​ມັດ​ລະ​ວັງ​ຈົນ​ເກີນ​ໄປ ເພາະ​ອາ​ການນີ້ ແນ່ນອນ ມັນ​ເປັນ​ສິ່ງ​ໃດ ສິ່ງ​ນຶ່ງ​ ທີ່​ພວກ​ເຮົາ​ບໍ່​ຢາກ​ພາດໄປ​ ຍ້ອນ​ຜົນຂອງ​ການ​ວິ​ນິ​ໄສ​ຜິດ​ພາດ​ເປັນ​ອັນ​ຕະ​ລາຍ​ຕໍ່​ຊີ​ວິດຂອງ​ແມ່ ແລະ​ທາ​ຣົກ​ນ້ອຍ.”

“ແລ້ວໆ​ບໍ? ໄປ໋.”

ຍ້ອນ​ວ່າ ມີອາ​ການ​ຜິດ​ປົກ​ກະ​ຕິ​ໃນ​ເວ​ລາ​ຖື​ພາ, ນາງ ພ​ຣີ​ຊິນ​ສະ​ກີ (Prizinsky) ​ເກີດ​ລູກ​ກ່ອນ​ກຳ​ນົດ 3 ອາ​ທິດ. ​ການ​ຖື​ພາຄັ້ງ​ທີ 2 ຂອງ​ລາວ ​ປະ​ສົບ​ຜົນ​ສຳ​ເລັດ​ ແລະ​ລາວ​ມີ​ຄຳ​ແນ​ະ​ນຳ​ອັນ​ນີ້​ໃຫ້​ແກ່​ແມ່​ຍິງ​ຄົນ​ອື່ນໆ ຊຶ່ງນາງບອກວ່າ: “ສິ່ງ​ທີ່​ຍິ່ງ​ໃຫຍ່ ​ສຳ​ຄັນ​ທີ່​ສຸດ​ກໍ​ຄື ຟັງ​ເບິ່ງອາ​ການໃນຮ່າງ​ກາຍ​ຂອງເຈົ້າເອງ.”

ການກວດ​ພະ​ຍາດ​ວິ​ທີນີ້ ແມ່ນ​ງ່າຍ​ຫລາຍ, ແມ່​ຍິງ​ທັງ​ຫລາຍສາ​ມາດ​ເຮັດ​ການ ກວດ​ແບບນີ້​ຢູ່​ເຮືອນ​ໄດ້. ເຮັດ​ເຊັ່ນ​ນັ້ນ ຈະ​ເຮັດ​ໃຫ້ອາ​ການ​ຜິດ​ປົກ​ກະ​ຕິ​ໃນ​ເວ​ລາ​ຖື​ພາ ​ສາ​ມາດຖືກ​ປິ່ນ​ປົວ​ໄດ້​ໃນ​ທັນ​ທີ​ທັນ​ໃດ​ທີ່ມັນ​ເລີ້ມມີ​ຂຶ້ນ.

ພວກ​ນັກ​ຄົ້ນ​ຄວ້າຄາດ​ວ່າ ການກວດ​ພະ​ຍາດ​ດັ່ງ​ກ່າວນີ້ ຈະ​ໄດ້​ຮັບ​ການ​ອະ​ນຸ​ມັດ​ຈາກ​ອົງ​ການ​ຄຸ້ມ​ຄອງ​ອາ​ຫານ ແລະ​ຢາ ຂອງ​ສະ​ຫະ​ລັດ ໃນ​ສອງ ສາມ​ປີ​ຂ້າງ​ໜ້ານີ້.

ອ່ານ​ລາຍ​ງານນີ້​ເພີ້ມເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG