ລິ້ງ ສຳຫລັບເຂົ້າຫາ

ວັນເສົາ, ໒໗ ກໍລະກົດ ໒໐໒໔

ເກີດແຜ່ນດິນໄຫວຮ້າຍແຮງ ຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງປາກິສຖານ


ຊາວບ້ານຄົນນຶ່ງເບິ່ງຄວາມເສຍຫາຍເຮືອນຂອງລາວ ຫຼັງຈາກເກີດແຜ່ນດິນໄຫວ ທີ່ຮ້າຍແຮງຢູ່ ໃນເຂດເມືອງຮານາຍ ປະມານ 100 ກິໂລແມັດຈາກເມືອງແກັຕຕາ ປະເທດປາກິສຖານ ວັນທີ 6 ຕຸລາ 2021.
ຊາວບ້ານຄົນນຶ່ງເບິ່ງຄວາມເສຍຫາຍເຮືອນຂອງລາວ ຫຼັງຈາກເກີດແຜ່ນດິນໄຫວ ທີ່ຮ້າຍແຮງຢູ່ ໃນເຂດເມືອງຮານາຍ ປະມານ 100 ກິໂລແມັດຈາກເມືອງແກັຕຕາ ປະເທດປາກິສຖານ ວັນທີ 6 ຕຸລາ 2021.

ມີຢ່າງໜ້ອຍ 20 ຄົນເສຍຊີວິດ ແລະຫຼາຍກວ່າ 200 ຄົນໄດ້ຮັບບາດເຈັບ ຫຼັງ ຈາກໄດ້ເກີດ
ແຜ່ນດິນໄຫວ ທີ່ມີຄວາມແຮງ 5.7 ຢູ່ທາງພາກຕາເວັນຕົກສຽງໃຕ້ ຂອງປາກິສຖານ ໃນ
ຕອນເຊົ້າວັນພະຫັດມື້ນີ້.

ອົງການສຳຫຼວດທໍລະນີວິທະຍາຂອງສະຫະລັດ ກ່າວວ່າ ຈຸດສູນກາງຂອງແຜ່ນ ດິນໄຫວ
ໄດ້ເກີດຂຶ້ນຢູ່ປະມານ 100 ກິໂລແມັດ ທາງພາກຕາເວັນອອກ ຂອງເມືອງແກັຕຕາ
(Quetta) ໃກ້ກັບຊາຍແດນອັຟການິສຖານ ແລະມີຈຸດສູນກາງ ເລິກລົງໄປ ໃຕ້ພື້ນດິນ
ປະມານ 20 ກິໂລແມັດ.

ເມືອງຮານາຍ ຊຶ່ງເປັນເມືອງບໍ່ຖ່ານຫີນ ໃນແຂວງບາລູຈິສຕານ ໄດ້ຮັບຄວາມເສຍຫາຍ
ຮ້າຍແຮງຈາກແຜ່ນດິນໄຫວນີ້. ແຜ່ນດິນໄຫວໄດ້ເຮັດໃຫ້ບ້ານເຮືອນທີ່ ປຸກດ້ວຍຂີິິ້ຕົມ
ຫຼາຍຮ້ອຍຫຼັງຫັກພັງລົງ ພວກຊາວບ້ານຫຼາຍຄົນພາກັນຕົກຄ້າງຢູ່ ໃນເຮືອນ ໃນຂະນະທີ່
ເຂົາເຈົ້າພາກັນຫລັບນອນຢູ່. ລາຍງານຂ່າວທາງໂທລະ ພາບ ສະແດງໃຫ້ເຫັນວ່າ ມີຄົນ
ພາກັນແລ່ນອອກມາ ຈາກບ້ານເຮືອນຂອງເຂົາ ເຈົ້າດ້ວຍຄວາມຢ້ານກົວໃນຂະນະທີ່ຕຶກ
ອາຄານຕ່າງໆສັ່ນສະເທືອນ. ບັນດາເຈົ້າ ໜ້າທີ່ກ່າວວ່າ ພວກແມ່ຍິງ ແລະເດັກນ້ອຍຮວມ
ຢູ່ໃນບັນດາຜູ້ເຄາະຮ້າຍ.

ບັນດາເຈົ້າໜ້າທີ່ກ່າວວ່າ ຈະໃຊ້ເວລາຫຼາຍຊົ່ວໂມງ ກ່ອນຈະເຂົ້າໄປເຖິງເຂດທີ່ ໄດ້ຮັບ
ຄວາມເສຍຫາຍໜັກ ໃນບໍລິເວນບໍ່ຖ່ານຫີນ. ກອງທັບປາກິສຖານກ່າວວ່າ ກຳລັງຂອງຕົນ
ແລະເຮືອບິນເຮລິຄອບເຕີ ໄດ້ຊ່ວຍພວກເຈົ້າໜ້າທີ່ພົນລະເຮືອນ ໃນການປະຕິບັດງານ
ກູ້ໄພ.

ເກີດໄຟຟ້າມອດຢ່າງກວ້າງຂວາງ ຊຶ່ງພວກກູ້ໄພຈຳເປັນຕ້ອງໄດ້ໃຊ້ໄຟສາຍເຍືອງ ເພື່ອ
ປິ່ນປົວຄົນທີ່ໄດ້ຮັບບາດເຈັບ ຢູ່ຕາມໂຮງໝໍຕ່າງໆ.

ແຜ່ນດິນໄຫວຂະໜາດແຮງ ໄດ້ເຮັດໃຫ້ເກີດດິນເຈື່ອນຢູ່ສອງແຫ່ງ ຄືຢູ່ທາງຫຼວງເຊື່ອມຕໍ່
ເມືອງແກັຕຕາ ໄປຫາເມືອງຮານາຍ ອີງຕາມເຈົ້ານ້າທີ່ອົງການຄຸ້ມຄອງໄພພິບັດແຫ່ງຊາດ.

ອ່ານຂ່າວນີ້ເພີ້ມເປັນພາສາອັງກິດ

XS
SM
MD
LG