ລິ້ງ ສຳຫລັບເຂົ້າຫາ

ວັນອັງຄານ, ໑໖ ເມສາ ໒໐໒໔

ເກີດແຜ່ນດິນໄຫວ ຂະໜາດແຮງ ທີ່ ອິນໂດເນເຊຍ


ແຜນທີ່ ບ່ອນເກີດແຜ່ນດິນໄຫວ ຢູ່ແຂວງປາປົວ ໃນອິນໂດເນເຊຍ
ແຜນທີ່ ບ່ອນເກີດແຜ່ນດິນໄຫວ ຢູ່ແຂວງປາປົວ ໃນອິນໂດເນເຊຍ
ໄດ້​ເກີດແຜ່ນດິນ​ໄຫວ​ຂະໜາດ​ແຮງ ທີ່​ພາກ​ຕາ​ເວັນ​ອອກ​ຂອງ
ອິນໂດ ເນ​ເຊຍ ​ແຕ່​ຍັງ​ບໍ່​ທັນມີ​ລາຍ​ງານ​ເຖິງ​ຄວາມ​ເສຍ​ຫາຍ​
ໃດໆ ​ແລະກໍ​ບໍ່​ມີ​ການ​ອອກຄຳເຕືອນ​ ກ່ຽວ​ກັບ​ຄື້ນ​ຟອງສຸ​ນາ​ມິ.

ອົງການ​ສຳ​ຫຼວດທໍລະນີວິທະຍາສະຫະລັດ ກ່າວ​ວ່າ ​ແຜ່ນດິນ​
ໄຫວ​ໃນ ຄັ້ງນີ້​ ແມ່ນ​ເກີດ​ຂຶ້ນຢູ່ທີ່​ແຂວງ Papua ​ໃນເວລາ 4 ​
ໂມງ 42 ນາທີ ຕອນ​ເຊົ້າ ວັນ​ເສົາມື້​ນີ້​ ​ຕາມ​ເວລາ​ທ້ອງ​ຖິ່ນ.
ອົງການ​ສຳ​ຫຼວດທໍລະນີ​ວິ ທະຍາ​ຂອງ​ສະຫະລັດ ​ແຜ່ນດິນ​
ໄຫວ​ທີ່​ມີ​ຄວາມ​ແຮງ​ແທກ​ໄດ້ 7.2 ຣິກ ​ເຕີ້ດັ່ງກ່າວ ​ແມ່ນ​ເກີດ
​ຢູ່​ເລິກ​ລົງ​ໄປ 68 ກິ​ໂລແມັດ ​ແລະ​ມີ​ຈຸດສູນ​ກາງ 239 ກິ​ໂລ​
ແມັດ ຫ່າງ​ຈາກ​ເມືອງ Enarotali ​ໄປ​ທາງ​ກໍ້າ​ຕາ​ເວັນ​ອອກ.

ບັນດາ​ເຈົ້າ​ໜ້າ​ທີ່​ກ່າວ​ວ່າ ຫລາຍ​ຮ້ອຍ​ຄົນ​ຢູ່​ໃນຂົງເຂດດັ່ງກ່າວ ພາກັນ​ແລ່ນ​ອອກໄປ​ຢູ່​ຕາມຖະໜົນຫົນທາງ ຍ້ອນຢ້ານ​ວ່າ​ເຮືອນ​ຊານ​ຈະ​ຫັກ​ພັງ​ລົງມາ ​ແລະເກີດແຜ່ນດິນ​ໄຫວ​ທີ່
​ຕິ​ດຕາມ​ມາ​ຕື່ມ​ອີກ.

ອິນ​ໂດ​ເນ​ເຊຍ ຕັ້ງ​ຢູ່​ເທິງ ​“ວົງແຫວນໄຟ” ຂອງ​ມະຫາ​ສະມຸດ​ປາຊີ​ຟິກ ບ່ອນ​ທີ່​ແຜ່ນດິນ​ຂອງສອງ​ທະວີບເຄື່ອນເຂົ້າມາ​ປະ​ທະ​ກັນ ​ເຮັດ​ໃຫ້​ເກີດ​ມີແຜ່ນດິນ​ໄຫວ​ເລື້ອຍໆ ​ແລະ​ພູ​ເຂົາໄຟ​ລະ​ເບີດ​ນັ້ນ.
XS
SM
MD
LG