ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ພາຍຸໄຕ້ຝຸ່ນ​ຂະ​ໜາດ​ແຮງ ພວມ​ຂົ່ມ​ຂູ່ຟີລິບປິນ ໂດຍໄດ້ມີການຍົກຍ້າຍປະຊາຊົນຫຼາຍ​ສິບພັນຄົນ


ໃນຮູບທີ່ໄດ້ແຈກຢາຍ ໂດຍໜ່ວຍຍາມຝັ່ງຂອງຟີລິບປິນ, ເຈົ້າໜ້າທີ່ກູ້ໄພທ່ານນຶ່ງໄດ້ຊ່ວຍເຫຼືອເດັກນ້ອຍຍິງຄົນນຶ່ງ ໃນຂະນະທີ່ພວກເຂົາເຈົ້າພາກັນລຸຍນໍ້າຖ້ວມ​ທີ່ເປັນຜົນມາຈາກພາຍຸໄຕ້ຝຸ່ນ ໄຣ, ໃນເມືອງຄາກາຢານ ເດີ ໂອໂຣ, ປະເທດ ຟີລິບປິນ, ວັນທີ 16 ທັນວາ 2021.
ໃນຮູບທີ່ໄດ້ແຈກຢາຍ ໂດຍໜ່ວຍຍາມຝັ່ງຂອງຟີລິບປິນ, ເຈົ້າໜ້າທີ່ກູ້ໄພທ່ານນຶ່ງໄດ້ຊ່ວຍເຫຼືອເດັກນ້ອຍຍິງຄົນນຶ່ງ ໃນຂະນະທີ່ພວກເຂົາເຈົ້າພາກັນລຸຍນໍ້າຖ້ວມ​ທີ່ເປັນຜົນມາຈາກພາຍຸໄຕ້ຝຸ່ນ ໄຣ, ໃນເມືອງຄາກາຢານ ເດີ ໂອໂຣ, ປະເທດ ຟີລິບປິນ, ວັນທີ 16 ທັນວາ 2021.

ເຈົ້າໜ້າທີ່ກ່າວວ່າ ປະຊາຊົນຫຼາຍໝື່ນຄົນໄດ້ຖືກຍົກຍ້າຍໄປຫາທີ່ປອດໄພຢູ່ໃນພາກກາງ ແລະພາກໃຕ້ຂອງ ຟີລິບປິນ ໃນວັນພະຫັດວານນີ້ ເນື່ອງຈາກພາຍຸໄຕ້ຝຸ່ນທີ່ມີກໍາລັງແຮງໄດ້ເຄື່ອນໂຕເຂົ້າໄປ, ແລະໃນຂະນະທີ່ທາງການໄດ້ເຕືອນປະຊາຊົນ ໃຫ້ຫຼີກລ່ຽງການຢູ່ເປັນກຸ່ມ ຫຼັງຈາກ​ມີລາຍງານກ່ຽວ​ກັບ​ການ​ຕິດ​ເຊື້ອ ​ກໍ​ລະ​ນີ​ທຳ​ອິດຢູ່ໃນ​ປະ​ເທດ​ຂອງໄວຣັສໂຄໂຣນາສາຍພັນໂອໄມຄຣອນ, ອີງຕາມລາຍງານຂອງອົງການຂ່າວ AP.

