ລິ້ງ ສຳຫລັບເຂົ້າຫາ

ວັນສຸກ, ໒໙ ມີນາ ໒໐໒໔

ພາຍຸເຮີຣິເຄນ ເອຕາ ທີ່ມີພະລັງຮ້າຍແຮງ ສືບຕໍ່ເຄື່ອນໂຕຊ້າໆ ຂຶ້ນບົກ ໃນເຂດອາເມຣິກາກາງ


ເດັກນ້ອຍຜູ້ຊາຍ ຢືນຢູ່ໃນນ້ຳທີ່ຖ້ວມລົ້ນອອກມາຈາກແມ່ນ້ຳສາຍນຶ່ງ ເກີດຈາກພາຍຸ ເຮີຣິເຄນ ເອຕາ ໃນເມືອງ ວາວາ ຂອງນິກາຣາກົວ, ວັນອັງຄານ ທີ 3 ພະຈິກ 2020.
ເດັກນ້ອຍຜູ້ຊາຍ ຢືນຢູ່ໃນນ້ຳທີ່ຖ້ວມລົ້ນອອກມາຈາກແມ່ນ້ຳສາຍນຶ່ງ ເກີດຈາກພາຍຸ ເຮີຣິເຄນ ເອຕາ ໃນເມືອງ ວາວາ ຂອງນິກາຣາກົວ, ວັນອັງຄານ ທີ 3 ພະຈິກ 2020.

ພາຍຸເຮີຣິເຄນ ເອຕາ ສືບຕໍ່ພັດຖະຫລົ່ມສ້າງຄວາມເສຍຫາຍເປັນສາຍທາງຢູ່ຫຼາຍປະເທດ ໃນເຂດອາເມຣິກາຕອນກາງ ໂດຍມີ ນິກາຣາກົວ ແລະຮອນດູຣາສ ຫຼາຍຊົ່ວໂມງ ຫຼັງຈາກທີ່ໄດ້ພັດຂຶ້ນຝັ່ງຂອງນິກາຣາກົວ.

ສູນກາງພາຍຸເຮີຣິເຄນແຫ່ງຊາດຂອງສະຫະລັດ ກ່າວວ່າ ພາຍຸ ເອຕາ ກຳລັງເຄື່ອນຕົວຂຶ້ນສູ່ພື້ນດິນຢູ່ເຂດພາກຕາເວັນອອກສຽງເໜືອຂອງນິກາຣາກົວ ໂດຍມີລົມພັດແຮງສຸດເຖິງ 140 ກິໂລແມັດຕໍ່ຊົ່ວໂມງ ມານຳດ້ວຍ. ບັນດານັກພະຍາກອນອາກາດ ເຕືອນວ່າ ຈະມີຄື້ນຟອງທະເລຈາກພາຍຸ ແລະລົມທີ່ແຮງ ແລະນ້ຳຖ້ວມຢ່າງກະທັນຫັນ ຢູ່ໃນບາງເຂດຂອງອາເມຣິກາກາງ ຈະເປັນໄພອັນຕະ ລາຍຕໍ່ຊີວິດ.

ພາຍຸເຮີຣິເຄນ ເອຕາ ໄດ້ພັດຂຶ້ນຝັ່ງໃນວັນອັງຄານວານນີ້ ຢູ່ໃກ້ກັບເມືອງ ເປີໂຕ ກາເບຊາສ໌ ຢູ່ແຄມຝັ່ງທາງກ້ຳຕາເວັນອອກຂອງນິກາຣາກົວ ຊຶ່ງມັນໄດ້ນຳເອົາລົມແຮງສູງສຸດເຖິງ 225 ກິໂລແມັດຕໍ່ຊົ່ວໂມງ ມາພ້ອມ ຈຶ່ງເຮັດໃຫ້ມັນເປັນພາຍຸ ລະດັບ 4 ໃນ 5 ອັນດັບທີ່ວັດແທກຄວາມຮ້າຍແຮງໃນການທຳລາຍລ້າງຂອງພາຍຸ.

ມີຢ່າງໜ້ອຍ 3 ຄົນໄດ້ເສຍຊີວິດ ຍ້ອນຜົນກະທົບຂອງພາຍຸ ເອຕາ. ເດັກຍິງອາຍຸ 12 ປີ ຢູ່ໃນຮອນດູຣາສ ໄດ້ເສຍຊີວິດເມື່ອເຮືອນຂອງນາງ ໄດ້ຖືກດິນເຈື່ອນທັບຖົມ ໃນຂະນະດຽວກັນ ພວກຄົນງານບໍ່ແຮ່ສອງຄົນ ໄດ້ເສຍຊີວິດໃນເຫດການຕົມເຈື່ອນ ຢູ່ໃນນິກາຣາກົວ.

ອ່ານຂ່າວນີ້ຕື່ມ ເປັນພາສາອັງກິດ

XS
SM
MD
LG