ຂະຫຍາຍໂຕ ຂອງເສດຖະກິດໂລກ ໃນປີນີ້ ແລະບັນດາຜູ້ຊ່ຽວ
ຊານຂອງກອງທຶນ ກ່າວວ່າ ການສ່ຽງກ່ຽວກັບການທີ່ຈະເກີດບັນ
ຫາເສດຖະກິດຮ້າຍແຮງແມ່ນມີເພີ້ມຂື້ນ.
ຫົວໜ້ານັກເສດຖະສາດຂອງກອງທຶນສາກົນ ທ່ານ Olivier Blanchard ກ່າວວ່າບັນດາ
ປະເທດເສດຖະກິດຈະເລີນກ້າວໜ້າ ແມ່ນມີຄວາມສ່ຽງທີ່ຈະເກີດສະ ພາບເສດຖະກິດຕົກຕໍ່າ ແລະບັນດາປະເທດເສດຖະກິດພຸ່ງພົ້ນໃໝ່ ເຊັ່ນຈີນກໍາ ລັງໄດ້ຮັບຜົນກະທົບ
ເພີ້ມຂຶ້ນ. ທ່ານກ່າວຕື່ມວ່າ “ການຟື້ນໂຕຄືນຂອງເສດຖະກິດໂລກຍັງດຳເນີນຢູ່ຕໍ່ມາ ແຕ່ຈະອອ່ນເພຍ ລົງຕື່ມ ອີກ. ໃນບັນດາປະເທດທີ່ຈະເລີນກ້າວໜ້າທາງເສດຖະກິດ ການເຕີບໂຕ ໃນປັດ ຈຸບັນນີ້ຍັງຕໍ່າຫລາຍພໍທີ່ຈະເຮັດໃຫ້ເຫັນຜົນສະທ້ອນໃດໆຕໍ່ການຫວ່າງງານ.
ແລະໃນບັນດາປະເທດທີ່ເສດຖະກິດພຸ່ງພົ້ນໃໝ່ທີ່ສຳຄັນໆ ການເຕີບໂຕຊຶ່ງມີຄວາມແຂງແຮງໃນກ່ອນໜ້ານີ້ ກໍໄດ້ລົດລົງເຊັ່ນດຽວກັນ.”
ເຖິງຢ່າງໃດກໍດີ ລາຍງານຂອງອົງການກອງທຶນສາກົນ ທີ່ນຳອອກເຜີຍແຜ່ໃນຂະນະທີ່ບັນດາເຈົ້າໜ້າທີ່ການເງິນຂອງປະເທດທີ່ສຳຄັນໆຂອງໂລກປະຊຸມກັນທີ່ກຸງໂຕກຽວ
ໃນອາທິດນີ້ ກ່າວວ່າ ມັນຈະບໍ່ເກີດ “ບັນຫາໜັກ” ຕໍ່ບັນດາປະເທດເສດຖະກິດພຸ່ງພົ້ນໃໝ່.
ການທໍານາຍກ່າວວ່າ ການເຕີບໂຕເສດຖະກິດໂລກ ຈະຢູ່ໃນລະດັບ 3.3 ເປີ
ເຊັນຕໍ່ປີ ໃນປີນີ້ ຫຼຸດລົງຈາກ 3.5 ເປີເຊັນຂອງການເຕີບໂຕ ທີ່ຄາດຄະເນໄວ້ໃນເດືອນກໍລະກົດຜ່ານມາ.