ລິ້ງ ສຳຫລັບເຂົ້າຫາ

ວັນພະຫັດ, ໒໕ ເມສາ ໒໐໒໔

2 ຄົນ ເສຍຊີວິດ ຍ້ອນແຜ່ນດິນໄຫວ ທີ່ປະເທດ Costa Rica


ປະຊາຊົນພາກັນໜີອອກມາໂຮມກັນຢູ່ນອກບໍລິເວນຕຶກສານສູງສຸດ ຂອງປະເທດ Costa Rica ຫຼັງຈາກເກີດແຜ່ນດິນໄຫວ ແຮງ 7.6 ຣິກເຕີ ເມື່ອວັນທີ່ 5 ກັນຍາ 2012.
ປະຊາຊົນພາກັນໜີອອກມາໂຮມກັນຢູ່ນອກບໍລິເວນຕຶກສານສູງສຸດ ຂອງປະເທດ Costa Rica ຫຼັງຈາກເກີດແຜ່ນດິນໄຫວ ແຮງ 7.6 ຣິກເຕີ ເມື່ອວັນທີ່ 5 ກັນຍາ 2012.
ມີ​ລາຍ​ງານ​ວ່າ ສອງ​ຄົນ​ເສຍ​ຊີວິດຫຼັງຈາກ​ໄດ້​ເກີດແຜ່ນດິນ​ໄຫວ​ຂະໜາດ​ແຮງ​ ຢູ່ນອກ​ແຄມ​ຝັ່ງ​ມະຫາ​ສະມຸດປາ​ຊິ​ຟິກຂອງ​ປະ​ເທດ Costa Rica ​ເມື່ອ​ວັນ​ພຸດ​ວານ​ນີ້.

ອົງການ​ສໍາຫຼວດທໍລະນີ​ວິທະຍາສະຫະລັດ ​ເວົ້າ​ວ່າ ​ແຜ່ນດິນ​ໄຫວ​ທີ່​ມີ​ຄວາມ​ແຮງ 7.6 ຣິກ​ເຕີ ມີ​ຈຸດ​ສູນ​ກາງ​ຢູ່ນອກ​ຝັ່ງ​ທະ​ເລຫ່າງ​ຈາກນະຄອນຫຼວງ San Jose ​ໄປ​ທາງກໍ້າ​ຕາ​ເວັນ​ຕົກ ​ປະມານ 140 ​ກິ​ໂລ​ແມັດ. ຫຼັງຈາກ​ນັ້ນ​ກໍ​ເກີດ​ແຜ່ນດິນ​ໄຫວຂະໜາດ​ນ້ອຍຕາມ​ມາ​ອີກ​ສອງ​ບັ້ນ.

​ເຈົ້າໜ້າ​ທີ່ Costa Rica ກ່າວ​ວ່າ ນຶ່ງ​ໃນ​ສອງ​ຄົນ​ທີ່​ເສຍ​ຊີວິດ​ນັ້ນ ​ແມ່ນ​ຍ້ອນເປັນຫົວ​ໃຈ​ວາຍ. ​ຜູ້​ຄົນ​ຈຳນວນ​ນຶ່ງ​ໄດ້​ຮັບ​ການ​ປິ່ນປົວ​ ຍ້ອນອາການ​ບາດ​ເຈັບ ​ແຕ່ຈໍານວນ​ຜູ້​ທີ່​ໄດ້​ຮັບ​ບາດ​ເຈັບ​ນັ້ນ​ຍັງ​ບໍ່​ຊາບເທື່ອ​ໃນເວລາ​ນີ້.
(ຄລິກຮູບເພື່ອຂະຫຍາຍ) ບ່ອນເກີດແຜ່ນດິນໄຫວ ຢູ່ Costa Rica
(ຄລິກຮູບເພື່ອຂະຫຍາຍ) ບ່ອນເກີດແຜ່ນດິນໄຫວ ຢູ່ Costa Rica

​ແຜ່ນດິນ​ໄຫວ​ໄດ້ກໍ່​ໃຫ້​ເກີດ​ດິນ​ເຈື່ອນ​ຢູ່​ໃນ​ປະ​ເທດ Costa Rica ​ແລະ​ສ້າງຄວາມ​ເສຍ​ຫາຍ​ເພພັງ​ແກ່​ໂຄງ​ສ້າງ​ຕຶກອາຄານ ​ແລະ​ຖະໜົນ​ຕ່າງໆ. ປະຊາຊົນ​ໃນ​ນະຄອນ San Jose ​ເວົ້າ​ວ່າ ​ໂທລະສັບ​ກໍ​ໃຊ້​ການ​ບໍ່​ໄດ້ ​ເສົາ​ໄຟຟ້າລົ້ມ​ເດຍລະດາດ​ຢູ່​ຕາມ​ຖະໜົນ​ຫົນທາງ. ​ແຮງ​ສະ​ເທືອ​ນ​ຂອງ​ແຜ່ນດິນໄຫວ ຍັງເຮັດ​ໃຫ້​ເກີດ​ຕື່ນ​ຕົກ​ໃຈ​ຢູ່​ໃນ​ປະ​ເທດ Nicaragua ບ່ອນ​ທີ່​ໂຮງຮຽນຫຼາຍ​ແຫ່ງ​ຖືກ​ປິດ​ລົງ​ຊົ່ວຄາວ​ນັ້ນ.

ສູນກາງ​ເຕືອນ​ໄພ​ຄື້ນ​ຟ​ອງສຸ​ນາ​ມິ​ມະຫາ​ສະມຸດ​ປາ​ຊິ​ຟິກ ​ກໍໄດ້​ອອກ​ຄໍາ​ເຕືອນ​ກ່ຽວ​ກັບຟອງ​ສຸ​ນາ​ມິ ​ທີ່ Costa Rica, Panama ​ແລະ Nicaragua ​ແຕ່​ກໍ​ໄດ້​ຍົກ​ເລີກ​ຄໍາ​ເຕືອນ​ດັ່ງກ່າວ ປະມານ​ນຶ່ງ​ຊົ່ວ​ໂມງຫຼັງ ຈາກ​ເກີດ​ແຜ່ນດິນ​ໄຫວ.

ລາຍການກະຈາຍສຽງຂອງວີໂອເອ ລາວ ຜ່ານໂທລະພາບ

ສົດ ລາຍການວິທະຍຸ-ໂທລະພາບຂອງວີໂອເອລາວ ວັນທີ 25 ເມສາ 2024

XS
SM
MD
LG