ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ແຜ່ນດິນ​ໄຫວ ​ຂະໜາດ​ແຮງ ປະທະ ເຂດປາ​ປົວ​ ນິວກີ​ເນ​ຍ


ແຜ່ນທີ່ ອິນໂດເນເຊຍ ອອສເຕຣເລຍ ແລະ ປາ​ປົວ​ ນິວກີ​ເນ​ຍ
ແຜ່ນທີ່ ອິນໂດເນເຊຍ ອອສເຕຣເລຍ ແລະ ປາ​ປົວ​ ນິວກີ​ເນ​ຍ

ມີ​ລາຍ​ງານ​ວ່າ ມີຫຼາຍກວ່າສິບ​ຄົນ ​ໄດ້​ເສຍ​ຊີວິດ​ຈາກ​ແຜ່ນດິນ​ໄຫວ​ຂະໜາດ​ແຮງທີ່​ໄດ້​
ເກີດຂຶ້ນ ໃນ​ເຂດປາ​ປົວ​ ນິວ ກີ​ເນ​ຍ ຫຼື Papua New Guinea ​ໃນ​ເຊົ້າ​ວັນ​ຈັນ​ວານ​ນີ້

ແຜ່ນດິນ​ໄຫວ ທີ່ມີຄວາມແຮງແທກ​ໄດ້​ 7.5 ທີ່ເກີດຂຶ້ນປະມານ 90 ຫຼັກ​ກິ​ໂລ​ແມັດຢູ່
ທາງ​ໃຕ້​ຂອງ​ເມືອງ Porgera ​ໄດ້ເຮັດໃຫ້ເສົາໄຟຟ້າ​ຫັກແລະ​ສ້າງຄວາມ​ເສຍ​ຫາຍ
ໃຫ້ແກ່​ພວກ​ຖະໜົນ​ຫົນທາງ ​ໃນ​ທົ່ວເກາະ​ດັ່ງກ່າວ ທີ່ຕັ້ງຢູ່​ໃນມະຫາ​ສະໝຸດ​ປາຊິ​ຟິກ ຊຶ່ງໄດ້ຕັດຂາດ​ຈາກ​ການ​ເຂົ້າ​ຮອດ​ໄປເຖິງ​ ແລະ​ການ​ຕິດ​ຕໍ່ສື່ສານ ​ໄປ​ຍັງ​ຂົງເຂດທີ່
ຮາບສູງພາຍ​ໃນ​ປະ​ເທດ ທີ່​ພາກັນເຊື່ອ​ວ່າ ​ໄດ້ຮັບ​ຄວາມເສຍ​ຫາຍ​ຢ່າງຮ້າຍແຮງນັ້ນ.

ບັນດາ​ເຈົ້າ​ໜ້າ​ທີ່​ໄດ້​ສົ່ງ​ຄະນະກູ້​ໄພ​ສຸກ​ເສີນ ​ໄປ​ຍັງ​ແຂວງ Hela ​ໂດຍ​ເຮ​ລີ​ຄອບ​ເຕີ ​
ເພື່ອ​ປະ​ເມີນ​ຄວາມ​ເສຍ​ຫາຍ ​ແລະ​ຢືນຢັນ​ລາຍ​ງານ​ກ່ຽວກັບ​ພວກ​ທີ່​ບາດ​ເຈັບ​ລົ້ມ​ຕາຍ.

​ແຜ່ນດິນ​ໄຫວດັ່ງກ່າວ ​ໄດ້​ບັງຄັບ​ໃຫ້​ບໍລິສັດ Exxon Mobil ​ຢຸດ​ການ​ປະຕິບັດ​ງານ​ທີ່
|​ໂຮງງານ​ແກັສທຳ​ມະ​ຊາດ ​Hides ​ໃກ້ໆ​ກັບ​ເມືອງທ່າ Moresby ​ແລະຍັງ​ໄດ້ລົບກວນ​
ກິດຈະ ກຳ​ຕ່າງ​ໆ​ ຢູ່ໃນ​ບໍ່ແຮ່​ອື່ນໆ ບໍ່​ນຳ​ມັນ ​ແລະ​ໂຮງງານ​ແກັສທຳ​ມະ​ຊາດ ​ໃນ​ເກາະ
ດັ່ງກ່າວນຳ.

ປາ​ປົວ​ ນິວ ກີ​ເນ​ຍ ແມ່ນນຶ່ງ​ໃນຫຼາຍໆ​ປະ​ເທດ​ທີ່​ຕັ້ງ​ຢູ່​ເຂດທີ່​ເອີ້ນ​ວ່າ ​ວົງ​ແຫວນ​ໄຟ ຫຼື
“Ring of Fire” ຊຶ່ງເປັນ​ເສັ້ນແຕກ​ແຫງ​ໃນ​ມະຫາ​ສະໝຸດປາຊີ​ຟິກ ທີ່​ສ່ຽງ​ຕໍ່ການເກີດ
​ແຜ່ນດິນ​ໄຫວ ​ແລະການລະເບີດຂອງ​ພູ​ໄຟຕ່າງໆ.

ອ່ານ​ຂ່າວ​ນີ້​ເພີ່ມຕື່ມ​ເປັນ​ພາສາ​ອັງກິດ

XS
SM
MD
LG