ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ເຈົ້າໜ້າທີ່ ຟິລິບປີນ ກະກຽມຮັບມື ກັບ ໄຕ້ຝຸ່ນໃຫຍ່


ຟິລິບປີນ ຕຽມຮັບມືກັບ ພາຍຸໃຫຍ່
please wait

No media source currently available

0:00 0:00:58 0:00
ລິງໂດຍກົງ
ບັນດາ​ເຈົ້າ​ໜ້າ​ທີ່ ຟີ​ລິ​ບປິນ ກໍາລັງ​ກະກຽມ​ຮັບມື​ກັບ “ໄຕ້​ຝຸ່ນ​
ໃຫຍ່” ທີ່ຄາດ​ວ່າ​ຈະພັດ​ເຂົ້າ​ຖະຫລົ່ມ​ພາກ​ກາງຂອງປະ​ເທດ
​ໃນ​ອາທິດ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່​ຄຸ້ມ​ຄອງ​ໄພພິບັດ ​ໄດ້​ອອກ​ຄຳເຕືອນ​ໃນ​ລະ
ດັບ​ສູງ​ສຸດ​ກ່ອນ​ທີ່ ລົມ​ໄຕ້​ຝຸ່ນ Haiyan ຊຶ່ງ​ມີຄວາມ​ແຮງ​ເຖິງ
185 ກິ​ໂລ​ແມັດຕໍ່​ຊົ່ວ​ໂມງ ຈະໄປ​ເຖິງ.

ລົມພາຍຸຫົວນີ້ ຊຶ່ງຄາດ​ວ່າ​ຈະ​ເພີ້​ມຄວາ​ມ​ແຮງຂຶ້ນ ​ກ່ອນຈະ
​ພັດ​ຂຶ້ນຝັ່ງ​ໃນແຂວງ Leyte ​ທາງ​ພາກ​ກາງຂອງ​ປະ​ເທດ ໃນ​
ຕອນ​ເຊົ້າ​ວັນ​ສຸກນີ້​. ນອກ​ນັ້ນ​ແລ້ວພາຍຸ ນີ້ອາດຈະພັດຖະ
ຫລົ່ມ​ແຂວງ Bohol ທີ່​ພວມຟື້ນ​ໂຕ​ຈາກ​ແຜ່ນ​ດິນ​ໄຫວ​ ຊຶ່ງ​ມີ
ຄວາມ​ແຮງ​ແທກ​ໄດ້ 7.2 ຣິກ​ເຕີ້ ​ໃນ​ເດືອນແລ້ວ​ນີ້.

ບັນດາ​ເຈົ້າ​ໜ້າ​ທີ່ ຟີ​ລິບ​ປີນ ກໍາລັງ​ພິຈາລະນາຍົກຍ້າຍ​ຜູ້​ຄົນ​
ອອກ​ຈາກ​ຂົງ​ເຂດ​ທີ່​ເປັນ​ທາງຜ່ານ​ຂອງລົມ​ພາຍຸ. ​ເຈົ້າ​ໜ້າ​ທີ່
​ຍາມ​ຝັ່ງທ່ານ Rodolfo Isorena ກ່າວ ວ່າ ລັດຖະບານແນ່
ໃສ່ການຕຽມພ້ອມລ່ວງ​ໜ້າເປັນຢ່າງດີ.

ທ່ານ​ເວົ້າວ່າ “ພວກເຮົາໄດ້ເຕືອນພະນັກງານຂອງພວກເຮົາ ໂດຍສະເພາະກຳລັງຢູ່​ຕາມ​
ເມືອງ ຕາມປ້ອມແລະສະຖານ​ທີ່​ຕ່າງໆ ທີ່ຄາດວ່າລົມພາຍຸຈະຜ່ານ. ຄວາມຈິງແລ້ວ ພວກ
ເຮົາໄດ້ອອກ​ຄຳ​ເຕືອນ ສັ່ງ​ໃຫ້ເຮືອຫາປາຢູ່ທະເລເລິກກັບ ຄືນ​ເຂົ້າຝັ່ງ.”

ໃນເວລາທີ່​ລົມພາຍຸ Haiyan ​ໄປເຖິງຟີລິບປີນນັ້ນ ບັນດານັກພະຍາກອນອາ ກາດກ່າວວ່າ
ມັນອາດຈະມີລົມແຮງເຖິງ 260 ກິໂລແມັດຕໍ່ຊົ່ວໂມງຊຶ່ງ​ມີ​ຄວາມ ​ແຮງພຽງພໍທີ່ຖືກພິຈາລະ
ນາວ່າເປັນ “ພາຍຸໃຫຍ່”ພາຍໃຕ້ມາດຕະຖານທີ່ຕັ້ງໄວ້ ​ໂດຍສູນກາງຮ່ວມ​ໃນ​ການ​ເຕືອນ​ໄພ​
ລົມໄຕ້ຝຸ່ນ.
XS
SM
MD
LG