ນັກພະ​ຍາ​ກອນ​ອາ​ກາດ ກ່າວວ່າ ຫຼ້າສຸດທີ່ພວກເຂົາເຈົ້າໄດ້ຕິດຕາມ​ພາຍຸໄຕ້ຝຸ່ນ ໄຣ, ມີຄວາມແຮງລົມຢູ່ທີ່ 185 ກິໂລແມັດຕໍ່ຊົ່ວໂມງ, ໂດຍມີລົມພັດແຮງໃນ​ບາງ​ບາງ​ຄາວ ສູງເຖິງ 230 ກິໂລແມັດຕໍ່ຊົ່ວໂມງ, ຊຶ່ງ​ໃນ​ເວ​ລານີ້ ຢູ່ປະມານ 175 ກິໂລແມັດ ທາງທິດຕາເວັນອອກ ຂອງແຂວງ ຊູຣິກາວ ເດລ ນອຣ໌ທ (Surigao del Norte) ໃນ​ພາກ​ໃຕ້​ຂອງ​ປະ​ເທດ. ລົມ​ພ​າ​ຍຸ​ຫົວ​ນີ້​ພວມ​ມຸ່ງ​ໜ້າໄປທາງທິດຕາເວັນຕົກສຽງເໜືອ​ດ້ວຍ​ຄວາມ​ໄວ 25 ກິໂລແມັດຕໍ່ຊົ່ວໂມງ. ພາ ຍຸໄຕ້ຝຸ່ນທີ່ຮ້ອງໃນທ້ອງຖິ່ນວ່າ ໂອເດຕເຕ (Odette), ມີການຄາດການວ່າ ຈະພັດໄປຕໍາໃສ່ໝູ່ເກາະ ດີນາກັຕ (Dinagat) ທາງພາກຕາເວັນຕົກສຽງໃຕ້ຂອງປະເທດ ຫຼັງຈາກວັນພະຫັດ, ອີງ​ຕາມ​ຄຳ​ເວົ້າ​ຂອງນັກອຸຕຸ​ນິ​ຍົມວິທະຍາ.

ແຂວງທາງພາກໃຕ້ ແລະພາກກາງຫຼາຍແຫ່ງ ໄດ້ຮັບການແຈ້ງເຕືອນກ່ຽວກັບພາຍຸໄຕ້ຝຸ່ນນີ້ແລ້ວ. ປະຊາຊົນທີ່ອາໄສຢູ່ໃນຂົງເຂດນັ້ນໄດ້ຮັບການແຈ້ງເຕືອນວ່າໃຫ້ຢູ່ຫ່າງຈາກແຄມຝັ່ງທະເລ, ພື້ນທີ່ຄ້ອຍຕໍ່າຂອງໝູ່ບ້ານ ແລະບໍລິເວນທີ່ມີຄວາມສ່ຽງສູງອື່ນໆ ເນື່ອງຈາກອາດຈະເກີດນໍ້າຖ້ວມໃນທັນທີທັນໃດ, ດິນເຈື່ອນ ແລະນໍ້າຂຶ້ນກະທັນຫັນ ທັງທາງໃນ ຫຼືນອກເສັ້ນທາງຂອງພາຍຸດັ່ງກ່າວ.

ໜ່ວຍຍາມຝັ່ງຂອງປະເທດ ຟີລິບປິນ ກ່າວວ່າ ໄດ້ມີການສັ່ງຫ້າມໃນການເດີນ ທາງ ທາງທະເລ ໃນຂົງເຂດທີ່ມີຄວາມສ່ຽງສູງ, ເຮັດໃຫ້ມີຜູ້ໂດຍສານເກືອບ 4,000 ຄົນ, ຄົນງານເຮືອຂ້າມຟາກ ແລະພະນັກງານເຮືອຂົນສົ່ງສິນຄ້າ ຕົກຄ້າງຢູ່ທ່າເຮືອຫຼາຍສິບແຫ່ງທາງພາກໃຕ້ ແລະພາກກາງ. ໄດ້ມີການກຽມພ້ອມເຈົ້າໜ້າທີ່ຍາມຊາຍຝັ່ງ ແລະເຮືອສໍາລັບເກີດກໍລະນີສຸກເສີນ, ຕາມການລະບຸ. ຖ້ຽວບິນ ສ່ວນ​ຫຼາຍ​ແມ່ນ​ຖ້ຽວ​ບິນພາຍໃນປະເທດຫຼາຍສິບຖ້ຽວ ແມ່ນໄດ້ຖືກຍົກເລີກ.

ອ່ານຂ່າວນີ້ເປັນພາສາອັງກິດ

XS
SM
MD
LG