ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

​ທ່ານ​ປ​ຣະ​ຢຸດ ລາ​ອອກ ທ່ານ​ພິ​ທາ ຊອກ​ຫາ​ທາງ ເພື່ອ​ຈະເຂົ້າ​ຮັບ​ຕຳ​ແໜ່ງ​ເປັນ​ນາ​ຍົກ ຂະ​ນະ​ທີ່​ໄທ​ປະ​ເຊີນ​ໜ້າ ກັບ​ອາ​ທິດ​ທີ່​​ສຳ​ຄັນ


ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ປ​ຣະ​ຢຸດ ຈັນ​ໂອ​ຊາ ລົມ​ກັບ​ພວກ​ນັກ​ຂ່າວ ຫຼັງ​ຈາກກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ ທີ່​ທຳ​ນຽບ​ລັດ​ຖະ​ບານ ຢູ່​ບາງກອກ ເມື່ອ​ວັນ​ທີ 16 ພຶດ​ສະ​ພາ 2023.
ແຟ້ມ - ນາ​ຍົກ​ລັດ​ຖະ​ມົນ​ຕີ​ປ​ຣະ​ຢຸດ ຈັນ​ໂອ​ຊາ ລົມ​ກັບ​ພວກ​ນັກ​ຂ່າວ ຫຼັງ​ຈາກກອງ​ປະ​ຊຸມ​ຄະ​ນະ​ລັດ​ຖະ​ມົນ​ຕີ ທີ່​ທຳ​ນຽບ​ລັດ​ຖະ​ບານ ຢູ່​ບາງກອກ ເມື່ອ​ວັນ​ທີ 16 ພຶດ​ສະ​ພາ 2023.

ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ ທ່ານ​ປ​ຣະ​ຢຸດ ຈັນ​ໂອ​ຊາ ອະ​ດີດ​ຜູ້​ບັນ​ຊາ​ການ ກອງ​ທັບ​ບົກ ທີ່​ໄດ້​ເຂົ້າ​ບໍ​ຣິ​ຫານ​ປະ​ເທດ​ມາ​ຕັ້ງ​ແຕ່​ເຂົ້າ​ຢຶດ​ອຳ​ນາດ​ເມື່ອເກົ້າ​ປີ​ກ່ອນໃນ​ການ​ກໍ່​ລັດ​ຖະ​ປະ​ຫານ ຖະ​ແຫຼງ​ໃນ​ວັນ​ອັງ​ຄານ​ວານນີ້​ວ່າ ທ່ານ​ຈະ​ລົງຈາກ ​ເວ​ທີ​ການ​ເມືອງ.

ການ​ຕັດ​ສິນ​ໃຈ​ດັ່ງ​ກ່າວ​ມີ​ຂຶ້ນ​ບໍ່​ເທົ່າ​ໃດ​ມື້ ກ່ອນ​ທີ່​ຈະ​ມີ​ການ​ລົງ​ຄະ​ແນນ​ສຽງ​ທີ່​ຈະ​ຕັດ​ສິນ​ຊີ້​ຂາດ​ວ່າ ຜູ້​ນຳ​ຝ່າຍທີ່​ນິ​ຍົມປະ​ຊາ​ທິ​ປະ​ໄຕ​ຂອງ​ໄທ ສາ​ມາດ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ຫຼື​ບໍ່.

ທ່ານ​ປ​ຣະ​ຢຸດ ອາ​ຍຸ 69 ປີ ໄດ້​ໂຄ່ນ​ລົ້ມ​ລັດ​ຖະ​ບານ​ທີ່​ມາ​ຈາກ​ການ​ເລືອກ​ຕັ້ງ​ໃນ​ປີ 2014 ຊຶ່ງ​ເປັນ​ການ​ເຮັດ​ລັດ​ຖະ​ປະ​ຫານ​ຄັ້ງ​ທີ 13 ນັບ​ແຕ່​ໄທ​ໄດ້​ສິ້ນ​ສຸດ​ການ​ປົກ​ຄອງ​ແບບ​ເດັດ​ຂາດ​ຂອງ​ກະ​ສັດ ​ໃນ​ປີ 1932 ໂດຍກອ​ງ​ທັບ ຊຶ່ງ​ບໍ່​ເຄີຍ​ເປີດ​ໂອ​ກາດ​ໃຫ້​ປະ​ຊາ​ທິ​ປະ​ໄຕ​ຝັງ​ຮາກ​ຢ່າງ​ໝັ້ນ​ຄົງຢູ່​ໃນ​ປະ​ເທດ​ດັ່ງ​ກ່າວ.

ໃນ​ໄລ​ຍະ​ທີ່​ຜ່ານ​ມາ ທ່ານ​ປ​ຣະ​ຢຸດ​ກ່າວ​ເຖິງ​ຕົວ​ທ່ານ​ເອງວ່າ ເປັນ​ທະ​ຫານ​ທີ່​ຖືກ​ບັງ​ຄັບ​ໃຫ້​ເຂົ້າ​ມາ​ຫຼິ້ນ​ການ​ເມືອງເພື່ອ​ປົກ​ປ້ອງ​ປະ​ເທດ​ຊາດ​ຈາກ​ການ​ບໍ່​ມີ​ສະ​ຖຽນ​ລະ​ພ​າບ. ທ່ານ​ໄດ້​ນຳ​ສະ​ເໜີ​ໂຕ​ທ່ານ​ເອງ​ ໃນ​ຖາ​ນະ​ນາ​ຍົກ​ລັດ​ຖະ​ມົນ​ຕີ ອະ​ດີດ​ນາຍ​ທະ​ຫານ​ທີ່​ປະ​ຕິ​ເສດບໍ່​ຍອມ​ຖອນ​ໂຕທັງໆ​ທີ່​ເສດ​ຖະ​ກິດ​ບໍ່​ໄດ້​ດຳ​ເນີນ​ໄປ​ດ້ວຍ​ດີ ແລະ​ມີ​ການ​ໂຮມ​ຊຸມ​ນຸມ​ຂະ​ໜາດ​ໃຫຍ່ເພື່ອ​ປະ​ຊາ​ທິ​ປະ​ໄຕ.

ການຖະ​ແຫຼງ​ໃນ​ວັນ​ອັງ​ຄານ​ວານນີ້ປາ​ກົດ​ວ່າ​ແມ່ນ​ເພື່ອ​ເພີກ​ຖອນ​ຂ່າວ​ລື​ທີ່​ມີ​ເພີ້ມ​ຂຶ້ນ ທີ່​ວ່າ​ທ່ານ​ປ​ຣະ​ຢຸດ​ ອາດ​ຈະ​ພະ​ຍາ​ຍາມ​ຫາ​ທາງ​ກຳ​ຕຳ​ແໜ່ງ​ເປັນ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຕໍ່​ໄປ ທັງໆ​ທີ່​ທ່ານ​ໄດ້​ຮັບ​ຄະ​ແນນ​ບໍ່​ດີ​ໃນ​ການ​ເລືອກ​ຕັ້ງ​ເມື່ອ​ວັນ​ທີ 14 ພຶດ​ສະ​ພາ​ຜ່ານ​ມາ ຊຶ່ງ​ຜົນ​ການ​ເລືອກ​ຕັ້ງ​ດັ່ງ​ກ່າວ ພວກ​ນັກ​ສັງ​ເກດ​ການ ​ກ່າວ​ວ່າ ເປັນ​ການບອກ​ປະ​ຕິ​ເສດ​ຕໍ່​ລັດ​ຖະ​ບານ​ທະ​ຫານ.

ອ່ານ​ຂ່າວນີ້​ຕື່ມ​ເປັນ​ພາ​ສາ​ອັງ​ກິດ

XS
SM
MD
LG